ຢາພື້ນເມືອງທີ່ໄດ້ປຸງແຕ່ງຂື້ນ ໂດຍມີສ່ວນຮ່ວມຈາກ ພະອາຈານ ຮສ. ປອ ຄໍາຕູ້ ອິນທະວົງ ສາມາດປົວ ແລະ ຕ້ານໂຄວິດ19 ໄດ້ແທ້ບໍ່ ? ອ່ານຕາມນີ້ເດີ້

1271

ສະຖານະການໂຄວິດ 19 ທີ່ພອມລະບາດໃນປະເທດເຮົານັບມື້ນັບຫຼາຍຂຶ້ນ ເຊິ່ງກໍຫ້າມບໍ່ໄດ້ວ່າຫຼາຍຄົນກໍມີຫຼາຍວິທີການ, ຫຼາຍຄວາມຄິດໃນການປິ່ນປົວຕົນເອງ ເຊິ່ງບາງວິທີກໍໄດ້ຜົນແທ້ ບາງວິທີອາດບໍ່ໄດ້ຜົນ ແລະ ອາດຈະສົ່ງຜົນຮ້າຍຕໍ່ໂຕທ່ານ ແລະ ຄອບຄົວທ່ານໄດ້
ຍິ່ງຕາມສື່ອອນລາຍຕ່າງໆທີ່ມີຫຼາຍປະເດັນຫຼາຍຂໍ້ມູນ ແລະ ຄົງເປັນຄໍາຖາມ ແລະ ຂໍ້ສົງໄສວ່າແມ່ນແທ້ຫຼື ບໍ່ ຢ່າງປະເດັນຢາພື້ນເມືອງ ທີ່ໄດ້ຜະລິດປຸງແຕ່ງຂື້ນ ໂດຍມີສ່ວນຮ່ວມຈາກ ພະອາຈານ ຮສ. ປອ ຄໍາຕູ້ ອິນທະວົງ ພາຍໃຕ້ການເຫັນດີເປັນເອກະພາບຂອງການນຳຂັ້ນແຂວງ ຈຳປາສັກ ທີ່ເປັນເລື່ອງທີ່ໜ້າສົນໃຈຫຼາຍ

ທ່ານ ປອ. ດຣ. ບຸນຊູ ແກ້ວຫາວົງ ຫົວໜ້າກົມອາຫານ ແລະ ຢາ, ກສທ ກໍໄດ້ຊີ້ແຈງເລື່ອງນີ້ວ່າ ໃນສັງຄົມກະພົບເຫັນສະພາບການຈໍລະຈອນ ທາງ Online ເຊິ່ງວ່າທາງຂະແໜງການ ອຢ ແລະ ເຈົ້າໜ້າທີ່ກ່ຽວຂ້ອງ ກໍາລັງຕິດຕາມເພື່ອແກ້ໄຂ ຢາພື້ນເມືອງຈໍານວນໜຶ່ງໄດ້ ນໍາໃຊ້ທົດລອງປິ່ນປົວ ເພື່ອເຮັດການສຶກສາຄົ້ນຄວ້າ ກັບຄົນຕິດເຊື້ອໂຄວິດ 19 ທີ່ ແຂວງ ຈຳປາສັກ, ເຊີ່ງໃນທີ່ຜ່ານມາ ແຂວງຈຳປາສັກ ກໍ່ເປັນແຂວງນື່ງ ໃນ 3 ແຂວງ ພາກໃຕ້ ທີ່ໄດ້ກຳນົດເອົາເປັນແຂວງ ເຮັດການສຶກສາ,

ເຊີ່ງໃນເວລານັ້ນ ໄດ້ມີການລະບາດຂອງການຕິດເຊື້ອ ໂຄວິດ-19 ຫຼາຍ ແລະ ການເຮັດການຄົ້ນຄວ້ານໍາໃຊ້ຢາພື້ນເມືອງ ກໍ່ແມ່ນເຮັດ ກັບກຸ່ມຄົນທີ່ໄດ້ຮັບເຊື້ອໂຄວິດ-19 ທີ່ມີອາການເບື້ອງຕົ້ນ ບໍ່ສະແດງອາການ ແລະ ອາການປານກາງ ແລະ ຢາທັງ 3 ຊະນິດຄື: ລາຊີບີ, ກະຊາຍຂາວ ແລະ ຜັກຄາວທອງ ທີ່ໄດ້ເຮັດການຄົ້ນຄວ້າກໍ່ແມ່ນເປັນອີກນື່ງທາງເລືອກໃນການປະກອບສວ່ນການນຳໃຊ້ຢາພື້ນເມືອງສົມທົບ ກັບຢາຫຼວງ ຈຸດປະສົງຫຼັກກໍ່ ເພື່ອຊວ່ຍ ສ້າງພູມຄຸ້ມກັນໃຫ້ແກ່ຮ່າງກາຍ, ຫຼຸດຜ່ອນອາການ ແລະ ເພື່ອຊ່ວຍຢັບຢັ້ງການນໍາຂອງເຊື້ອລົງສູ່ປອດ. ປະຈຸບັນແມ່ນຍັງລໍຖ້າສະຫຼຸບຜົນການສຶກສາ
ຕາມຈຸດປະສົງຫຼັກກໍ່ແມ່ນການນຳສະເໜີ ເພື່ອການປະກອບສ່ວນ ຊ່ວຍເຫຼືອສັງຄົມ ແລະ ຄຽງຄູ່ກັບການເຮັດການຄົ້ນຄວ້າໄປພ້ອມໆກັນ ເຊີ່ງຢາດັ່ງກ່າວໄດ້ຜະລິດປຸງແຕ່ງຂື້ນ ໂດຍມີສ່ວນຮ່ວມຈາກ ພະອາຈານ ຮສ. ປອ ຄໍາຕູ້ ອິນທະວົງ ພາຍໃຕ້ການເຫັນດີເປັນເອກະພາບຂອງການນຳຂັ້ນແຂວງ ຈຳປາສັກ ແລະ ເພີ່ນກໍ່ແມ່ນບຸກຄົນນື່ງທີ່ໄດ້ປະກອບສ່ວນຮ່ວມກັບການຈັດຕັ້ງປະຕິບັດເຮັດການສຶກສາຄົ້ນຄວ້າໃນຄັ້ງນີ້,

ຢາທີ່ນຳມາສະເໜີໃຊ້ເພື່ອການສຶກສາຄົ້ນຄວ້າໃນຄັ້ງນີ້ນັ້ນ ແມ່ນຢາພື້ນເມືອງ ທີ່ໄດ້ມາຈາກພືດທີ່ເປັນຢາ ທີ່ມີຊື່ເອີ້ນຈາກທ້ອງຖີ່ນທີ່ແຕກຕ່າງກັນ ແລະ ໄດ້ນຳມາເປັນສູດຕຳລາ ເຊີ່ງສູດຕໍາລານັ້ນແມ່ນຕໍາລາສືບທອດຈາກພູມປັນຍາຂອງທ້ອງຖິ່ນ, ຢາດັ່ງກ່າວ ຍັງຢູ່ໃນຂັ້ນຕອນການນຳສະເໜີເພື່ອຂໍການພິຈາລະນາ ການນຳໃຊ້ ເພື່ອການສຶກສາຄົ້ນຄວ້າກັບຄົນຕິດເຊື້ອພະຍາດໂຄວິດ-19.
ສະນັ້ນ, ກົມອາຫານ ແລະ ຢາ, ກະຊວງສາທາລະນະສຸກ ຍັງຈະໄດ້ ສົມທົບສືບຕໍ່ ພິຈາລະນາ ແລະ ຢັ້ງຢືນຄຸນນະພາບກ່ອນການນຳໃຊ້ຢາພື້ນເມືອງ ດັ່ງກ່າວຕື່ມອີກໃນຂັ້ນຕໍ່ໄປ. ແລ້ວມາຮອດຄຳຖາມຈາກສັງຄົມທີ່ວ່າ ໄດ້ຜ່ານ ອຢ ແລ້ວບໍ່ນັ້ນ ແມ່ນວ່າຢາດັ່ງກ່າວ ຍັງບໍ່ທັນຜ່ານການຂື້ນທະບຽນ ຈາກກົມອາຫານ ແລະ ຢາ, ກະຊວງສາທາລະນະສກເທື່ອ, ເນື່ອງຈາກເປັນຢາພື້ນເມືອງທີ່ນຳໃຊ້ເຂົ້າເພື່ອເຮັດການສຶກສາຄົ້ນຄວ້າ, ແຕ່ວ່າການນຳໃຊ້ນັ້ນ ແມ່ນຈະຕ້ອງໄດ້ຮັບການອະນຸມັດ ຈາກກະຊວງສາທາລະນະສຸກກ່ອນ, ກໍ່ເພື່ອໃຫ້ການສຶກສາຄົ້ນຄວ້ານັ້ນ ໄປຕາມຫຼັກການວິທະຍາສາດຂອງການຄົ້ນຄວ້າ ແລະ ຢູ່ພາຍໃຕ້ການນຳໃຊ້ຂອງແພດໝໍ ແລະ ມີການຕິດຕາມຢ່າງຄັກແນ່ ຈົນສາມາດສະຫຼຸບຜົນຂອງການສຶກສາຄົ້ນຄວ້າໄດ້ຢ່າງມີປະສິດທິຜົນ.

ສໍາລັບຄໍາຖາມທີ່ວ່າ ປີ່ນປົວຄົນຕິດພະຍາດໂຄວິດ-19 ດີແທ້ບໍ່ ນັ້ນ ແມ່ນຍັງບໍ່ມີການສຶກສາໃດ ຫຼື ການຢັ້ງຢືນໃດ ວ່າມີຢາໃຊ້ສະເພາະເພື່ອປີ່ນປົວຄົນຕິດພະຍາດໂຄວິດ-19 ໃຫ້ຫາຍດີໄດ້ ມີພຽງແຕ່ຢາ ທີ່ໃຊ້ປີ່ນປົວຕາມອາການ ແລະ ຊວ່ຍເສີມສ້າງພູມຕ້ານທານຂອງຮ່າງກາຍ ແລະ ຫຼຸດຜ່ອນການກະຈ່າຍແຜ່ເຊື້ອ ໃຫ້ເບົາບາງລົງ ຈົນກ້າວບໍ່ໃຫ້ລົງສູ່ປອດ ແລະ ອາການກໍ່ຄ່ອຍໆຫາຍດີຂື້ນຈົນບໍ່ພົບເຊື້ອໃນຮ່າງກາຍ.

ມາຮອດນີ້ ຍັງມີຕື່ມອີກຈຸດນື່ງ ຢາກຝາກນຳ ບັນດາທ່ານ ພໍ່ແມ່ປະຊາຊົນ ວ່າ ການຈະຮູ້ວ່າ ຕົນເອງແມ່ນຕິດເຊື້ອພະຍາດໂຄວິດ-19 ນັ້ນ ແມ່ນຕ້ອງໄດ້ຮັບການກວດບົ່ງມະຕິຈາກແພດໝໍ ແລະ ຮັບການໃຫ້ຢາຕາມຄໍາແນະນໍາຂອງແພດເທົ່ານັ້ນ, ການຊື້ຢາກິນເອງ ຈາກແຫຼ່ງຂາ່ວ ຫຼື ໄດ້ຮັບຂໍ້ມູນຂ່າວສານ ຜ່ານສື່ອອນໄລຕ່າງໆ ແມ່ນໃຫ້ບັນດາທ່ານ ຈົ່ງມີສະຕິ ແລະ ລະວັງການໄດ້ຮັບຢາປອມ, ຢາຕົກມາດຕະຖານ ແລະ ໄດ້ຮັບປະສິດທິຜົນຂອງຢາ ບໍ່ສອດຄ່ອງກັບການປີ່ນປົວ