ສາທາ ບໍ່ໄດ້ອະນຸຍາດໃຫ້ນຳໃຊ້ເຕັກນິກເຄື່ອງກວດແບບໄວ ແນະນໍາໃຫ້ໄປກວດຢູ່ຈຸດບໍລິການທີ່ກໍານົດ ຈະດີທີ່ສຸດ ແລະ ບໍ່ເສຍຄ່າບໍລິການ

261

ປອ. ດຣ. ບຸນຊູ ແກ້ວຫາວົງ ຫົວໜ້າກົມອາຫານ ແລະ ຢາ, ກສທ ໄດ້ໃຫ້ຮູ້ວ່າ ປະກົດການໃຫ້ເຫັນໃນສື່ Online ທີ່ຫຼາຍຄົນໄດ້ແລກປ່ຽນຂໍ້ມູນທີ່ເປັນປະໂຫຍດ ແລະ ບໍ່ເປັນປະໂຫຍດ, ລວມທັງການໂຄສະນາຊວນເຊື່ອ ຊື້ຂາຍເຄື່ອງກວດຫາເຊື້ອແບບໄວ, ສະເປຂ້າເຊື້ອ, ຢາພື້ນເມືອງ, ແຜ່ນກໍາຈັດໄວຣັສ ແລະ ອື່ນໆ ເປັນສິ່ງທີ່ບໍ່ຄວນເຮັດ ເພາະກະຊວງສາທາລະນະສຸກບໍ່ໄດ້ອະນຸຍາດໃຫ້ກັບບຸກຄົນຫຼືອົງກອນໃດ

ການນຳໃຊ້ເຕັກນິກເຄື່ອງກວດແບບໄວ ແມ່ນບໍ່ມີຄວາມແມ່ນຢໍາ ບາງກໍລະນີອາດຈະເປັນຜົນລົບປອມ, ຖ້າເຄື່ອງດັ່ງກ່າວບໍ່ຮັບປະກັນຄຸນນະພາບ ແລະ ການນໍາໃຊ້ບໍ່ຖືກວິທີ ກໍຈະເຮັດໃຫ້ພົບຄວາມຫຍຸ້ງຍາກໃນການຄວບຄຸມພະຍາດໄດ້
ການກວດຫາເຊື້ອແມ່ນວິທີການໜຶ່ງທີ່ຈຳເປັນເພື່ອຕໍ່ສູ້ກັບພະຍາດໂຄວິດ-19 ສຳລັບຜູ້ສຳຜັດໃກ້ຊິດກັບຜູ້ຕິດເຊື້ອ (C1) ແລະ ຜູ້ທີ່ມີອາການສົງໄສຂອງພະຍາດໂຄວິດ-19 ໃຫ້ໄປກວດຫາເຊື້ອໃນຈຸດບໍລິການທີ່ສາທາລະນະສຸກໄດ້ກຳນົດໄວ້ໃຫ້ ເພາະທ່ານຈະໄດ້ຮັບການກວດທີ່ດີທີ່ສຸດ ແລະ ບໍ່ເສຍເງິນ

ຂໍຢໍ້າຄືນຕໍ່່ທຸກທ່ານອີກເທື່ອໜື່ງວ່າ ການສັກວັກຊີນຄົບຕາມຈໍານວນທີ່ແນະນໍາ ສາມາດຊ່ວຍປ້ອງກັນການຕິດເຊື້ອໃນບາງຄົນ ແລະ ຖ້າຕິດເຊື້ອກໍ່ຊ່ວຍບໍ່ໃຫ້ພະຍາດພັດທະນາເປັນຂັ້ນຮຸນແຮງຈົນເສຍຊີວິດ ແຕ່ເຖິງຈະໄດ້ສັກຄົບຕາມຈໍານວນທີ່ແນະນໍາ ທ່ານຍັງສາມາດຕິດເຊື້ອໄດ້ຢູ່. ສະນັ້ນ ຄະນະສະເພາະກິດ ຈື່ງຮຽກຮ້ອງທຸກຄົນ ທຸກວັນ ວ່າທ່ານຕ້ອງເຂັ້ມງວດກັບຕົນເອງໃນການປ້ອງກັນແທ້ໆ.

ບັນດາວັກຊິນທີ່ໄດ້ນໍາໃຊ້ໃນປະເທດເຮົາແມ່ນມີປະສິດທິຜົນສູງເທົ່າໆກັນ ບໍ່ວ່າຈະເປັນ ຊີໂນຟາມ, ສະປຸກນິກ, ອາດສະຕາ-ເຊນີກາ, ໄຟເຊີ ແລະ ຈອນສັນ. ໃຜກໍ່່ຕາມທີ່ໄດ້ສັກວັກຊິນຄົບ ຈະເປັນວັກຊິນຊະນິດໃດກໍ່່ຕາມທີ່ກ່າວມານີ້ ຖ້າຕິດເຊື້ອຄືນໃໝ່ ແມ່ນຕ້ອງໄດ້ເຂົ້າຮັບການປິ່ນປົວຢ່າງຖືກຕ້ອງເປັນລະບົບ ໂດຍບໍ່ມີຂໍ້ຍົກເວັ້ນໃດໆທັງສິ້ນ. ຂໍທ່ານ ຢ່າໄດ້ເຂົ້າໃຈວ່າ ການຕິດເຊື້ອຫຼັງຈາກສັກວັກຊິນຄົບ ບໍ່ຈໍາເປັນໄປປິ່ນປົວກະໄດ້ ນີ້ແມ່ນຄວາມເຂົ້າໃຈທີ່ຜິດພາດ ແລະ ອັນຕະລາຍທີ່ສຸດຕໍ່ຊີວິດຂອງທ່ານເອງ.