ສປ ຈີນຊ່ວຍອີກແລ້ວ ວັກຊິນ 1 ລ້ານໂດສ ລົງວັດໄຕມື້ນີ້

446

ວັກຊິນຊ່ວຍເຫຼືອຮອບໃໝ່ຈາກ ລັດຖະບານ ສປ ຈີນ ມອບໃຫ້ແກ່ລັດຖະບານ ສປປ ລາວ ໄດ້ຈັດຂຶ້ນໃນຕອນບ່າຍວັນທີ 13 ຕຸລາ 2021 ທີ່ສະໜາມບິນສາກົນວັດໄຕ, ນະຄອນຫຼວງວຽງຈັນ.

ຕາງໜ້າລັດຖະບານ ສປ ຈີນ ມອບໂດຍ ທ່ານ ຈ່ຽງ ຈ້າຍຕົ່ງ ເອກອັກຄະລັດຖະທູດຈີນ ປະຈໍາລາວ ແລະ ຮັບໂດຍ ທ່ານ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີ ສປປ ລາວ ພ້ອມດ້ວຍການນຳທັງສອງຝ່າຍລາວ-ຈີນ ເຂົ້າຮ່ວມເປັນສັກຂີພິຍານ.

ໃນໂອກາດດັ່ງກ່າວ, ທ່ານ ກິແກ້ວ ໄຂຄຳພິທູນ ກ່າວວ່າ: ມື້ນີ້ ເປັນມື້ໜຶ່ງອີກ ທີ່ພັກ, ລັດ ແລະ ປະຊາຊົນລາວບັນດາເຜົ່າທົ່ວປະເທດ ມີຄວາມເບີກບານມ່ວນຊື່ນ ແລະ ພາກພູມໃຈຢ່າງຍິ່ງທີ່ໄດ້ຮັບຢາວັກຊິນປ້ອງກັນພະຍາດໂຄວິດ-19 ເພີ່ມຕື່ມຈໍານວນ 1 ລ້ານໂດສ ພ້ອມດ້ວຍເຂັມສັກຢາ ຈາກລັດຖະບານ ແຫ່ງ ສປ ຈີນ ມອບໂດຍຜ່ານ ທ່ານ ຈຽງ ຈ້າຍຕຸງ ເອກອັກຄະລັດຖະທູດ ສປ ຈີນ ປະຈໍາ ສປປ ລາວ ເພື່ອໃຊ້ເຂົ້າໃນການຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ.

ພັກ, ລັດ ແລະ ປະຊາຊົນລາວທຸກທົ່ວໜ້າ ຕີລາຄາສູງ ແລະ ຂໍສະແດງຄວາມຂອບອົກຂອບໃຈຢ່າງຈິງໃຈ, ຮູ້ບຸນຄຸນຢ່າງລົ້ນເຫຼືອ ຕໍ່ການຊ່ວຍເຫຼືອອັນບໍລິສຸດ, ຈິງໃຈ, ລໍ້າຄ່າ, ທັນເວລາ ແລະ ສະເໝີຕົ້ນສະເໝີປາຍ ຂອງພັກ, ລັດ ແລະ ປະຊາຊົນຈີນ ເທື່ອນີ້

ວັກຊິນ 1 ລ້ານໂດສ ເທື່ອນີ້ ຈະສົມທົບກັບວັກແຊັງ ສປ ຈີນ ຊ່ວຍເຫຼືອຜ່ານມາຈໍານວນ 3.300.000 ໂດສ (ບໍ່ລວມທີ່ກະຊວງປ້ອງກັນປະເທດຮັບ ຈຳນວນ 400.000 ໂດສ) ແລະ ຮ່ວມກັບການຊ່ວຍເຫຼືອຂອງປະເທດຕ່າງໆ, ອົງການສາກົນອື່ນໆ ຈະຊ່ວຍໃຫ້ ສປປ ລາວ ສາມາດບັນລຸຄາດໝາຍສັກວັກແຊັງໃຫ້ປະຊາ ກອນທົ່ວປະເທດ ໄດ້ 50% ຂຶ້ນໄປ ໃນປີ 2021 ເພື່ອຕ້ານ ແລະ ສກັດກັ້ນໂຄວິດ-19.