ລາຍລະອຽດຜູ້ຕິດເຊື້ອພາຍໃນບັນດາຕ່າງແຂວງ

191

ທ່ານນາງ ດຣ ບົວຜັນ ຄໍາພາພົງຜ່ານ ຮອງຫົວໜ້າສູນວິເຄາະ ແລະ ລະບາດວິທະຍາ, ກະຊວງສາທາລະນະສຸກ ຖະແຫຼງຂ່າວ ກ່ຽວກັບສະຖານະການໂຄວິດ 19 ວ່າ ໃນວັນທີ 12 ຕຸລາເຮົາໄດ້ເກັບຕົວຢ່າງກວດວິເຄາະທັງໝົດ 6.427 ຕົວຢ່າງ, ພົບຜູ້ຕິດເຊື້ອໃໝ່ 566 ຄົນ, ນໍາເຂົ້າ 9 ຄົນ (ຈາກ ຄໍາມ່ວນ 4 ຄົນ, ສະຫວັນນະເຂດ 4 ຄົນ ແລະ ຫຼວງພະບາງ 1 ຄົນ), ເສຍຊີວິດເພີ່ມ 2 ກໍລະນີ, ຕິດເຊື້ອພາຍໃນ 547 ຄົນ


ເຊິ່ງ 2 ແຂວງທີ່ມີຜູ້ຕິດເຊື້ອຫຼາຍກ່ອນໝູ່ແມ່ນ ນະຄອນຫຼວງວຽງຈັນ 246 ແລະ ຫຼວງພະບາງ 186 ລາຍລະອຽດລາຍງານໄປແລ້ວ ແລະ ຍັງອີກບັນດາແຂວງທີ່ເຫຼືອມາເບິ່ງລາຍລະອຽດຜູ້ຕິດເຊື້ອພາຍໃນນໍາກັນ

1 ວຽງຈັນ 49 ຄົນ ມີເມືອງແກ້ວອຸດົມ ມີ 08 ບ້ານ (26 ຄົນ) ບ້ານພູເຂົາຄໍາ ມີ 07 ຄົນ (ພະນັກງານໄຟຟ້າ 01 ຄົນ), ບ້ານຖີ່ນແກ້ວ ມີ 06 ຄົນ (ຄ້າຂາຍ 03 ຄົນ, ນັກຮຽນ, ເດັກ ແລະ ປະຊາຊົນ), ບ້ານໂພນຄໍາ ມີ 03 ຄົນ
ບ້ານໂພນແຍງ ມີ 02 ຄົນ (ພະນັກງານຄູ ແລະ ເດັກ), ບ້ານໂພຄໍາ ມີ 02 ຄົນ, ບ້ານທ່າຊັນ ມີ 02 ຄົນ (ແມ່ເຮືອນ ແລະ ປະຊາຊົນ), ບ້ານແສງສະຫວ່າງ ມີ 02 ຄົນ (ພະນັກງານໄຟຟ້າ), ບ້ານສາມັກຄີໄຊ (ນັກໂທດ), ບ້ານນາປູນ (ນັກຮຽນ),
ເມືອງວັງວຽງ ມີ 03 ບ້ານ (12 ຄົນ) ບ້ານວຽງແກ້ວ ມີ 09 ຄົນ (ຊາວນາ ມີ 08 ຄົນ ແລະ ຊາວນາ ມີ 01 ຄົນ), ບ້ານຫ້ວຍແຍ ມີ 02 ຄົນ (ຊາວນາ), ບ້ານເມືອງຊອງ ມີ 01 ຄົນ (ພະນັກງານແພດ)


ເມືອງໂພນໂຮງ ມີ 04 ບ້ານ (06 ຄົນ) ບ້ານນາເລົ່າ ມີ 02 ຄົນ (ເດັກ ແລະ ປະຊາຊົນ), ບ້ານນາໂພໃຕ້ ມີ 02 ຄົນ (ນັກສຶກສາ ແລະ ປະຊາຊົນ), ບ້ານນາໂພເໜຶອ ມີ 01 ຄົນ (ພະນັກງານແພດ), ບ້ານໂພນສີເໜຶອ ມີ 01 ຄົນ (ພະນັກງານ)
ເມືອງວຽງຄໍາ ມີ 02 ບ້ານ (05 ຄົນ) ມີ ບ້ານດອນກວດ ມີ 04 ຄົນ (ເດັກ 02 ຄົນ ແລະ ຜູ້ເຖົ້າ), ບ້ານນາເຄຶອ ມີ 01 ຄົນ (ພະນັກງານ)


2 ສະຫວັນນະເຂດ 27 ຄົນ ເມືອງອຸທຸມພອນ ມີ 02 ຄົນ, 02 ບ້ານ ມີ ບ້ານຈະເລີນສຸກ ມີ 01 ຄົນ, ບ້ານມະນີວົງໄຊ ມີ 01 ຄົນ
ນະຄອນໄກສອນ ມີ 25 ຄົນ, 03 ບ້ານ ມີບ້ານດົງນາຄໍາ ມີ 13 ຄົນ ບ້ານດົງດໍາດວນ; ບ້ານໜອງຜື ແລະ ບ້ານໂພນສະຫວ່າງໃຕ້ ມີ ບ້ານລະ 02 ຄົນ, ບ້ານໂພນສະຫວັນ, ບ້ານນາແກ (ກໍາມະກອນ), ບ້ານສະພານ (ກໍາມະກອນ), ບ້ານສະຫນາມໄຊ (ພະນັກງານຄູ), ບ້ານສະພານເຫນຶອ (ພະນັກງານໂຮງແຮມທີ່ເອັດທີ) ແລະ ບ້ານໂນນສະຫວາດ (ຄ້າຂາຍ) ມີບ້ານລະ 01 ຄົນ.


3 ບໍ່ແກ້ວ 16 ຄົນ ເມືອງ ຕົ້ນເຜີ້ງ ບ້ານດອນມູນ 01 ຄົນ ເຂດເສດຖາກິດພິເສດ 16 ຄົນ ຊື່ງແມ່ນ ກຳມະກອນກໍ່ສ້າງສະໜາມ ບິນ (ຄົນລາວ 07 ຄົນ, ພະມ້າ 07 ຄົນ, ຈີນ 03 ຄົນ)
4 ຈໍາປາສັກ 15 ຄົນ ບາຈຽງຈະເລີນສຸກ ມີ 09 ຄົນ, 04 ບ້ານ: ບ້ານຫ້ວຍລືສີ ມີ 06 ຄົນ ແລະ ບ້ານຫົວແຊ, ບ້ານລົ່ມສັກເໜຶອ ແລະ ບ້ານໜອງກອກ ບ້ານລະ 01 ຄົນ


ນະຄອນປາກເຊ ມີ 05 ຄົນ, 05 ບ້ານ ມີ 05 ຄົນຈາກບ້ານຫ້ວຍເລົາ ແລະ ບ້ານໂພນສະຫວັນ (ພະນັກງານແຟນຊິບ), ບ້ານກາງ (ຄ້າຂາຍ), ບ້ານສະໜາມໄຊ (ນັກຮຽນ) ແລະ ບ້ານພູຄູນ (ເດັກ 03 ປີ) ມີບ້ານລະ 01 ຄົນ.
ເມືອງຊະນະສົມບູນ ບ້ານເລົ່າ, ມີ 01 ຄົນ (ເພດຊາຍ, ອາຍຸ 49 ປີ, ເຂົ້າມາກວດດ້ວຍຮູບການຊືມເຊື້ອລະບົບຫາຍໃຈຮຸນແຮງກະທັນຫັນ (SARI).


5 ຄໍາມ່ວນ 6 ຄົນ ຈາກ ເມືອງຄູນຄໍາ, ບ້ານຜາຊ້າງ ມີ 6 ຄົນ
6 ຫຼວງນໍ້າທາ 5 ຄົນ ມີ 04 ຄົນ ມີປະຫວັດເດີນທາງມາປີ່ນປົວຢູ່ໂຮງໝໍ 150 ຕຽງ ນະຄອນຫລວງວຽງຈັນ ແລະ ອີກ 01 ຄົນ ຈາກບ້ານ ໂພນໄຊສະຫວ່າງ, ເມືອງນໍ້າທາ, ແຂວງຫຼວງນໍ້າທາ ເຊີງ ມາກວດຢູ່ແຂວງຫລວງນໍ້າທາ ແຕ່ຍັງບໍ່ທັນຮູ້ແຫຼ່ງທີ່ມາຂອງການຕິດເຊື້ອ.


7 ໄຊສົມບູນ 3 ຄົນ ເມືອງລ້ອງຊານ ມີ 03 ຄົນ, 02 ບ້ານ ບ້ານສັນປາຕອງ ມີ 02 ຄົນ ແລະ ບ້ານຖໍ້າດິນ ມີ 01 ຄົນ
8 ບໍລິຄໍາໄຊ 2 ຄົນ ເມືອງປາກຊັນ 02 ຄົນ, ບ້ານປາກຊັນ ມີ 01 ຄົນ (ນັກຮຽນ ມປ ປາກຊັນ ເກັບຕົວຢ່າງຄັ້ງ 2, ບ້ານກ້ວຍອຸດົມ ມີ 01 ຄົນ (ເພດຊາຍ, ພະນັກງານ ດ່ານໜ້າ ສໍາພັດກັບຄົນ ຕິດເຊື້ອ)
9 ສາລະວັນ 2 ຄົນ ຈາກ ເມືອງສາລະວັນ ບ້ານນາເຫຼັກມີ 02 ຄົນ