ພາມາເບິ່ງ! ຄອບຄົວທີ່ມີລາຍໄດ້ຫຼັກ 100 ລ້ານຕໍ່ປີ ຈາກການລ້ຽງງົວ ແລະ ລ້ຽງແບ້

1140

ອາຊີບທຸກອາຊີບ ແມ່ນລ້ວນແລ້ວແຕມີຂໍ້ດີແຕກຕ່າງກັນອອກໄປ ຂຶ້ນກັບວ່າອາຊີບນັ້ນ ສາມາດເຮັດໃຫ້ຊີວິດການເປັນຢູ່ຂອງເຮົາດີຂຶ້ນ ຫຼື ບໍ່ ແລະ ມື້ນີ້ຈະມານຳສະເໜີ ສຳລັບອາຊີບ ການລ້ຽງສັດ ຂອງຜູ້ທີ່ເປັນທັງພະນັກງານລັດ ແລະ ຍັງລົງມືສ້າງອາຊີບລ້ຽງສັດເພີ່ມ ເຊິ່ງວ່າຖ້າເຮົາມີໃຈມັກຮັກ ແລະ ມີຄວາມຕັ້ງໃຈກໍ່ຈະປະສົບຜົນສຳເລັດຢ່າງແນ່ນອນ ແລະ ຍັງສາມາດສ້າງລາຍຮັບຢ່າງຫຼວງຫຼາຍ.

ທ່ານ ຟົງຊົງ ອາຍຸ 36ປີ, ເປັນພະນັກງານສັງກັດລັດ, ເຮັດວຽກຢູ່ຂະແໜງອົບຮົມ, ຄະນະໂຄສະນາອົບຮົມແຂວງອຸດົມໄຊ, ຄອບຄົວຂອງລາວເປັນຄອບຄົວທີ່ໃຫຍ່ ມີຈຳນວນສະມາຊິກ 31 ຄົນ, ຍິງ 18 ຄົນ ຍ້ອນມີສະມາຊິກຫລາຍເຮັດໃຫ້ລາວ ແລະຄອບຄົວ ເກີດມີແນວຄິດລິເລີ່ມ ເພື່ອຊອກທາງອອກໃຫ້ແກ່ຄອບຄົວ.

ທ່ານ ຟົງຊົງ ເວົ້າວ່າ: ໃນເມື່ອກ່ອນຄອບຄົວຂອງຕົນເອງໄດ້ຖືອາຊີບການປູກຝັງ-ລ້ຽງສັດ ໂດຍສະເພາະ ແມ່ນປູກຢາງພາລາ, ເຮັດສວນສາລີ ແລະ ລ້ຽງສັດຈຳນວນໜຶ່ງ ແຕ່ການລ້ຽງສັດໄລຍະຜ່ານມາ ແມ່ນລ້ຽງແບບທຳມະຊາດ, ສັດລ້ຽງຢູ່ກະແຈກກະຈາຍ ສະພາບຄອບຄົວກໍຍັງພົບຄວາມຫຍຸ້ງຍາກຫລາຍດ້ານ, ບໍ່ກຸ້ມກິນ ເນື່ອງຈາກວ່າ ເປັນຄອບຄົວໃຫຍ່ ມີສະມາຊິກຫລາຍຄົນອາໄສຢູ່ຮ່ວມກັນ, ພາລະໃນການໃຊ້ຈ່າຍແຕ່ລະວັນນັບມື້ສູງຂຶ້ນ.

ມາໃນປີ 2015 ຟົງຊົງ ພ້ອມດ້ວຍຄອບຄົວ ຈິ່ງໄດ້ປຶກສາຫາລືກັນ ເພື່ອຊອກຫາທາງອອກທີ່ດີ ແລະໝັ້ນຄົງ ໃຫ້ແກ່ຄອບຄົວ ເລີຍຕັດສິນໃຈເລືອກເອົາອາຊີບການລ້ຽງງົວ ແລະ ລ້ຽງແບ້ ເປັນຈຸດສຸມ, ປູກຫຍ້າເພື່ອເປັນອາຫານສັດ, ຈັດສະຖານທີ່ລ້ຽງແບບເປັນຟາມ ເພື່ອເປັນອາຊີບເສີມຫລັກ ຍາດເວລານອກຈາກໂມງການ ແລະວັນພັກການ ເປັນການເບິ່ງແຍງ, ບົວລະບັດ ແລະຮັກສາສັດລ້ຽງ. ກ່ອນຈະຕັດສິນໃຈເລືອກເອົາອາຊີບນີ້ເປັນຫລັກ ກໍເນື່ອງຈາກວ່າຄອບຄົວມີພື້ນຖານທີ່ເປັນທ່າແຮງຫລາຍດ້ານ ເຊັ່ນ: ມີສະຖານທີ່ພຽງພໍສຳລັບລ້ຽງສັດ, ມີສັດລ້ຽງຂອງຕົນເອງຈຳນວນໜຶ່ງ ແລະຈຳນວນໜຶ່ງກໍ່ໄດ້ຊື້ເຂົ້າມາເພີ່ມ.

ປະຈຸບັນ ຟົງຊົງ ແລະ ຄອບຄົວ ມີເນື້ອທີ່ສຳລັບລ້ຽງສັດທັງໝົດ 90 ເຮັກຕາ, ມີສັດລ້ຽງທັງໝົດ 160 ໂຕ, ງົວ 130 ໂຕ, ແບ້ 30 ໂຕ, ສະຖານທີ່ລ້ຽງມີ 2 ຈຸດ ຄື: ຈຸດທີ 1 ຢູ່ ບ້ານນາງາມ ເນື້ອ 30 ເຮັກຕາ, ຈຸດນີ້ ມີງົວ 30 ໂຕ, ແບ້ 30 ໂຕ ແລະ ຈຸດທີ2 ຢູ່ ບ້ານປຸ່ງວີງ (ຫລັກ37) ມີເນື້ອທີ່ 60 ເຮັກຕາ, ມີງົວ 100 ໂຕ. ຍ້ອນພໍ່, ແມ່, ອ້າຍ, ເອື້ອຍ, ນ້ອງ ໃນຄອບຄົວ ເຄີຍມີມູນເຊື້ອ ແລະ ປະສົບການໃນການລ້ຽງສັດມາແຕ່ດົນນານ ຈິ່ງເຮັດໃຫ້ ການລ້ຽງງົວ ແລະ ລ້ຽງແບ້ ໄດ້ຮັບຜົນດີ.
ຄອບຄົວ ທ່ານ ຟົງຊົງ ເຖິງວ່າຈະເປັນຄອບຄົວທີ່ໃຫຍ່ ມີຈຳນວນສະມາຊິກຫລາຍຄົນ ແຕ່ເຂົາເຈົ້າຮູ້ຈັກແບ່ງໜ້າວຽກ, ແບ່ງເວລາ ໃຫ້ແຕ່ລະຄົນຮັບຜິດຊອບຢ່າງເໝາະສົມ, ສຳຄັນ ຟົງຊົງ ເອງການຍາດແຍ່ງຈັດແບ່ງເວລາເບິ່ງແຍງສັດລ້ຽງ ແມ່ນບໍ່ມີຜົນກະທົບຕໍ່ໜ້າທີ່ວຽກງານວິຊາສະເພາະ ແລະ ວຽກໃດທີ່ໄດ້ຕັດສິນໃຈລົງມືເຮັດໄປແລ້ວ ເມື່ອພົບບັນຫາກໍ່ຊອກທາງອອກ, ຊອກວິທີແກ້ໄຂ ທັງເຮັດທັງຮຽນຮູ້ໄປພ້ອມໆກັນ, ຮຽນຈາກຜູ້ທີ່ມີປະສົບການ, ສຶກສາຜ່ານທາງຍູທູບ, ເວັບໄຊ, ໜັງສືພິມ, ວາລະສານ ແລະອື່ນໆ ສາມາດເຮັດໃຫ້ຄອບຄົວປະສົບຜົນສຳເລັດ.

ການບຸກບືນ ສູ້ຊົນ ສ້າງເສດຖະກິດຄອບຄົວ ຂອງ ທ່ານ ຟົງຊົງ ມາເປັນເວລາ 7 ປີ ປັດຈຸບັນ ສາມາດເຮັດໃຫ້ຊີວິດການເປັນຢູ່ຂອງຄອບຄົວ ໄດ້ຮັບການພັດທະນາດີຂຶ້ນໄປເລື່ອຍໆ ມີເຮືອນຢູ່ຖາວອນ, ມີພາຫານະ ລົດໃຫຍ່, ລົດຈັກ, ເຄື່ອງໃຊ້ຄົວເຮືອນ ແລະ ອື່ນໆ ຫລາຍຢ່າງ. ແຕ່ລະປີ ຄອບຄົວ ທ່ານ ຟົງຊົງ ສາມາດສ້າງລາຍຮັບຈາກການຂາຍງົວ ແລະ ຂາຍແບ້ ໄດ້ເຖິງ 100 ລ້ານກວ່າກີບ.

ບັນຫາທີ່ພົບໃນປັດຈຸບັນ ແມ່ນທາງດ້ານການຕະຫລາດ ເນື່ອງຈາກວ່າໄລຍະນີ້ ທົ່ວໂລກ ເວົ້າລວມ ເວົ້າສະເພາະ ສປປ ລາວ ພວມໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19 ເຮັດໃຫ້ການນຳເຂົ້າ ແລະ ສົ່ງອອກ ສັດລ້ຽງພົບຄວາມຫຍຸ້ງຍາກ ລູກຄ້າສ່ວນຫລາຍແມ່ນມາຈາກຕ່າງເມືອງ, ຕ່າງງແຂວງ ແລະ ຕ່າງປະເທດ.
ທັງໝົດນັ້ນ ແມ່ນຍ້ອນຄວາມສາມັກຄີ, ຄວາມຕັ້ງໃຈ, ບຸກບືນ, ສູ້ຊົນ, ດຸໝັ່ນ, ອົດທົນ, ຊື່ສັດ, ປະຍັດ ບວກກັບການຕັດສິນໃຈ ລອງຜິດ-ລອງຖືກ ບໍ່ທໍ້ຖອຍກັບອຸປະສັກທີ່ພົບພໍ້ ຈິ່ງພາຕົນເອງ ແລະ ຄອບຄົວ ປະສົບຜົນສໍາເລັດ ແລະ ສາມາດຫຼຸດຜົ້ນອອກຈາກຄວາມທຸກຍາກໄດ້ເທື່ອລະກ້າວ.

ຈາກ: ສະຖານີ ວິທະຍຸ ໂທລະພາບ ແຂວງ ອຸດົມໄຊ