ໜ້າເສຍດາຍ ຢູ 23 ລາວ ຕັດ 2 ນັກເຕະທີ່ຮູບຮ່າງສູງໃຫຍ່ທີ່ສຸດໃນທີມອອກ ລຸ້ນຕໍ່ໂອກາດໜ້າ

3133

ສະຫະພັນບານເຕະແຫ່ງຊາດລາວ ປະກາດ 23 ນັກເຕະທີມຊາດລາວ ຢູ 23 ເມື່ອວັນທີ 11 ຕຸລາ 2021 ປາກົດວ່າ: ມີ 7 ນັກເຕະທີ່ຖືກຄັດອອກປະກອບມີ: ສີອໍາພອນ ແສງສະຫວ່າງ ຈາກສະໂມສອນ ຊ້າງນ້ອຍ ເອັຟຊີ, ວິສິດ ບຸນປະເສີດ ຈາກແຂວງສາລະວັນ, ຕີ ສີຫາລາດ ຈາກກອງທັບ ເອັຟຊີ, ເຄວິນ ສີສະນັ່ນ ຈາກແຂວງວຽງຈັນ, ສິນນະກອນ ກູມະນີຄໍາ ຈາກແຂວງຫຼວງພະບາງ, ຈັນທະວີໄຊ ຂຸນທຸມພອນ ຈາກແຂວງສະຫວັນນະເຂດ ແລະ ຈິດປະສົງ ລັດຖະຈັກ ຈາກຊ້າງນ້ອຍ ເອັຟຊີ.

ເຊິ່ງໃນ 7 ນັກເຕະທີ່ຖືກຄັດອອກນັ້ນ ມີ 2 ນັກເຕະທີ່ຮູບຮ່າງສູງໃຫຍ່ທີ່ສຸດໃນທີມກໍຄື ເຄວິນ ກອງກາງ ແລະ ວິສິດ ກອງໜ້າ ທີ່ສູງເຖິງ 181 ຊັງຕີແມັດເທົ່າກັນ ໂດຍສະເພາະ ເຄວິນ ທີ່ມີຮູບຮ່າງສູງໃຫຍ່ ທີ່ຈະເປັນອີກໄມ້ເດັດໃນລູກສູງ, ແຕ່ກໍຖືກຄັດອອກ. ຢ່າງໃດກໍຕາມ ຄັ້ງນີ້ເປັນຄັ້ງທໍາອິດໃນປະສົບການກັບທີມຊາດລາວ ແລະ ຕ້ອງລຸ້ນຕິດທີມຊາດຄັ້ງຕໍ່ໄປ.

ຫຼັງຖືກຄັດອອກ ເຄວິນ ໃຫ້ສໍາພາດຕໍ່ທີມຂ່າວເສດຖະກິດ-ການຄ້າ ວ່າ: ເປັນຄັ້ງທໍາອິດທີ່ມີຊື່ໃນການຄັດທີມຊາດລາວ ສຳລັບການຄັດເລືອກ ຢູ 23 ຊຸດນີ້ແມ່ນເປັນຊຸດທີ່ ແນ່ນອນມີຄວາມເຂັ້ມຂຸ້ນສູງ ແລະ ຄວາມທ້າທາຍໃໝ່ໆໃນການຝຶກຊ້ອມທີ່ຕົວເອງບໍ່ເຄີຍຊ້ອມມາກ່ອນ. ຢ່າງໃດກໍຕາມເພື່ອນຮ່ວມທີມ ໃນການຄັດເລືອກທີມຊາດຊຸດນີ້ແມ່ນມີຄວາມເປັນກັນເອງຫຼາຍ, ໄດ້ຮູ້ຈັກໝູ່ຄູ່ຫຼາຍຄົນ ທີ່ຍັງບໍ່ເຄີຍຮູ້ຈັກກັນມາກ່ອນ ແລະ ໄດ້ສຶກສາທັກສະຫຼາຍຢ່າງນຳໝູ່ຫຼາຍຄົນ ແນ່ນອນການທີ່ນ້ອງບໍ່ຜ່ານການຄັດໂຕຜ່ານເຂົ້າໄປມີລາຍຊື່ຕິດຢູ 23 ຄົນສຸດທ້າຍ ທີ່ຈະໄປເຕະຢູ່ ມົງໂກລີ ແມ່ນບໍ່ເສຍໃຈເລີຍ ເພາະນ້ອງໄດ້ເຮັດເຕັມທີ່ໃນການເຝິກຊ້ອມແລ້ວ.

ສ່ວນ ວິສິດ ກ່າວວ່າ: ການຕິດ 1 ໃນ 30 ນັກເຕະ ທີມຊາດລາວ ຢູ 23 ຄັ້ງນີ້ເປັນຄັ້ງທຳອິດໃນຊີວິດ ແມ່ນດີໃຈຫຼາຍ ການມາຊ້ອມກັບທີມຊາດລາວ ຢູ 23 ແມ່ນການຊ້ອມທີໜັກຫຼາຍ ແລະ ນັກກີລາຈາກຫຼາຍໆແຂວງ ຫຼາຍສະໂມສອນ ທີ່ມີຄວາມສາມາດ ແລະ ແຂງແກ່ນ. ຢ່າງໃດກໍຕາມ, ການຄັດເລືອກຊຸດນີ້ແມ່ນນ້ອງໄດ້ທັກສະຫຼາຍຢ່າງ ໂດຍສະເພາະແມ່ນການສະປີດຄວາມໄວເພີ່ນຂຶ້ນ ແລະ ອື່ນໆ ແນ່ນອນການບໍ່ຕິດທີມຊາດຊຸດນີ້ ແມ່ນບໍ່ເສຍໃຈປານໃດ ເພາະນ້ອງໄດ້ຫຼາຍໆຢ່າງຈາກການຝຶກຊ້ອມຄັ້ງນີ້ ເພືີ່ອມາປັບປຸງ ແລະ ພັດທະນາຕົວເອງຕໍ່ໄປ.

ສໍາລັບ ເຄວິນ ສີສະນັ່ນ ເກີດວັນທີ 31 ຕຸລາ 1999 ນໍ້າໜັກ 73 ແລະ ລວງສູງ 181 ຊັງຕີແມັດ; ບ້ານເກີດແມ່ນ ບ້ານເກິນ ເມືອງທຸລະຄົມ ແຂວງວຽງຈັນ. ປັດຈຸບັນແມ່ນຮຽນປີ 4 ຢູ່ມະຫາວິທະບາໄລຖົງເຢິນ ໃນປະເທດຈີນ ເຄີຍຫຼິ້ນໃຫ້ກັບ ເຄພີເອັສ ໃນປີ 2017 ລຸຍການແຂ່ງຂັນບານເຕະສາຍ ກ ແລະ ຫຼິ້ນໃຫ້ກັບ ວຽງຈັນ ເອັຟຊີ ລຸຍລາວລີກລະດູການ 2020 ເປັນທີມບ້ານເກີດຂອງຕົນເອງ.

ສ່ວນ ວິສິດ ບຸນປະເສີດ ເກີດວັນເດືອນເກີດ 23 ມັງກອນ 2002 ນໍ້າໜັກ 68 ແລະ ລວງສູງ 181 ຊັງຕີແມັດ; ບ້ານເກີດບ້ານນາກົກໂພ ເມືອງສາລະວັນ ແຂວງສາລະວັນ, ສ່ວນຜົນງານທີ່ຜ່ານມາ ແມ່ນຕິດທີມປະສົມແຂວງສາລະວັນ ເຂົ້າຮ່ວມການແຂ່ງຂັນບານເຕະທົ່ວປະເທດ 2020 ຊີງຂັນວັນຊາດ ທີ່ນະຄອນຫຼວງວຽງຈັນ ຍິງໃຫ້ກັບ ທີມແຂວງສາລະວັນ 2 ປະຕູ ແລະ ເຄີຍຫຼິ້ນໃຫ້ທີມສະໂມສອນ ສາລະວັນອາເຄເດມີ ໄປແຂ່ງຂັນ ທີ່ແຂວງຈຳປະສັກ ໂດຍມີຫຼາຍທີມເຂົ້າຮ່ວມ ແລະ ສາມາດຍາດໄດ້ທີ 3 ເຊິ່ງ ວິສິດ ຍັງໄດ້ເປັນດາວຍິງສູງສຸດ ຍິງໄປໄດ້ 9 ປະຕູ.
ຂ່າວ: ຫຼ້າ MKP; ຮູບຈາກ: ສະຫະພັນບານເຕະແຫ່ງຊາດລາວ