ລາຍລະອຽດຜູ້ຕິດເຊື້ອພາຍໃນມື້ນີ້ ນະຄອນຫຼວງວຽງຈັນ ແລະ ຫຼວງພະບາງ 2 ແຂວງທີ່ມີຍອດຜູ້ຕິດເຊື້ອສູງເກີນຮ້ອຍ

412

ທ່ານນາງ ດຣ ບົວຜັນ ຄໍາພາພົງຜ່ານ ຮອງຫົວໜ້າສູນວິເຄາະ ແລະ ລະບາດວິທະຍາ, ກະຊວງສາທາລະນະສຸກ ຖະແຫຼງຂ່າວ ກ່ຽວກັບສະຖານະການໂຄວິດ 19 ວ່າ ໃນວັນທີ 12 ຕຸລາເຮົາໄດ້ເກັບຕົວຢ່າງກວດວິເຄາະທັງໝົດ 6.427 ຕົວຢ່າງ, ພົບຜູ້ຕິດເຊື້ອໃໝ່ 566 ຄົນ, ນໍາເຂົ້າ 9 ຄົນ (ຈາກ ຄໍາມ່ວນ 4 ຄົນ, ສະຫວັນນະເຂດ 4 ຄົນ ແລະ ຫຼວງພະບາງ 1 ຄົນ), ເສຍຊີວິດເພີ່ມ 2 ກໍລະນີ, ຕິດເຊື້ອພາຍໃນ 547 ຄົນ

ເຊິ່ງ 2 ແຂວງທີ່ມີຜູ້ຕິດເຊື້ອຫຼາຍກ່ອນໝູ່ແມ່ນ ນະຄອນຫຼວງວຽງຈັນ ແລະ ຫຼວງພະບາງ ລາຍລະອຽດຕາມນີ້
ນະຄອນຫຼວງວຽງຈັນ 246 ຄົນ
1 ນະຄອນຫຼວງ 246 ຄົນ: ມາຈາກ 86 ບ້ານ, ໃນ 07 ເມືອງ ມີ ເມືອງຈັນທະບູລີ ມີ 08 ບ້ານ (18 ຄົນ)
ເມືອງສີໂຄດຕະບອງ ມີ 26 ບ້ານ (48 ຄົນ), ເມືອງໄຊເສດຖາ ມີ 13 ບ້ານ (105 ຄົນ) ຄ້າຍຂຸມຂັງ ນາໄຫ 70ຄົນ)

ເມືອງສີສັດຕະນາກມີ 08 ບ້ານ (14 ຄົນ), ເມືອງນາຊາທອງ ມີ 08 ບ້ານ (10 ຄົນ), ເມືອງໄຊທານີ ມີ 16 ບ້ານ (35 ຄົນ)(ສູນຫຼັກ 27 ມີ 7 ຄົນ) ແລະ ເມືອງຫາດຊາຍຟອງ ມີ 07 ບ້ານ (15 ຄົນ)
ສືບຕໍ່ເອົາຂໍ້ມູນ 01 ຄົນ

2 ຫຼວງພະບາງ 186 ຄົນ ຈາກ ນະຄອນຫຼວງພະບາງ ມີ 16 ບ້ານ (129 ຄົນ), ບ້ານຜາໂອ ມີ 93 ຄົນ (ນັກໂທດ 84 ຄົນ, ນັກບວດວັດຜາໂອ: 9 ຄົນ), ບ້ານໂພສີ ມີ 8 ຄົນ
ບ້ານຜາສຸກ ມີ 6 ຄົນ, ບ້ານພູຊ້າງຄໍາ ມີ 3 ຄົນ, ບ້ານໜອງຄໍາ ມີ 3 ຄົນ, ບ້ານໝື່ນນາ ມີ 3 ຄົນ
ບ້ານພູໝອກ ມີ 2 ຄົນ, ບ້ານພູເຫຼັກມີ 2 ຄົນ, ບ້ານນາຊ່າງເຫວີຍ ມີ 2 ຄົນ, ບ້ານຂົ່ວທີ່1, ບ້ານຊຽງແກ້ວ, ບ້ານນາຫຼວງ, ບ້ານວຽງໄຊ, ບ້ານໜອງໂຕກ, ບ້ານເມືອງງາ, ບ້ານໂພນໄຊ ມີ ບ້ານລະ 1 ຄົນ.

ເມືອງນໍ້າບາກ ມີ 5 ບ້ານ (42 ຄົນ) ມີ ບ້ານໂພນສະອາດ ມີ 30 ຄົນ, ບ້ານຟ້າ ມີ 4 ຄົນ, ບ້ານໂພນໄຊ ມີ 3 ຄົນ, ບ້ານນ້ຳລາ ມີ 3 ຄົນ, ບ້ານບົມ ມີ 2 ຄົນ
ເມືອງງອຍ ມີ 3 ບ້ານ (16 ຄົນ) ມີ ບ້ານໜອງຂຽວ ມີ 14 ຄົນ ແລະ ບ້ານງອຍເກົ່າ ແລະ ບ້ານສົບກອງ ມີ ບ້ານລະ 1 ຄົນ