ໂຣນັລໂດ ສ້າງສະຖິຕິອີກແລ້ວຫຼັງເຮັດແຮັດທຣິກພາ ປ໊ອກຕຸຍການ ຖະຫຼົ່ມ ລຸກຊໍາບວກ

409
Portugal's Cristiano Ronaldo celebrates after scoring the opening goal during the World Cup 2022 group A qualifying soccer match between Portugal and Luxembourg at the Algarve stadium outside Faro, Portugal, Tuesday, Oct. 12, 2021. (AP Photo/Joao Matos)

ຄຣິສເຕຍໂນ ໂຣນັລໂດ ກອງໜ້າຂອງທີມຊາດປ໊ອກຕຸຍການ ເຮັດແຮັດທຣິກ ( ຍິງຄົນດຽວ 3 ປະຕູ ) ຊ່ວຍໃຫ້ທີມຖະຫຼົ່ມ ລຸກຊໍາບວກ 5-0 ໃນການແຂ່ງຂັນບານໂລກ 2022 ຮອບຄັດເລືອກ ໂຊນເອີຣົບ ກຸ່ມ A ເມື່ອວັນທີ 12 ຕຸລາ 2021 ພ້ອມຢຶດອັດນັບ 2 ຂອງກຸ່ມ.

ນັດດັ່ງກ່າວ ໂຣນັລໂດ ຍິງ 3 ປະຕູນາທີໆ 8, 13 ແລະ 87 ເຮັດໃຫ້ ໂຣນັລໂດ ສ້າງສະຖິຕິເຮັດແຮັດທຣິກຄົບ 10 ຄັ້ງໃຫ້ກັບທີມຊາດປ໊ອກຕຸຍການ ແລະ ກາຍເປັນນັກເຕະຊາຍທີ່ເຮັດແຮັດທຣິກໃຫ້ກັບທີມຊາດ ຫຼາຍທີ່ສຸດໃນໂລກ.

ສໍາລັບ 10 ແຮັດທຣິກທີ່ເຮັດໄດ້ກັບທີມຊາດປ໊ອກຕຸຍການ ປະກອບມີ: ນັດພົບກັບ ໄອຣ໌ແລນເໜືອ ປີ 2013, ພົບ ຊູແອັດ 2013, ພົບ ອານເມນີ 2015, ພົບ ອັນດໍຣາ 2016, ພົບ ໝູເກາະແຟໂຣ 2017, ພົບ ແອັດສະປາຍ 2018, ພົບ ສະວິດ 2019, ພົບ ລິທົວນີ 2019, ພົບ ລິທົວນີ ອີກຄັ້ງໃນປີ 2019 ແລະ ພົບ ລຸກຊໍາບວກ 2021.
ນອກນັ້ນ, ໂຣນັລໂດ ຍັງສ້າງສະຖິຕິຍິງໄປ 115 ປະຕູຈາກການລົງແຂ່ງຂັນ 182 ນັດ ມາຈາກການຍິງດ້ວຍຕີນຊ້າຍ 26 ປະຕູ, ຕີນຂວາ 61 ປະຕູ ແລະ ລູກໂໝ່ງ 28 ປະຕູ ເຊິ່ງແບ່ງເປັນຈາກລູກຟຣີຄິກ 10 ຄັ້ງ, ຍິງໃນເກມ 89 ຄັ້ງ ແລະ ຈຸດໂທດ 16 ຄັ້ງ.
ຮູບຈາກ: AP