ລາຍລະອຽດ ກໍລະນີທີ 34-35 ຈາກໄປເພາະໂຄວິດ19 ຢູ່ນະຄອນຫຼວງວຽງຈັນທັງໝົດ

163

ນັບມື້ຍິ່ງໜັກໜ່ວງ ສໍາລັບສະຖານະການໂຄວິດ 19 ລາວເຮົາທີ່ມີຍອດຜູ້ເສຍຊີວິດເພີ່ມຂຶ້ນມື້ລະຫຼາຍຊີວິດ ດັ່ງມື້ນີ້ທີ່ສູນເສຍໄປອີກ 2 ກໍລະນີ ເຮັດໃຫ້ຍອດເສຍຊີວິດສະສົມເປັນ 35 ກໍລະນີແລ້ວ


ທ່ານນາງ ດຣ ບົວຜັນ ຄໍາພາພົງຜ່ານ ຮອງຫົວໜ້າສູນວິເຄາະ ແລະ ລະບາດວິທະຍາ, ກະຊວງສາທາລະນະສຸກ ຖະແຫຼງຂ່າວ ກ່ຽວກັບສະຖານະການໂຄວິດ 19 ວ່າ ໃນວັນທີ 12 ຕຸລາເຮົາໄດ້ເກັບຕົວຢ່າງກວດວິເຄາະທັງໝົດ 6.427 ຕົວຢ່າງ, ພົບຜູ້ຕິດເຊື້ອໃໝ່ 566 ຄົນ, ນໍາເຂົ້າ 9 ຄົນ ຈາກ ຄໍາມ່ວນ 4 ຄົນ, ສະຫວັນນະເຂດ 4 ຄົນ ແລະ ຫຼວງພະບາງ 1 ຄົນ ແລະ ເສຍຊີວິດເພີ່ມ 2 ກໍລະນີ ມີລາຍລະອຽດຕາມນີ້

1 ຜູ້ເສຍຊີວິດຄົນທີ 01, ຢູ່ໂຮງໝໍມິດຕະພາບ ຍີງ ອາຍຸ 45 ປີ ອາຊີບ: ຫວ່າງງານ. ບ້ານ ໂນນສົມບູນ ເມືອງ ສີໂຄດ ແຂວງ ນະຄອນຫລວງ.
ຜູ້ກ່ຽວໄດ້ໄປກວດຢູ່ໂຮງໝໍຕຳຫລວດ ພົບວ່າເລືອດຈາງທ່ານໝໍໄດ້ເເນະນຳໄປໃສ່ເລືອດຢູໂຮງໝໍສູນກາງ, ມາຮອດທີ່ 25/9/2021 ໄປກວດຢູ່ມະໂຫສົດແລ້ວໄດ້ກັກຢູ່ຫ້ອງແຍກປ່ຽວ,ຈົນມາຮອດທີ່ 28/9/2021 ໄດ້ຜົນກວດຢັ້ງຢືນເປັນ COVID-19 ແລ້ວ ຍ້າຍມາໂຮງໝໍມິດຕະພາບ.ພະຍາດປະຈຳຕົວ ຫາກໍ່ຮູ້ວ່າເປັນໄຂ່ຫລັງຊຸດໂຊມ, ໄດ້ສັກຢາວັກຊິນ 1 ເຂັມ, Sinopharm.
ໄລຍະທີ່ນອນປິ່ນປົວຢູ່ໂຮງໝໍແມ່ນແຕ່ວັນທີ 28/09/2021-12/10/2021 ແລະ ຮອດເວລາ 12:20 ໂມງຂອງວັນທີ 12/10/2021 ຜູ້ກ່ຽວໄດ້ເສຍຊີວິດ.


2 ຜູ້ເສຍຊີວິດຄົນທີ 02, ຊາຍ, ອາຍຸ 80 ປີ, ບ້ານປາກແຮດ, ເມືອງນາຊາຍທອງ, ນະຄອນຫລວງວຽງຈັນ, ບໍ່ໄດ້ຮັບການສັກຢາວັກຊີນກັນພະຍາດໂຄວິດ-19
ພະຍາດປະຈໍາຕົວ ເສັ້ນເລືອດສະໜອງແຕກ ຜ່າຕັດມາໄດ້ 06 ປີແລ້ວ, ຄົນເຈັບມີຊັກ ແຕ່ບໍ່ກິນຢາປະຈໍາ ແລະ ຄວບຄຸມຊັກບໍ່ໄດ້ ໃນເບື້ອງຕົ້ນ ຜູ້ກ່ຽວມີປະຫັວດສໍາຜັດໃກ້ຊິດກັບຄົນໃນຄອບຄົວຕິດເຊື້ອທັງໜົົດ ມີ 05 ຄົນ


ວັນທີ 7 ຕຸລາ 2021 ຜູ້ກ່ຽວ ໄດ້ເຂົ້າໂຮງໝໍພາກສະໜາມສູນຝຶກວິຊາຊີບຄົນພິການສີເກີດ ນໍາເມຍຂອງຜູ້ກ່ຽວ ຍ້ອນວ່າ ເມຍ, ລູກຕິດເຊື້ອ ແລະ ອີກຢ່າງໜື່ງຜູ້ກ່ຽວເປັນຄົນເຈັບທີ່ບໍ່ສາມາດຊ່ວຍເຫລຶອຕົນເອງໄດ້.
ວັນທີ 8 ຕຸລາ 2021 ຜົນກວດອອກມາແມ່ນພົບເຊື້ອ

ໄລຍະທີ່ນອນຢູ່ສູນດັ່ງກ່າວ ແມ່ນແຕ່ວັນທີ 07-13/10/2021 ເປັນເວລາ 07 ມື້
ຮອດເວລາ 05:00 ໂມງເຊົ້າຂອງວັນທີ 13/10/2021 ຜູ້ກ່ຽວໄດ້ເສຍຊີວິດ.
ສາຍເຫດຂອງການເສຍຊິວິດ ຍ້ອນ Uncontrolled Status Epilepticus