ຢູ 23 ອອກເດີນທາງແລ້ວ ຄາດຮອດ ມົງໂກລີ ເວລາ 13:30 ໂມງຕາມເວລາໃນທ້ອງຖິ່ນ

876

ໃນຕອນເຊົ້າ ວັນພຸດ 13 ຕຸລາ 2021 ຄະນະນຳ , ຄະນະຄູຝຶກ ແລະ ນັກກິລາ ທີ ຊາດລາວ ອອກເດີນທາງຈາກສະຫນາມບິນວັດໄຕ ດ້ວຍສາຍການບິນລາວ ໂດຍ ສະຫະພັນບານເຕະແຫ່ງຊາດລາວ ລາຍງານວ່າ: ທີມຊາດລາວຈະເດີນທາງເຖິງສະຫນາມມົງໂກລີ ໃນເວລາ 13:30 ຕາມເວລາທ້ອງຖິ່ນ ປະເທດມົງໂກລີ.

ທີມຊາດລາວ ຮຸ່ນອາຍຸບໍ່ເກີນ 23 ປີ ໃນການແຂ່ງຂັນບານເຕະຊີງແຊ້ມອາຊີ ຮຸ່ນອາຍຸບໍ່ເກີນ 23 ປີ 2022 ຮອບຄັດເລືອກ ຢູ່ກຸ່ມ J ປະກອບມີ ໄທ, ມາເລເຊຍ, ລາວ ແລະ ມົງໂກລີ ( ເຈົ້າພາບ)

ໂດຍ 23 ນັກເຕະມີດັ່ງນີ້ິ້:

+ ຜູ້ຮັກສາປະຕູ:

ເບີ 1. ສໍລະສັກ ທິລາວົງ ຈາກ ສະໂມສອນ ຊ້າງນ້ອຍ ເອັຟຊີ

ເບີ 12. ແກ້ວອຸດອນ ສຸວັນນະສັງໂສ ຈາກ ສະໂມສອນ ກອງທັບ ເອັຟຊີ

ເບີ 18. ຈັນທະວິໄຊ ທຽບອານົງ ຈາກ ສະໂມສອນ ເອສະຣາ ເອັຟຊີ

+ ກອງຫຼັງ:

ເບີ 3. ກິດຕິສັກ ພົມວົງສາ ຈາກ ສະໂມສອນ ຊ້າງນ້ອຍ ເອັຟຊີ

ເບີ 4. ອານັນຕະຊາ ສີພົງພັນ ຈາກ ສະໂມສອນ ເອສະຣາ ເອັຟຊີ

ເບີ 2. ພຸດທະວົງ ສັງວິໄລ ຈາກ ສະໂມສອນ ເອສະຣາ ເອັຟຊີ

ເບີ 19. ນະລົງສິດ ຈັນທະລັງສີ ຈາກ ສະໂມສອນ ວຽງຈັນ ເອັຟຊີ

ເບີ 16. ໄຊຍະສິດ ສິງສະຫວ່າງ ຈາກ ສະໂມສອນ ວຽງຈັນ ເອັຟຊີ

ເບີ 15. ໄຊຍະສິດ ກຸຫລາບສະຫວັນ ຈາກ ສະໂມສອນ ເມືອງຫາດ ຢູໄນເຕັດ

ເບີ 5. ຊີດີ ພົມສະຫວັນ ຈາກ ສະໂມສອນ ກອງທັບ ເອັຟຊີ

+ ກອງກາງ:

ເບີ 8. ພັດທະນາ ພົມມະເທບ ຈາກ ສະໂມສອນ ເອສະຣາ ເອັຟຊີ

ເບີ 21. ພຸດທະລັກ ທອງຊະນິດ ຈາກ ສະໂມສອນ ເອສະຣາ ເອັຟຊີ

ເບີ 7. ອານຸສອນ ໄຊປັນຍາ ຈາກ ສະໂມສອນ ເອສະຣາ ເອັຟຊີ

ເບີ 6. ທະນູທອງ ກຽດນະລົງລົບ ຈາກ ສະໂມສອນ ຊ້າງນ້ອຍ ເອັຟຊີ

ເບີ 9. ກີ້ດາວອນ ສຸວັນນີ ຈາກ ສະໂມສອນ ຊ້າງນ້ອຍ ເອັຟຊີ

ເບີ 17. ບຸນພະຈັນ ບຸນກອງ ຈາກ ສະມສອນ ຊ້າງນ້ອຍ ເອັຟຊີ

ເບີ 23. ອາລຸນໄນ ລຸນລາສີ ຈາກ ສະໂມສອນ ເອັຟຊີ ຈັນທະບູລີ

ເບີ 14. ກຽງທະວີສັກ ໄຊຊະນະປັນຍາ ຈາກ ສະໂມສອນ ເອັຟຊີ ຈັນທະບູລີ

ເບີ 13. ກ້ວຍເຈັງ ຫນູພັກດີ ຈາກ ສະໂມສອນ ກອງທັບ ເອັຟຊີ

ເບີ 23. ບຸນມີ ປິ່ນແກ້ວ ຈາກ ແຂວງຈຳປາສັກ

+ ກອງໜ້າ:

ເບີ 20. ເອກກະໄມ ລາດຊະຈັກ ຈາກ ແຂວງສະຫວັນນະເຂດ

ເບີ 11. ທິບພະຈັນ ຄຳໃບອ່ອນ ຈາກ ແຂວງຈຳປາສັກ

ເບີ 10. ໂຈນີ ແຫວນປະເສີດ ຈາກ ສະໂມສອນ ເອສະຣາ ເອັຟຊີ

ສໍາລັບ ຕາຕະລາງ ການແຂ່ງຂັນຂອງທີມຊາດລາວ ແຂ່ງຂັນຢູ່ທີ່ສະໜາມກິລາຂອງປະເທດມົງໂກລີ

ມີດັ່ງນີ້:

– ວັນພຸດ 27 ຕຸລາ 2021 ເວລາ 16:00 ໂມງ ລາວ ພົບ ມາເລເຊຍ

– ວັນສຸກ 29 ຕຸລາ 2021 ເວລາ 16:00 ໂມງ ລາວ ພົບ ໄທ

– ວັນອາທິດ 31 ຕຸລາ 2021 ເວລາ: 16:00 ລາວ ພົບ ມົງໂກລີ