ການຄ້າ ອຸດົມໄຊລົງເຜີຍແຜ່ບົດຮຽນການປູກສາລີພັນໃໝ່ ຢູ່ສອງເມືອງ

243

ການປູກສາລີ ຢູ່ສປປ ລາວ ແມ່ນເກືອບວ່າມີທຸກທົ່ວແຂວງ ຂອງປະເທດ ແຕ່ວ່າຫຼັກການປູກໃຫ້ຖືກຫຼັກການ ແລະ ວິທີເຮັດແນວໃດໃຫ້ໄດ້ໝາກຜົນຫຼາຍ ໄດ້ຕາມຕະຫຼາດຕ້ອງການນັ້ນເປັນອີກເງື່ອນໄຂໜຶ່ງທີ່ຕ້ອງສຶກສາຮຽນຮູ້

ທ້າຍອາທິດທີ່ຜ່ານມານີ້ ພະແນກອຸດສາຫະກຳ ແລະ ການຄ້າ ແຂວງອຸດົມໄຊ ແລະ ຜູ້ປະສານງານໂຄງການສົ່ງເສີມຄວາມສາມາດໃນການແຂ່ງຂັນ ເພື່ອສົ່ງອອກ ຫຼື (ECL) ໄດ້ລົງເຜີຍແຜ່ບົດຮຽນຜົນໄດ້ຮັບຈາກການປູກສາລີພັນໃໝ່ ຂອງໂຄງການຕົວແບບ ໃຫ້ຜູ້ປະກອບການ ແລະ ຊາວກະສິກອນ ທີ່ເປັນສະມາຊິກຂອງໂຄງການ ຢູ່ 2 ເມືອງ ຄື: ເມືອງຮຸນ ແລະ ເມືອງແບງ, ແຂວງອຸດົມໄຊ

ໂດຍການເຜີຍແຜ່ຂອງ ທ່ານ ສຸລິນ ມິດຕະພາບ ຮອງຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າແຂວງ, ມີຜູ້ປະສານງານໂຄງການສົ່ງເສີມຄວາມສາມາດໃນການແຂ່ງຂັນເພື່ອສົ່ງອອກ, ພະນັກງານຫ້ອງການອຸດສາຫະກໍາ ແລະ ການຄ້າ ເມືອງຮຸນ ແລະ ເມືອງແບງ ພ້ອມດ້ວຍຜູ້ປະກອບການ ແລະ ຊາວກະສີກອນສອງເມືອງ ເຂົ້າຮ່ວມ.

ໃນໂອກາດການລົງເຜີຍແຜ່ບົດຮຽນ ຊ່ຽວຊານໂຄງການສົ່ງເສີມຄວາມສາມາດໃນການແຂ່ງຂັນເພື່ອສົ່ງອອກ ກໍ່ໄດ້ຜ່ານບົດວິເຄາະຂອງການປູກສາລີພັນໃໝ່ ໂດຍປຽບທຽບສະມັດຕະພາບຜົນຜະລິດ ໄລຍະ 2017-2018 ຜົນຜະລິດສາລີໄດ້ພຽງແຕ່ 3-4 ໂຕນຕໍ່ເຮັກຕາ ໄລຍະນັ້ນ ຊາວກະສິກອນໄດ້ໃຊ້ການປູກແບບທຳມະຊາດ ມາຮອດໄລຍະ 2019-2020 ໄດ້ຮັບການຊຸກຍູ້ ສົ່ງເສີມ ຈາກໂຄງການ ECL ເຮັດໃຫ້ສະມັດຕະພາບຜົນຜະລິດສາລີໄດ້ຮັບໝາກຜົນສູງເຖິງ 7-8 ໂຕນຕໍ່ເຮັກຕາ.

ເນື່ອງຈາກວ່າ ຜົນຂອງການທົດລອງໃຊ້ແນວພັນທີ່ໂຄງການສະໜອງໃຫ້ຖ້າທຽບໃສ່ສາລີແນວພັນ ທີ່ຊາວກະສິກອນປູກຜ່ານມາ ເຫັນວ່າຜົນຜະລິດສາລີທີ່ໄດ້ຈາກແນວພັນຊະນິດໃໝ່ນີ້ມີຜົນຜະລິດສູງກວ່າ, ທັງນີ້ ຍ້ອນວ່າຊາວກະສິກອນໄດ້ນຳໃຊ້ເຕັກນິກວິຊາການ, ອຸປະກອນ-ເຄື່ອງມື ແລະການເອົາໃຈໃສ່ບົວລະບັດຮັກສາຖືກຕ້ອງຕາມຫລັກວິຊາການ ຈິ່ງເຮັດໃຫ້ສະມັດຕະພາບຜົນຜະລິດທີ່ໄດ້ຮັບສູງ. ນອກຈາກນີ້ ໂຄງການ ຍັງໄດ້ໃຫ້ຄວາມສຳຄັນໃນການປັບປຸງດິນໄປພ້ອມກັບການປູກສາລີ ແລະ ນຳໃຊ້ເຕັກນິກປູກຖົ່ວເຫຼືອງຊັບຫວ່າງຕົ້ນສາລີ ຕື່ມອີກ.