ພົບຜູ້ຕິດເຊື້ອໂຄວິດໃໝ່ 566 ຄົນ, ພາບໃນ 557 ຄົນ, ຈາກໄປເພີ່ມ 2 ກໍລະນີ

389

ສະຖານະການໂຄວິດ 19 ມາຮອດວັນທີ 13 ຕຸລາ 2021 ພົບຜູ້ຕິດເຊື້ອໃໝ່ທັງໝົດ 566 ຄົນ, ນໍາເຂົ້າ 9 ຄົນ, ພາຍໃນ 557 ຄົນ ໃນນັ້ນ ນະຄອນຫຼວງວຽງຈັນຫຼາຍກ່ອນໝູ່ 246 ຄົນ, ຮອງລົງມາແມ່ນຫຼວງພະບາງ 186 ຄົນ ແລະ ເສຍຊີວິດເພີ່ມ 2 ກໍລະນີ

ທ່ານນາງ ດຣ ບົວຜັນ ຄໍາພາພົງຜ່ານ ຮອງຫົວໜ້າສູນວິເຄາະ ແລະ ລະບາດວິທະຍາ, ກະຊວງສາທາລະນະສຸກ ຖະແຫຼງຂ່າວ ກ່ຽວກັບສະຖານະການໂຄວິດ 19 ວ່າ ໃນວັນທີ 12 ຕຸລາເຮົາໄດ້ເກັບຕົວຢ່າງກວດວິເຄາະທັງໝົດ 6.427 ຕົວຢ່າງ, ພົບຜູ້ຕິດເຊື້ອໃໝ່ 566 ຄົນ, ນໍາເຂົ້າ 9 ຄົນ ຈາກ ຄໍາມ່ວນ 4 ຄົນ, ສະຫວັນນະເຂດ 4 ຄົນ ແລະ ຫຼວງພະບາງ 1 ຄົນ ແລະ ເສຍຊີວິເພີມ 2 ກໍລະນີ

ກໍລະນີຕິດເຊື້ອພາຍໃນ 557 ຄົນ ຈາກນະຄອນຫຼວງວຽງຈັນ 246 ຄົນ, ຫຼວງພະບາງ 186 ຄົນ, ແຂວງວຽງຈັນ 49 ຄົນ, ສະຫວັນນະເຂດ 27 ຄົນ, ບໍ່ແກ້ວ 16 ຄົນ, ຈໍາປາສັກ 15 ຄົນ, ຄໍາມ່ວນ 6 ຄົນ, ຫຼວງນໍ້າທາ 5 ຄົນ, ໄຊສົມບູນ 3 ຄົນ, ບໍລິຄໍາໄຊ 2, ສາລະວັນ 2 ຄົນ ແລະ ເສຍຊີວິດໃໝ່ 2 ກໍລະນີ

ມາຮອດວັນທີ 12 ຕຸລາ 2021 ຍອດຜູ້ຕິດເຊື້ອສະສົມມີ 29.964 ຄົນ, ປົວຫາຍດີ 324 ຄົນ, ເສຍຊີວິດສະສົມ 35 ຄົນ (ໃໝ່ 2) ແລະ ກໍາລັງປິ່ນປົວຢູ່ 6.922 ຄົນ