ປູກຜັກຂາຍ ຊ່ວຍເຮັດໃຫ້ຄອບຄົວມີກິນ

344

ການເຮັດອາຊີບໃດໆກໍດີຕ້ອງໄດ້ອາໄສ ຄວາມດຸໝັ່ນຂະຫຍັນພຽນ ແລະ ຄວາມມັກ-ຮັກໃນອາຊີບ ນັ້ນໆ. ການປູກຜັກກໍເປັນອີກອາຊີບໜຶ່ງທີ່ຕິດພັນກັບຄົນລາວເຮົາ ເຊິ່ງພໍ່ ແມ່ ປູ່ ຍ່າ ຕາ ຍາຍໄດ້ພາເຮັດພາທຳມາ ແລະ ໄດ້ກາຍເປັນມູນເຊື້ອສືບທອດຕະຫຼອດຮອດປັດຈຸບັນ. ຈາກເມື່ອກ່ອນປູກໄວ້ກິນເອງ ແຕ່ປັດຈຸບັນກໍໄດ້ຫັນການຜະລິດເປັນສິນຄ້າສາມາດສ້າງລາຍຮັບ ແລະ ກາຍເປັນອາຊີບສຸດຈະລິດອີກອາຊີບໜຶ່ງໃນສັງຄົມ.

ຄອບຄົວ ທ່ານ ນາງ ພອນສະໄໝ ແສນສັກດາ ກໍແມ່ນຄອບຄົວໜຶ່ງທີ່ຢຶດໝັ້ນໃນການປູກຝັງໂດຍສະເພາະແມ່ນການຝູກຜັກເປັນສິນຄ້າ; ປັດຈຸບັນເພິ່ນອາຍຸໄດ້ 59 ປີ, ອາໄສຢູ່ບ້ານແອກຊ້າງ ເມືອງໂພນໂຮງ ແຂວງວຽງຈັນ ດ້ວຍຄວາມດຸໝັ່ນຂະຫຍັນພຽນໃນການປູກຝັງຈຳໜ່າຍເປັນສິນຄ້າ ສາມາດສ້າງລາຍຮັບເຂົ້າໃນຄອບຄົວໃຫ້ມີຢູ່ມີກິນໄດ້.

อาจเป็นรูปภาพของ 2 คน, ผู้คนกำลังยืน และ กลางแจ้ง

ທ່ານ ນາງ ພອນສະໄໝ ແສນສັກດາ ໄດ້ເວົ້າວ່າ: ຕົນເອງໄດ້ຢືດອາຊີບປູກຝັງມາແຕ່ຮຸ່ນພໍ່ຮຸ່ນແມ່ ແລະ ໄດ້ມີໂອກາດເຂົ້າສຶກສາທີ່ໂຮງຮຽນສືບທອດ (ປັດຈຸບັນແມ່ນວິທະຍາໄລເຕັກນິກແຂວງວຽງຈັນ) ໃນສາຂາວິຊາປູກຝັງ-ລ້ຽງສັດ ແລະ ຈົບໃນປີ 1994, ຫຼັງຈາກຈົບມາແລ້ວຕົນກໍໄດ້ນຳຄວາມຮູ້ດ້ານວິຊາການກະສິກຳໝູນໃຊ້ເຂົ້າໃນການເຮັດຕົວຈິງ ໂດຍໄດ້ເລີ່ມປະກອບອາຊີບກະສິກຳປູກຜັກຂາຍເປັນສິນຄ້າແບບຈິງຈັງ; ໂດຍເບື້ອງຕົ້ນໄດ້ເຊົ່າດິນຂອງເພື່ອນບ້ານ ເພື່ອປູກຜັກຂາຍເປັນອາຊີບຫຼັກຫາລ້ຽງຄອບຄົວ, ໃນເຮືອນມີແຮງງານຫຼັກ 2 ຄົນ (ຜົວ-ເມຍ). ພໍມີທຶນຮອນຈຳນວນໜຶ່ງແລ້ວມາຮອດປີ 2013 ກໍໄດ້ມາບຸກ ເບີກຄັງຂອງຕົນໃນເນື້ອທີ່ 1 ໄລ່ ໃຫ້ເປັນສວນປູກຜັກປະເພດຕ່າງໆຕາມຄວາມເໝາະສົມໃນລະດູການ ແລະ ອີງໃສ່ຄວາມຕ້ອງການຂອງຕະຫຼາດ.

อาจเป็นรูปภาพของ กลางแจ้ง

ເຈົ້າຂອງສວນຍັງໃຫ້ຮູ້ອີກວ່າ: ໃນລະດູແລ້ງແມ່ນນິຍົມປູກຜັກສະລັດ ເພາະມັນໄດ້ລາຄາສູງ ສ່ວນລະດູຝົນແມ່ນປູກໃນເຮືອນຮົ່ມ ເປັນຕົ້ນແມ່ນ: ປູກຜັກບົ້ງ, ຜັກຫົມ, ຜັກກາດຂາວ, ຫອມປ້ອມ ໃນຈຳນວນເຮືອນຮົ່ມ 7 ຫຼັງ. ແນວພັນຜັກຫົມ, ຜັກສະລັດ ແມ່ນເກັບແນວໄວ້ເອງ ສ່ວນແນວພັນຜັກອື່ນໆແມ່ນໄດ້ຊື້. ນອກນີ້, ຍັງມີຕົ້ນທຶນໃນການເຮັດເຮືອນຮົ່ມ ຈຳນວນ 500.000 ກວ່າກີບຕໍ່ 1 ເຮືອນຮົ່ມ ຂະໜາດ 36×2.5 ແມັດ (ເຮັດຄັ້ງ 1 ກຸ້ມເປັນປີ ລົງທຶນເທື່ອດຽວ). ການປູກ ແມ່ນປູກແບບທຳມະຊາດ ໃຊ້ຝຸ່ນນ້ຳໝັກຊີວະພາບຫົດ, ຝຸ່ນຄອກ ບໍ່ໃຊ້ປຸ໋ຍເຄມີ ແລະ ການຈຳໜ່າຍ ຫຼັງຈາກເກັບຜົນຜະລິດແຕ່ລະຄັ້ງ ຈະມີແມ່ຄ້າໄປຮັບຊື້ຢູ່ສວນເລີຍ ໃນລາຄາຕາມທ້ອງຕະຫຼາດ; ລາຍຮັບໃນການຈຳໜ່າຍຜັກປະມານ 500.000 ກີບ ຕໍ່ການເກັບຜົນຜະລິດ 1 ຄັ້ງ (ໄລຍະເກັບຜົນຜະລິດ: ຜັກຫົມ 10 ກວ່າວັນ, ຜັກບົ້ງ 20-25 ວັນ).

ທ່ານ ນາງ ພອນສະໄໝ ໃຫ້ຮູ້ຕື່ມອີກວ່າ: ຈຸດເດັ່ນຂອງຜັກຂອງຕົນທີ່ເຮັດໃຫ້ແມ່ຄ້າຕ້ອງການແມ່ນເປັນການປູກແບບກະສິກຳສະອາດ ມີ ຄວາມປອດໄພຕໍ່ສຸຂະພາບ ແລະ ສາມາດເກັບຮັກສາໄວ້ໄດ້ຫຼາຍມື້ (ບໍ່ເປື່ອຍ).

อาจเป็นรูปภาพของ กลางแจ้ง

ສຳລັບບັນຫາຂໍ້ຫຍຸ້ງຍາກໃນການຈຳໜ່າຍຜັກໃນປັດຈຸບັນຄື: ບັນຫາການແຜ່ະບາດຂອງພະຍາດໂຄວິດ-19, ຖ້າຫາກໃນເຂດໃກ້ຄຽງມີການແຜ່ເຊື້ອ ຫຼື ກຸ່ມສ່ຽງ ກໍຈະສົ່ງຜົນໃຫ້ແມ່ຄ້າບໍ່ສາມາດມາຊື້ຜັກໄດ້ ເຮັດໃຫ້ຕົວເລກການຈຳໜ່າຍຫຼຸດລົງ.

ທັງນີ້, ຈາກການປູກຜັກຂາຍເປັນອາຊີບຫຼັກຂອງຄອບຄົວ ທ່ານ ນາງ ພອນສະໄໝ ແສນສັກດາ ມາຮອດປັດຈຸບັນ ສາມາດເຮັດໃຫ້ຊີວິດການເປັນຢູ່ຂອງຄອບຄົວມີຢູ່ມີກິນ, ຫຼຸດພົ້ນຈາກຄວາມທຸກຍາກ, ມີທຶນຮອນສົ່ງລູກໆຮຽນຈົນຈົບ.

ສຳລັບໃນອະນາຄົດ ເພິ່ນຍັງມີແຜນຈະປັບປຸງດິນສວນທີ່ເຮັດມາຫຼາຍປີຄືນໃໝ່ເພື່ອໃຫ້ດິນມີສານອາຫານ, ໄດ້ຄຸນນະພາບປູກພືດງາມ. ໃນຕອນທ້າຍ ເພິ່ນໄດ້ເຊີນຊວນມາຍັງແມ່ຄ້າຊາວຂາຍໃຜທີ່ຕ້ອງການຊື້ຜັກສະອາດ, ປອດໄພຕໍ່ສຸຂະພາບ ແລະ ສາມາດໄວ້ຕູ້ເຢັນໄດ້ຫຼາຍມື້ (ບໍ່ເປື່ອຍ) ສາມາດເຂົ້າມາສັ່ງຊື້ທີ່ສວນໄດ້ ທີ່ບ້ານແອກຊ້າງ ເມືອງໂພນໂຮງ ແຂວງວຽງຈັນ ເບີຕິດຕໍ່ 030 5819912 ຫຼື ທ່ານໃດສົນຢາກໄດ້ບົດຮຽນໃນປູກຜັກນຳເພິ່ນກໍສາມາດພົວພັນ ຫຼື ໄປຫາໄດ້.

[ ຂ່າວ-ພາບ: ບຸນທະວີ ]