ສາວງາມພຽງຫນຶ່ງດຽວທີ່ຕິດຫນຶ່ງໃນສາມ ຊະນະການປະກວດ FACE OF LAOS 2021 ປູເປ້ ຊາບິນ້າ ສີນະວົງ

993

ຕາມມາຕິດໆເລີຍ ສາວງາມພຽງຫນຶ່ງດຽວທີ່ຕິດຫນຶ່ງໃນສາມ ຂອງໂຄງການປະກວດ FACE OF LAOS 2021 ຊຶ່ງເປັນສາວງາມຜູ້ອັດແຫນ້ນດ້ວຍປະສົບການ ແລະ ຄວາມຮູ້ຄວາມສາມາດ ຊາບິນ້າ ສີນະວົງ ຊື່ຫຼິ້ນ ປູ່ເປ້ ເຊິ່ງປັດຈຸບັນ ກຳລັງສຶກສາຢູ່ທີ່ ສະຖາບັນຣັຕະນະບໍລິຫານທຸລະກິດ ປີ2 ແລະ ຢູ່ສັງກັດ Tara Academy.

ນ້ອງປູເປ້ໄດ້ໃຫ້ສໍາພາດວ່າ: ຄວາມຮູ້ສຶກທຳອິດຕອນທີ່ຮູ້ວ່າຕົນເອງໄດ້ເປັນຕົວແທນນາງແບບລາວ ກໍຮູ້ສຶກດີໃຈຫຼາຍໆ ເພາະນ້ອງເອງກໍຕັ້ງເປົ້າໝາຍ, ຄາດຫວັງໄວ້ຂ້ອນຂ້າງສູງ ແລະ ນ້ອງກໍເຕັມທີ່ຫຼາຍກັບການປະກວດໃນຄັ້ງນີ້ ພໍຮູ້ວ່າຕົນເອງໄດ້ຕໍາແຫນ່ງ ທັງຮູ້ສຶກດີໃຈ, ຕື່ນເຕັ້ນທີ່ຈະໄດ້ເປັນເຖິງຕົວແທນປະເທດລາວໄປປະກວດໃນເວທີລະດັບ Asia ແລະ ຄວາມໄຝ່ຝັນສູງສຸດໃນວົງການບັນເທີງທີ່ຢາກຈະເຮັດ, ຢາກເປັນກໍຄື ການເປັນນາງແບບທີ່ເກັ່ງ, ເຮັດໃຫ້ຄົນເບິ່ງຊື່ນຊົມ ເປັນນັກສະແດງທີ່ເອົາຢູ່ທຸກບົດບາດ ແລະ ຍັງຢາກເປັນນັກຮ້ອງອີກ ເພາະເປັນອີກຄວາມຝັນຫນຶ່ງໃນຕອນຍັງນ້ອຍແມ່ນຢາກເປັນຄົນທີ່ເກັ່ງຮອບດ້ານ.

ເມື່ອເປ້ໄດ້ເປັນຕົວແທນນາງແບບລາວ ໄດ້ຕໍາແຫນ່ງ FACE OF LAOS ແລ້ວສິ່ງທີ່ນ້ອງຢາກຈະເຮັດເພື່ອຊ່ວຍເຫລືອສັງຄົມ ເນື່ອງຈາກວ່າຕອນນີ້ ເປັນວິກິດການຂອງການລະບາດພະຍາດໂຄວິດ-19 ສິ່ງທີ່ນ້ອງສາມາດພໍທີ່ຈະຊ່ວຍເຫຼືອສັງຄົມໄດ້ກໍຄື ການເຜີຍແຜ່ຂໍ້ມູນຂ່າວສານທີ່ຖືກຕ້ອງຜ່ານທາງ social ນໍາໃຊ້ social ເປັນສື່ກາງ ແລະ ອາດຈະມີໂຄງການຕ່າງໆອີກໃນອະນາຄົດ.

ສໍາລັບການກຽມຕົວຂອງເປ້ແມ່ນ ໄດ້ກຽມທັງການໂພສໜ້າກ້ອງ, ການເວົ້າກັບໜ້າກ້ອງ, ການເດີນ ແລະ ຍັງກຽມຄວາມສາມາດພິເສດເພື່ອໄປໂຊອີກ ເພາະເນື່ອງຈາກສະຖານະການໂຄວິດ ເລີຍບໍ່ສາມາດເດີທາງໄປປະກວດໄດ້ ຈຶ່ງໄດ້ປະກວດໃນຮູບແບບຂອງ online ແຕ່ເຖິງຢ່າງໃດເປ້ກໍຈະເຮັດໃຫ້ເຕັມທີ່ ແລະ ດີທີ່ສຸດ.

ຜົນງານຜ່ານມາຈົນຮອດປັດຈຸບັນຂອງເປ້ເອງກໍແມ່ນ ການປະກວດ Miss teen laos 2019, Tkk super model2020, Winter flower the series , One love The series , ໜັງສັ້ນຂອງອົງການ Unicef ແລະ ຫຼ້າສຸດກໍແມ່ນ Face of laos 2021 ນີ້ເອງ.

ກິດຈະກຳຍາມວ່າງ ເປ້ກໍຈະແມ່ນເບິ່ງໜັງ ເພື່ອຝຶກທັກສະການສະແດງ, ເບິ່ງການເດີນແບບ, ຫຼິ້ນກິຕ້າຮ້ອງເພງ ອື່ນໆ ແລະ ການເບິ່ງແຍງຕົວເອງ ແມ່ນນ້ອງຈະມັກນອນໄວ (ແຕ່ບາງຄັ້ງກໍອາດຈະມີບາງມື້ທີ່ນອນເດີກ555)ປະມານນີ້ ສຸດທ້າຍນີ້ນ້ອງຝາກໃຫ້ທຸກຄົນເຊຍ ແລະ ເປັນກຳລັງໃຈໃຫ້ ເປ້ ແລະ ອ້າຍໆອີກ 2ຄົນ ເຊິ່ງຈະເປັນຕົວແທນຂອງປະເທດລາວເຮົາ ໄປປະກວດລະດັບ Asia ພວກນ້ອງຈະເຮັດໃຫ້ເຕັມທີ່ ແລະ ເຮັດໃຫ້ດີທີ່ສຸດ ຝາກທຸກຄົນຊ່ວຍເຊຍແນ່ເດີ້. ຊ່ອງທາງການຕິດຕາມຜົນງານແມ່ນທາງເພຈ ເຟສບຸກ FACE OF LAOS ແລະ ເຟສບຸກສ່ວນຕົວຂອງເປ້ເອງ Pay Sabina.

ຮູບ: Pay Sabina.