ແອັສຕຣາເຊເນກາ ທົດລອງຢາປິ່ນປົວພະຍາດໂຄວິດ

572

ສຳ​ນັກ​ຂ່າວ​ຕ່າງ​ປະ​ເທດ​ລາຍ​ງານ​ວ່າ ແອັ​ສ​ຕ​ຣາ​ເຊ​ເນ​ກາ ເຊິ່ງ​ເປັນ​ບໍ​ລິ​ສັດ​ຜູ້​ຜະ​ລິດ​ຢາ​ລາຍ​ໃຫຍ່​ຂອງ​ອັງ​ກິດ​ເປີດ​ເຜີຍ​ໃນ​ວັນ​ທີ 11 ຕຸ​ລາ​ຜ່ານ​ມາ​ວ່າ ບໍ​ລິ​ສັດໄດ້​ປະ​ສົບ​ຜົນ​ສຳ​ເລັດ​ໃນ​ການ​ທົດ​ລອງ​ຢາ​ແອນ​ຕີ​ບໍ​ດີ​ແບບ​ປະ​ສົມ ຫຼື ຢາ​ແອນ​ຕີ​ບໍ​ດີ​ຄ໊ອກ​ເທວ ເພື່ອຫຼຸດ​ຄວາມ​ຮຸນ​ແຮງຫຼື​ການ​ເສຍ​ຊີ​ວິດ​ຂອງ​ຜູ້​ຕິດ​ເຊື້ອ​ໂຄວິດ-19 ທີ່​ບໍ່​ໄດ້​ເຂົ້າ​ປິ່ນ​ປົວ​ຢູ່​ໂຮງ​ໝໍ.

ຢາ​ດັ່ງ​ກ່າວ​ມີ​ຊື່​ວ່າ AZD 7442 ເຊິ່ງ​ຊ່ວຍຫຼຸດ​ຄວາມ​ຮຸນ​ແຮງ ແລະ ການ​ເສຍ​ຊີ​ວິດ​ຂອງ​ຜູ້​ຕິດ​ເຊື້ອ​ໂຄວິດ-19 ໄດ້​ເຖິງ 50% ຂອງ​ຜູ້​ປ່ວຍ​ທີ່​ສະ​ແດງ​ອາ​ການ​ແລ້ວ 7 ວັນ ເຊິ່ງ​ເປັນ​ໄປ​ຕາມ​ເປົ້າ​ໝາຍ​ຂອງ​ການ​ທົດ​ລອງ.

ຮອງ​ປະ​ທານ​ບໍ​ລິ​ຫານ​ດ້ານ​ການ​ວິ​ໄຈ​ຂອງ​ບໍ​ລິ​ສັດ​ແອັ​ສ​ຕ​ຣາ​ເຊ​ເນ​ກາ ກ່າວ​ວ່າ: ການ​ໃຊ້​ຢາ​ແອນ​ຕີ​ບໍ​ດີ​ຂອງ​ພວກ​ເຮົາ​ໄລ​ຍະ​ເລີ່ມ​ຕົ້ນ ຊ່ວຍຫຼຸດ​ຂະ​ບວນ​ການ​ທີ່​ຈະ​ນຳ​ໄປ​ສູ່​ເກີດ​ອາ​ການ​ຮຸນ​ແຮງ​ໄດ້ ອີກ​ທັງ​ຍັງ​ຊ່ວຍ​ປ້ອງ​ກັນ​ການ​ຕິດ​ເຊື້ອ​ໄດ້​ນານ​ເຖິງ 6 ເດືອນ ໂດຍຫຼັງ​ຈາກ​ນີ້ ບໍ​ລິ​ສັດ​ຈະ​ນຳ​ຂໍ້​ມູນ​ໄປ​ປຶກ​ສາ​ຫາ​ລື​ກັບ​ໜ່ວຍ​ງານ​ດ້ານ​ສຸ​ຂະ​ພາບ​ຕໍ່​ໄປ.

ຢາ​ດັ່ງ​ກ່າວ​ສາ​ມາດ​ໃຊ້​ປິ່ນ​ປົວ ແລະ ປ້ອງ​ກັນ​ຜູ້​ທີ່​ມີ​ພູມ​ຄຸ້ມ​ກັນ​ບໍ່​ແຂງ​ແຮງ​ພຽງ​ພໍ​ທີ່​ຈະ​ຕອບ​ສະ​ໜອງວັກ​ແຊັງ​ປ້ອງ​ກັນ​ໂຄວິດ-19.