ໂກແມນ ແຊັກ ປັບຫຼຸດຄາດການເສດຖະກິດຂອງອາເມຣິກາລົງ

305

ສຳ​ນັກ​ຂ່າວ​ຕ່າງ​ປະ​ເທດ​ລາຍ​ງານ​ໃນ​ວັນ​ທີ 11 ຕຸ​ລາ 2021 ວ່າ ໂກ​ແມນ​ ແຊັກ ສະ​ຖາ​ບັນ​ການ​ເງິນ​ຍັກ​ໃຫຍ່​ຂອງ​ສະ​ຫະ​ລັດ​ອາ​ເມ​ຣິ​ກາ ໄດ້​ປັບຫຼຸດ​ຄາດ​ການ​ເສດ​ຖະ​ກິດ​ຂອງ​ສະ​ຫະ​ລັດ​ລົງ​ເຫຼືອ 5,6% ໃນ​ປີ​ນີ້ ຈາກ​ເດີມຄາດ​ວ່າ​ຈະ​ຂະ​ຫຍາຍ​ຕົວ 5,7%, ສ່ວນ​ປີ 2022 ຄາດ​ວ່າ​ຈະ​ຂະ​ຫຍາຍ​ຕົວ 4% ຈາກ​ເດີມ​ຄາດ​ວ່າ​ຈະ​ຂະ​ຫຍາຍ​ຕົວ 4,4% ໂດຍ​ໃຫ້​ເຫດ​ຜົນ​ວ່າ ການ​ໃຊ້​ຈ່າຍ​ຂອງ​ຜູ້​ບໍ​ລິ​ໂພກ​ມີ​ທ່າ​ອ່ຽງ​ວ່າ ຟື້ນ​ຕົວ​ຊ້າກວ່າ​ທີ່​ຄາດ​ການ​ໄວ້ ແລະ ຄ​າດ​ວ່າ ການ​ສະ​ໜັບ​ສະ​ໜູນ​ດ້ານ​ການ​ເງິນ​ຂອງ​ລັດ​ຖະ​ບານ​ຈະ​ສະ​ລໍ​ຕົວ​ລົງ​ຈົນ​ຮອດ​ທ້າຍ​ປີ 2022.

ທີມ​ວິ​ເຄາະ​ຂອງ​ໂກ​ແມນ ແຊັກ ລະ​ບຸ​ວ່າ: ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ໄດ້​ສົ່ງ​ຜົນ​ກະ​ທົບ​ຕໍ່​ທຸ​ລະ​ກິດ​ພາກ​ບໍ​ລິ​ການ​ໃນ​ສະ​ຫະ​ລັດ, ສ່ວນ​ບັນ​ຫາ​ການ​ຂາດ​ແຄນ​ເຊ​ມີ​ຄອນ​ດັກ​ເຕີ (ຊິບ) ຄາດ​ວ່າ ຍັງບໍ່​ມີ​ທ່າ​ອ່ຽງ​​ຈະຜ່ອນ​ຄາຍ​ລົງ​ຈົນ​ເຖິງ​ກາງ​ປີ​ໜ້າ ເຊິ່ງ​ຈະ​ເຮັດ​ໃຫ້​ພາກ​ເອ​ກະ​ຊົນ​ປະ​ສົບ​ກັບ​ຄວາມຫຼ້າ​ຊ້າ​ໃນ​ການ​ກຽມ​ສະ​ຕ໊ອກ​ສິນ​ຄ້າ​ຈົນ​ເຖິງ​ປີ​ໜ້າ.

ລາຍ​ງານ​ລະ​ບຸ​ວ່າ: ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ຍັງ​ຈະ​ສືບ​ຕໍ່​ສົ່ງ​ຜົນ​ກະ​ທົບ​ຕໍ່​ການ​ໃຊ້​ຈ່າຍ​ພາກ​ບໍ​ລິ​ການ ແລະ ການ​ຊື້​ສິນ​ຄ້າ ຍັງ​ຢູ່​ໃນ​ລະ​ດັບ​ຕ່ຳ​ ໂດຍ​ສະ​ເພາະ ຫາກ​ພາກ​ເອ​ກະ​ຊົນ​ປັບ​ປ່ຽນ​ຮູບ​ແບບ​ໃນ​ການ​ເຮັດ​ວຽກ​ທາງ​ໄກ ຍິ່ງ​ຈະ​ເຮັດ​ໃຫ້​ການ​ໃຊ້​ຈ່າຍ​ຂອງ​ຜູ້​ບໍ​ລິ​ໂພກ​ໜ້ອຍ​ລົງ.