ແກ່ນທ້າວກຳລັງຈະມີປະຕູໂຂງເຂົ້າເມືອງ ຕອນນີ້ຄືບໜ້າ 75% ແລ້ວ

691

ປະຕູໂຂງ ສຳລັບປະຊາຊົນລາວແມ່ນຖືວ່າສຳຄັນຫຼາຍ ສາມາດສັງເກດໄດ້ຕາມສະຖານທີ່ຕ່າງໆ ກໍ່ຈະປະກົດເຫັນວ່າມີປະຕູໂຂງ ກ່ອນທີ່ຈະເຂົ້າສູ່ສະຖານທີ່, ເມືອງ, ແຂວງ ແລະ ສະຖານທີ່ຕ່າງໆ ແລະ ຄັ້ງນີ້ກໍ່ເຊັ່ນກັນ ປະຕູໂຂງສຳລັບເຂົ້າ-ອອກ ເທດສະບານເມືອງແກ່ນທ້າວ ແມ່ນໃກ້ສຳເລັດ ແລະ ຄາດວ່າຈະສົມບູນ 100% ໃນເດືອນຕຸລານີ້.

ໂຄງການກໍ່ສ້າງປະຕູໂຂງ ເຂົ້າ-ອອກ ເທດສະບານເມືອງແກ່ນທ້າວ ແຂວງໄຊຍະບູລີ ເລີ່ມລົງມືກໍ່ສ້າງມາແຕ່ເດືອນກໍລະກົດ 2021 ເຊິ່ງມີຄວາມສູງ 6 ແມັດ, ດ້ານໜ້າກວ້າງ 12 ແມັດ, ດ້ານຂ້າງ 2,5 ແມັດ ລວມມູນຄ່າການກໍ່ສ້າງທັງໝົດ 187.000.000 ກວ່າກີບ.

ໂດຍແມ່ນຫ້ອງວ່າການເມືອງ ເປັນເຈົ້າຂອງໂຄງການ ແລະ ບໍລິສັດ ຈັນທະວົງ ກໍ່ສ້າງ-ຂົວທາງ ເປັນຜູ້ຮັບເໝົາ. ໃນຕອນເຊົ້າວັນທີ 9 ຕຸລາ 2021 ນີ້, ໄດ້ຍົກໂຄງຫຼັງຄາປະຕູໂຂງດັ່ງກ່າວ. ໂດຍໄດ້ມີພິທີທາງສາສະໝາຕາມຮີດຄອງປະເພນີ.

ເປັນກຽດເຂົ້າຮ່ວມໃນພິທີມີທ່ານ ອໍາຄາ ລັດສະໝີ ເຈົ້າເມືອງແກ່ນທ້າວ, ຫົວໜ້າ,ຮອງຫົວໜ້າຫ້ອງຂອງເມືອງ ແລະ ບໍລິສັດຮັບເໝົາກໍ່ສ້າງເຂົ້າຮ່ວມ. ເຊິ່ງວ່າມາຮອດປັດຈຸບັນນີ້, ໂຄງການດັ່ງກ່າວ ສໍາເລັດແລ້ວ 75 % ແລະ ຄາດວ່າຈະສໍາເລັດ 100 % ໃນເດືອນຕຸລາ 2021 ນີ້.