ມະຫະກໍາ ສີມືຫັດຖະກໍາລາວ ປີ 2021 ຈະຈັດແບບອອນລາຍ ແຕ່ວັນທີ 30 ຕຸລາ ຫາ ວັນທີ 7 ພະຈິກ

566

ສະມາຄົມຫັດຖະກຳລາວ ຖະແຫຼງຂ່າວກຽມຈັດມະຫະກໍາ ສີມືຫັດຖະກໍາລາວ ຄັ້ງທີ 20 ປະຈຳປີ 2021 ຜ່ານທາງສື່ອອນລາຍ ໂດຍສະເພາະແມ່ນ ຜ່ານທາງເຟສບຸກ (Facebook Live) ພິທີຖະແຫຼງຂ່າວໄດ້ຈັດຂຶ້ນໃນວັນທີ 7 ຕຸລາ 2021 ຜ່ານມາ ໂດຍ ທ່ານ ນາງ ສຸວິຕາ ປະເສີດ ປະທານສະມາຄົມຫັດຖະກໍາລາວ, ມີ ທ່ານ ບົວວັນ ວິລະວົງ ຫົວໜ້າກົມອຸດສາຫະກໍາ ແລະ ຫັດຖະກໍາ ກະຊວງ ອຸດສາຫະກໍາ ແລະ ການຄ້າ, ທ່ານ ນາງ ຈັນທະຈອນ ວົງໄຊ ຮອງປະທານສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ ພ້ອມດ້ວຍຄະນະ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.


ທ່ານ ນາງ ສຸວິຕາ ປະເສີດ ກ່າວວ່າ: ມະຫະກໍາ ສີມືຫັດຖະກໍາລາວ ປີນີ້ຈັດຂຶ້ນພາຍໃຕ້ຄຳຂວັນ: “ສີໄມ້ລາຍມືຄື ອຸທິຍານແຫ່ງການທ່ອງທ່ຽວ” ຈະຈັດຂຶ້ນເປັນເວລາ 9 ວັນ ນັບແຕ່ວັນທີ 30 ຕຸລາ ຫາ ວັນທີ 7 ພະຈິກ 2021 ຜ່ານທາງສື່ອອນລາຍ ໂດຍສະເພາະຜ່ານທາງເຟສບຸກ (Facebook Live) ເຊິ່ງຮູບແບບ ແລະ ບັນຍາກາດຂອງງານປີນີ້ ແມ່ນແຕກຕ່າງຈາກໄລຍະຜ່ານມາ ເນື່ອງຈາກຈັດຂຶ້ນໃນທ່າມກາງສະພາບການລະບາດຂອງພະຍາດໂຄວິດ-19 ຢ່າງໜັກໜ່ວງຢູ່ປະເທດເຮົາ. ແຕ່ຢ່າງໃດກໍຕາມ ເພື່ອໃຫ້ໄດ້ຈັດງານຕາມແຜນວາງໄວ້ ແລະ ເພື່ອຮັບປະກັນຄວາມປອດໄພ, ປະຕິບັດຕາມມາດຕະການປ້ອງກັນ ແລະ ຄວບຄຸມການແຜ່ລະບາດຂອງພະຍາດ, ຕາມທິດຊີ້ນໍາຂອງລັດຖະບານ. ຄະນະບໍລິຫານສະມາຄົມຫັດຖະກໍາລາວ ໄດ້ຕົກລົງກັນຢ່າງເອກະພາບຫັນປ່ຽນຈາກການຈັດງານວາງສະແດງ ແລະ ຂາຍສິນຄ້າຫັດຖະກໍາ ຈາກຮູບແບບຕັ້ງຮ້ານຂາຍ ຢູ່ເທິງພື້ນທີ່ຈັດງານຄືດັ່ງການຈັດຂຶ້ນໃນຫຼາຍໆຄັ້ງຜ່ານມາ, ຫັນມາເປັນຮູບແບບໃໝ່ ຄືຈະໄດ້ຈັດຮ້ານວາງສະແດງ ແລະ ຂາຍສິນຄ້າຫັດຖະກຳ ຜ່ານທາງສື່ອອນລາຍ.


ປະທານສະມາຄົມຫັດຖະກໍາລາວ ກ່າວຕື່ມອີກວ່າ: ການຈັດງານ “ມະຫະກໍາ ສີມືຫັດຖະກໍາລາວ” ຜ່ານທາງເຟສບຸກ (Facebook Live) ແມ່ນມີຜົນປະໂຫຍດຫຼາຍ ເປັນການຕອບສະໜອງໂອກາດໃຫ້ແກ່ລູກຄ້າ, ປະຊາຊົນພວກເຮົາທີ່ພວມກັກກັນຕົນເອງຢູ່ຕາມເຮືອນຊານບ້ານຊ່ອງ ກໍສາມາດເຂົ້າເຖິງ ແລະ ມີສ່ວນຮ່ວມໃນ ສີມືຫັດຖະກໍາລາວ ເຊິ່ງທຸກຄົນສາມາດເຂົ້າເບິ່ງ, ສາມາດໃຫ້ການສະໜັບສະໜູນວຽກງານຫັດຖະກໍາຂອງ ສປປ ລາວ ພວກເຮົາ ເວົ້າລວມ, ເວົ້າສະເພາະແມ່ນສາມາດອຸ້ມຊູຍູ້ໜູນຊາວຊ່າງຫັດຖະກໍາຈາກຊົນນະບົດເຂດຫ່າງໄກສອກຫຼີກໃນຂອບເຂດທົ່ວປະເທດ ດ້ວຍການສັ່ງຊື້ສິນຄ້າຫັດຖະກໍາຜ່ານທາງອອນລາຍ ແລະ ສາມາດເປັນເຈົ້າຂອງຜະລິດຕະພັນຫັດຖະກໍາທີ່ທ່ານມັກໄດ້.


ສຳລັບຜະລິດຕະພັນຫັດຖະກໍາທີ່ຈະນໍາມາວາງສະແດງ ແລະ ຂາຍ ຜ່ານທາງຮ້ານຂາຍອອນລາຍຄັ້ງນີ້ ມີຫຼາຍປະເພດເຊັ່ນ: ແຜ່ນແພພື້ນເມືອງ (ຜ້າໄໝ, ຜ້າຝ້າຍ ແລະ ໂຍພືດຕ່າງໆ); ເຄື່ອງຈັກສານ (ຕິບເຂົ້າ, ກະເບົາ, ກະບຸງ, ກະຕ່າ, ເຄື່ອງໃຊ້ສອຍ); ເຄື່ອງປະດັບ (ເງິນ, ຄໍາ, ແກ້ວ ແລະ ຫີນປະເສີດ…), ຜະລິດຕະພັນວັດທະນາທໍາ (ເຈ້ຍສາ, ເຄື່ອງປັ້ນດິນເຜົາ, ຮູບແກະສະຫຼັກ, ຮູບແຕ້ມ..); ອາຫານ-ເຄື່ອງດື່ມ ສະໝຸນໄພຜະລິດຕະພັນຫັດຖະກໍາເພື່ອການກຸສົນ (ຈັດການປະມູນ ປະກອບທຶນເພື່ອການກຸສົນ) ແລະ ໃນງານຄະນະຮັບຜິດຊອບໄດ້ຈັດໃຫ້ມີ 5 ກິດຈະກໍາຫຼັກຄື: 1. ກິດຈະກໍາວາງສະແດງ ແລະ ຂາຍສິນຄ້າຫັດຖະກໍາ; 2. ກິດຈະກໍາເສວະນາ ແລະ ຝຶກອົບຮົມໃນຫົວຂໍ້ຕ່າງໆທີ່ກ່ຽວຂ້ອງກັບການອະນຸລັກ ແລະ ສົ່ງເສີມວຽກງານຫັດຖະກໍາ; 3. ກິດຈະກໍາປະກວດການແຂ່ງຂັນຜະລິດຕະພັນໃໝ່; 4. ກິດຈະກໍາສາທິດ ຂັ້ນຕອນການຜະລິດຕົວຈິງ ແລະ 5) “ໂຄງການຫ່ວງໄຍໄປເຖິງ” ປະກອບມີການປະມູນເຄື່ອງຫັດຖະກໍາ ແລະ ສົ່ງເສີມເຄື່ອງນຸ່ງຫົ່ມຂອງບັນດາຊົນເຜົ່າ.


ທ່ານ ບົວວັນ ວິລະວົງ ກ່າວວ່າ: ປີນີ້ມີຄວາມທ້າທາຍຫຼາຍ ໃນສະພາບການລະບາດຂອງພະຍາດໂຄວິດ-19. ແຕ່ເຖິງຢ່າງໃດກໍຕາມ ເພື່ອສົ່ງເສີມຜູ້ປະກອບການ ແລະ ຊາວຊ່າງຫັດຖະກຳ ໄດ້ມີໂອກາດໂຄສະນາຜະລິດຕະພັນ, ນຳສະເໜີຮູບແບບທຸລະກິດແບບໃໝ່ ໃນຍຸກແຫ່ງການດຳລົງຊີວິດແບບປົກກະຕິຮູບແບບໃໝ່ (New Normal) ຂະແໜງຫັດຖະກຳພວກເຮົາ ກໍຈຳເປັນຕ້ອງປັບປຸງຮູບແບບການດຳເນີນທຸລະກິດແບບໃໝ່ ເປັນຕົ້ນ ການນຳໃຊ້ໄອທີ, ການຕະຫຼາດອອນລາຍ, ປັບປ່ຽນຜະລິດຕະພັນ ແລະ ເນັ້ນກຸ່ມລູກຄ້າໃໝ່ ລວມທັງການອອກແບບປະຍຸກສິນຄ້າ ເພື່ອຕອບສະໜອງຄວາມຕ້ອງການຂອງຜູ້ບໍລິໂພກ. ນອກນີ້ຍັງໄດ້ຮຽກຮ້ອງມາຍັງທຸກພາກສ່ວນໃນສັງຄົມ ຈົ່ງເຂົ້າຮ່ວມຊົມງານສະແດງນີ້, ສະໜັບສະໜູນດ້ວຍ.

ຂ່າວ: ສັນຕິ