ການນຳເມືອງປາກລາຍມອບເຄື່ອງຊ່ວຍເຫຼືອໃຫ້ຄອບຄົວທີ່ຖືກອັກຄີໄພ

199

ອັກຄີໄພ ເມື່ອເກີດຂຶ້ນແລ້ວ ແມ່ນສ້າງຄວາມເສຍຫາຍຫຼາຍແນວ ດັ່ງນັ້ນ, ຈົ່ງຕ້ອງມີສະຕິນຳກັນ ໃຫ້ເອົາເລື່ອງນີ້ ເປັນອຸທາຫອນ ແລະ ບໍ່ປະໝາດໃນການໃຊ້ຊີວິດ ຖ້າບໍ່ເຊັ່ນນັ້ນ ເຫດການໃກ້ໂຕຈະເກີດຂຶ້ນໄດ້ ແລະ ສ້າງຄວາມເສຍຫາຍຫຼວງຫຼາຍໂດຍສະເພາະເຮືອນຊານທີ່ຢູ່ອາໄສ ຕະຫຼອດຮອດຊັບສິ່ງຂອງຕ່າງໆ.

ເພື່ອເປັນການບັນເທົາທຸກ ປະຊາຊົນຜູ້ປະສົບເຫດການໄຟໄໝ້ເຮືອນ ການນຳເມືອງປາກລາຍຈິ່ງນຳເອົາເຄື່ອງໄປຊ່ວຍເຫຼືອໃຫ້ແກ່ຄອບຄົວຖືກອັກຄີໄພ ຢູ່ບ້ານໂຄກສະຫວັນ ເຫດການດັ່ງກ່າວແມ່ນເກີດຂື້ນໃນວັນທີ 1 ຕຸລາ 2021ຜ່ານມາເສຍຫາຍ100% ລວມມູນຄ່າ7ລ້ານກວ່າກີບ ເຊິ່ງແມ່ນຄອບຄົວຂອງທ້າວ ສອນ ແລະ ນາງ ແກ້ວ.

ດັ່ງນັ້ນ, ໃນວັນທີ່ 8 ຕຸລາ 2021 ທາງອໍານາດການປົກຄອງເມືອງປາກລາຍເຊິ່ງນໍາໂດຍທ່ານ ບຸນພະລັງ ວິໄລສັກ ຮອງເຈົ້າເມືອງໆປາກລາຍ,ຜູ້ຊີ້ນໍາວຽກງານຂົງເຂດວັດຖະນະທໍາ – ສັງຄົມ ແລະ ຕຸລາການ ທັງເປັນປະທານຄະນະກໍາມະການຄຸ້ມຄອງໄພທິບັດຂັ້ນເມືອງ ,ມີທ່ານ ບົວຈາວ ຈໍາປາ ປະທານແນວລາວສ້າງຊາດເມືອງ ພ້ອມດ້ວຍຂະແໜງການທີ່ກຽ່ວຂ້ອງຂອງເມືອງໄດ້ນໍາເອົາເຄື່ອງໄປມອບໃຫ້ແກ່ຄອບຄົວດັ່ງກ່າວ

ເຄື່ອງທີ່ນໍາໄປມອບໃນຄັ້ງນີ້ປະກອບມີ ເຄື່ອງໃຊ້ໃນຄົວເຮືອນ,ເຄື່ອງນຸ່ງຫົ່ມ, ເຂົ້າສານຈໍານວນ50ກິໂລ, ໝີ່, ປາກະປ໋ອງ ພ້ອມດ້ວຍເງິນສົດ 1.170.000 ກີບ ລວມມູນຄ່າທັງໝົດ 3ລ້ານກວ່າກີບ ໃນໂອກາດນີ້ທ່ານ ບຸນພະລັງ ວິໄລສັກ ກໍ່ໄດ້ສະແດງຄວາມເສຍໃຈຕໍ່ກັບຄອບຄົວທີ່ຖືກເຄາະຮ້າຍເກີດເຫດການໄຟໄໝ້ເຮືອນໃນຄັ້ງນີ້ ພ້ອມທັງຊຸກຍູ້ ໃຫ້ກໍາລັງໃຈຕໍ່ກັບຄອບຄົວດັ່ງກ່າວ ແລະ ຮຽກຮ້ອງໃຫ້ຂະແໜງການທີ່ກຽ່ວຂ້ອງ ແລະ ອໍານາດການານປົກຄອງບ້ານ ແລະ ສັງຄົມ ຈົ່ງໃຫ້ການຊຸກຍູ້ຊ່ວຍເຫຼືອແກ່ຄອບຄົວດັ່ງກ່າວ.