ສະຖິຕິຄົນຕິດເຊື້ອໂຄວິດ-19 ທັງໝົດໃນປະເທດເຮົາ 85% ແມ່ນບໍ່ໄດ້ສັກວັກຊິນເລີຍ

287

ດັ່ງທີ່ຄະນະສະເພາະຄິດຢໍ້າແລ້ວຢໍ້າອີກວ່າ ການສັກວັກຊີນເປັນວິທີທີ່ດີທີ່ສຸດໃນການກະຈາຍ, ຮັບເຊື້ອ ຫຼື ຫຼຸດຜ່ອນການເກີດກໍລະນີຮ້າຍແຮງ ຫາກຕິດເຊື້ອ ສະນັ້ນຈຶ່ງໄດ້ຮຽກຮ້ອງໃຫ້ທຸກຄົນໄປຮັບວັກຊີນໃຫ້ໝົດທຸກຄົນໂດຍໄວ

ໂດຍທ່ານ ສະໜອງ ທອງຊະນະ ຮອງລັດຖະມົນຕີ, ກະຊວງສາທາລະນະສຸກ ເຜີຍສໍາຄັນທີ່ກະຊວງສາທາລະນະສຸກໄດ້ລາຍງານການການທົບທວນຄືນ ສະຖິຕິຄົນຕິດເຊື້ອໂຄວິດ-19 ທັງໝົດໃນປະເທດເຮົາພົບວ່າ ມີຜູ້ຕິດເຊື້ອເຖິງ 85% ຂອງຈໍານວນທັງໝົດບໍ່ໄດ້ສັກວັກຊິນເລີຍ ເຊັ່ນດຽວກັນ ກໍ່ມີປະມານ 84.6% ຂອງຄົນເສຍຊີວິດ ຍ້ອນພະຍາດໂຄວິດ 19 ທັງໝົດໃນປະເທດເຮົາ ບໍ່ໄດ້ສັກວັກຊິນ ແລະ ເປັນຄົນທີ່ມີພະຍາດປະຈໍາຕົວ.

ສະນັ້ນ ມາຮອດປະຈຸບັນ ຂ້າພະເຈົ້າຍັງຢັ້ງຢືນວ່າ ວັກຊິນ ແມ່ນທາງເລືອກເພື່ອປ້ອງກັນການຕິດເຊື້ອ ແລະ ການເສຍຊີວິດ ສະນັ້ນ ໃຜບໍ່ທັນສັກວັກຊິນ ຫຼື ຄອບຄົວໃດມີຜູ້ສູງອາຍຸ ຫຼື ມີພະຍາດປະຈໍາຕົວ ທີ່ບໍ່ທັນໄດ້ສັກວັກຊິນ ກໍ່ຂໍໃຫ້ຕັດສິນໃຈມາສັກວັກຊິນ ຕາມຈຸດຕ່າງໆທີ່ກໍານົດຂອງນະຄອນຫຼວງວຽງຈັນ ແລະ ບັນດາແຂວງ.
ເມື່ອສັກວັກຊິນແລ້ວ ທ່ານຍັງຕ້ອງໄດ້ສືບຕໍ່ປ້ອງກັນຕົນເອງຕໍ່ໄປເລື້ອຍໆ ເພື່ອຫຼຸດໂອກາດສ່ຽງຕໍ່ການຕິດເຊື້ອພະຍາດນີ້. ມີພຽງແຕ່ບາງກຸ່ມຄົນທີ່ມີຂໍ້ຫ້າມ ແລະ ຂໍ້ຈຳກັດໃນການສັກວັກຊິນເຊັ່ນ: ຍິງຖືພາຫຼຸດ 12 ອາທິດ, ຜູ້ທີ່ກຳລັງໄດ້ຮັບການສາຍແສງ ຫຼື ເຄມີບຳບັດ ແລະ ເດັກນ້ອຍ.

ມາຮອດປະຈຸບັນທົ່ວປະເທດ ເຮົາມີຄວາມຄືບໜ້າ ການສັກວັກຊີນ ເຂັມທີນື່ງແມ່ນ 3,070,285 (ປົກຄຸມ 41.84%) ແລະ ເຂັມຄົບໂດສ ແມ່ນ 2,256,693 (30.75%)
ສໍາລັບຈຸດບໍລິການວັກຊີນ ຢູ່ນະຄອນຫຼວງວຽງຈັນມີຄື

1 ໂຮງໝໍສູນກາງ
2 ໂຮງໝໍເມືອງ 9 ຕົວເມືອງ
3 ວັດຈີນ ບ້ານ ດົງປາແລບ ເມືອງຈັນທະບູລີ (ເປີດ ວັນຈັນ ຫາ ວັນສຸກ)
4 ສໍາລັບຈຸດບໍລິການ ສູນການຄ້າລາວໄອເຕັກ ຈະໄດ້ເປີດໃຫ້ບໍລິການທ່ານ ເລິ່ມແຕ່ວັນທີ 11-15 ຕຸລາ 2021.