ຣາດູຄານູ ຄືນສະໜາມໄດ້ຢ່າງໜ້າຜິດຫວັງຕົກຮອບແຕ່ວັນທໍາອິດທີ່ອິນດຽນ ເວລສ໌

707
Emma Raducanu reacts after losing a point to Alaksandra Sasnovich at the BNP Paribas Open tennis tournament Friday Oct. 8, 2021, in Indian Wells, Calif. (AP Photo/Mark J. Terrill)

ເອັມມາ ຣາດູຄານູ ນັກເທັນນິສດາວເດັ່ນຈາກອັງກິດ ຕ້ອງພົບການຄວາມປະລາໄຊຕັ້ງແຕ່ແມັດທໍາອິດໃນການແຂ່ງຂັນເທັນນິສລາຍການ ບີເອັນພີ ພາຣິບາສ ໂອເພັນ ທີ່ອິນດຽນ ເວລສ໌ ສະຫະລັດອາເມຣິກາ ເມື່ອວັນທີ 9 ຕຸລາ 2021.
ຣາດູຄານູ ກາຍໜ້າຫາຍຕາໄປ 1 ເດືອນ ຫຼັງແຈ້ງເກີດຄວ້າແຊັມລະດັບແກຣນສະແລມລາຍການ ຢູເອັສ ໂອເພັນ 2021 ກ່ອນກັບມາແຂ່ງຂັນທີ່ສະໜາມອິນດຽນ ເວິລສ໌ ພົບກັບ ອະລຽກຊານດຣາ ຊັສໂນວິຊ ແຕ່ສູ້ບໍ່ໄດ້ເສຍໄປ 2 ເຊັດລວດ 2-6 ແລະ 4-6.

ຫຼັງຈົບການແຂ່ງຂັນ ຣາດູຄານູ ກ່າວວ່າ: “ ມັນຕ້ອງຮູ້ສຶກຜິດຫວັງຢູ່ແລ້ວ ເມື່ອຕ້ອງເສຍ ເຖິງຂ້ອຍຈະບໍ່ໄດ້ລົງສະໜາມ ພ້ອມກັບຄວາມກົດດັນ ເພາະສ່ວນຕົວຂ້ອຍຄິດວ່າຍັງຂາດປະສົບການ, ຂ້ອຍອາຍຸພຽງ 18 ປີ ໜ້າຈະເຂັ້ມງວດກັບຕົວເອງລົງແດ່ ”.
ຮູບຈາກ: AP