ເມສຊີ ກາຍເປັນນັກເຕະຈາກພາກພື້ນອາເມຣິກາໃຕ້ ຄົນທໍາອິດທີ່ຍິງປະຕູໃຫ້ກັບທີມຊາດ 80 ໜ່ວຍ

309
Argentina's Lionel Messi kicks a ball during a qualifying soccer match against Paraguay for the FIFA World Cup Qatar 2022 in Asuncion, Paraguay, Thursday, Oct. 7, 2021. (AP Photo/ Jorge Saenz)

ລິໂອເນລ ເມສຊີ ກອງໜ້າຈາກ ປາຣີສ ແຊງແຊກແມງ ແລະ ທີມຊາດອາກຊັງຕິນ ກາຍເປັນນັກເຕະຄົນທໍາອິດຂອງພາກພື້ນອາເມຣິກາໃຕ້ ທີ່ສາມາດຍິງປະຕູໃຫ້ກັບທີມຊາດເຖິງ 80 ໜ່ວຍ ຫຼັງຈາກທີ່ຍິງ 1 ປະຕູ ຊ່ວຍໃຫ້ກັບທີມເອົາຊະນະ ອູຣູກວາຍ 3-0 ໃນການແຂ່ງຂັນບານໂລກ 2022 ຮອບຄັດເລືອກ ໂຊນອາເມຣິກາໃຕ້ ເມື່ອອາທິດ ທີ່ຜ່ານມາ.

ປະຕູດັ່ງກ່າວ ເຮັດໃຫ້ ເມສຊີ ກາຍເປັນນັກເຕະຄົນທໍາອິດຈາກພາກພື້ນອາເມຣິກາໃຕ້ ທີ່ຍິງໃຫ້ກັບທີມຊາດເຖິງ 80 ປະຕູ ຫຼັງກ່ອນໜ້ານີ້ຫາກໍທໍາລາຍສະຖິຕິຂອງ ເປເລ ຕໍານານນັກເຕະທີມຊາດບຣາຊິນ ທີ່ຍິງໄດ້ສູງສຸດ 77 ປະຕູໃຫ້ກັບທີມຊາດ. ນອກນັ້ນ ໄຊຊະນະໃນນັດດັ່ງກ່າວ ຍັງເຮັດໃຫ້ ອາກຊັງຕິນ ມີ 22 ຄະແນນຈາກ 10 ນັດຢູ່ອັນດັບ 2 ຂອງຕາຕະລາງ ຕາມຫຼັງ ບຣາຊິນ ທີມນໍາ 6 ຄະແນນ.

ສໍາລັບ ເມສຊີ ລົງຫຼິ້ນໃຫ້ກັບທີມຊາດອາກຊັງຕິນ ນັດທໍາອິດເມື່ອປີ 2005 ແລະ ມາຮອດປັດຈຸບັນແມ່ນເປັນນັກເຕະທີ່ລົງແຂ່ງຂັນໃຫ້ກັບ ອາກຊັງຕິນ ຫຼາຍທີ່ສຸດໃນປະຫວັດສາດເຖິງ 155 ນັດ ແລະ ຍິງປະຕູໃຫ້ກັບທີມສູງສຸດເຖິງ 80 ໜ່ວຍ.
ຮູບຈາກ: AP