5 ສາເຫດທີ່ບໍ່ອະນຸຍາດໃຫ້ນຳໃຊ້ເຄື່ອງກວດແບບໄວດ້ວຍຕົນເອງ ແລະ ບໍ່ທັນອະນຸຍາດໃຫ້ຂາຍ

163

ມາຮອດປະຈຸບັນນີ້ ຍັງເຫັນບຸກຄົນ ນໍາເອົາເຄື່ອງກວດແບບໄວ ປະກາດຂາຍຊະຊາຍ ຢູ່ຕາມສື່ສັງຄົມອອນລາຍ (ເຟດບຸດ) ພ້ອມທັງລະບຸວ່າ ມີ ອຢ ອະນຸມັດ. ຕໍ່ກັບສະພາບການດັ່ງກ່າວ, ກະຊວງສາທາລະນະສຸກ ຂໍແຈ້ງໃຫ້ທ່ານຊາບວ່າ ມາຮອດປັດຈຸບັນນີ້ ກະຊວງສາທາລະນະສຸກ ບໍ່ທັນໄດ້ອະນຸຍາດໃຫ້ບຸກຄົນ ຫຼື ອົງກອນໃດໜຶ່ງ ນໍາເຂົ້າ ແລະ ຈໍາໜ່າຍເຄື່ອງກວດແບບໄວ. ຂໍໃຫ້ທ່ານກັ່ນກອງແລະ ວິເຄາະຂໍ້ມູນຢ່າງລະອຽດ ເມື່ອໄດ້ຮັບຂໍ້ມູນຂ່າວສານ.

ອີງຕາມ ສະບັບເລກທີ 1101/ສທ ລົງວັນທີ 24 ກັນຍາ 2021 ວ່າດ້ວຍການນໍາເຂົ້າ ຈໍລະຈອນຈໍາໜ໋າຍ ແລະ ນໍາໃຊ້ເຄື່ອງກວດໂຄວິດ-19 ແບບໄວ ເພື່ອກວດຊອກຫາເຊື້ອ ໂດຍເນື້ອໃນບາງຕອນໄດ້ລະບຸວ່າ “ຫ້າມບຸກຄົນ ຫຼື ນິຕິບຸກຄົນ ນໍາເຂົ້າເຄື່ອງທົດສອບໄວ ມາຈໍາໜ່າຍຢູ່ ສປປ ລາວ ໂດຍບໍ່ໄດ້ຮັບອະນຸຍາດ ຈາກະກະຊວງສາທາລະນະສຸກເດັດຂາດ ແລະ ຖ້າບຸກຄົນ ຫຼື ພາກສວ່ນໃດ ຫາກລະເມີດຄໍາສັ່ງສະບັບນີ້ ຈະຖືກກ່າວເຕືອນ ອາຍັດ ປັບໄໝ ແລະ ລົງໂທດຕາມລະບຽບກົດໝາຍ

ທ່ານ ດຣ. ສະໜອງ ທອງຊະນະ ຮອງລັດຖະມົນຕີ, ກະຊວງສາທາລະນະສຸກ ເຜີຍສໍາຄັນທີ່ກະຊວງສາທາລະນະສຸກ ບໍ່ອະນຸຍາດໃຫ້ບຸກຄົນໃດໜຶ່ງ ນຳໃຊ້ເຄື່ອງກວດແບບໄວດ້ວຍຕົນເອງ ຍ້ອນວ່າ

1 ເຄື່ອງກວດມີຄວາມໄວ ປະມານ 80% ໝາຍຄວາມວ່າ ຖ້າກວດ 100 ຄົນ ຈະມີປະມານ 20 ຄົນ ທີ່ໃຫ້ຜົນກວດເປັນລົບ ແຕ່ຜົນກວດລົບອາດບໍ່ແມ່ນຄວາມຈິງ ເພາະ 20 ຄົນດັ່ງກ່າວ ອາດມີເຊື້ອ ແຕ່ການກວດໃຫ້ຜົນລົບ.
2 ການກວດແມ່ນໃຫ້ຜົນສໍາລັບມື້ທີ່ກວດເທົ່ານັ້ນ ຖ້າກວດມື້ນີ້ແລ້ວ ຜົນອອກມາເປັນລົບ ແຕ່ບໍ່ໄດ້ໝາຍຄວາມວ່າ ໃນຕໍ່ໜ້າ ທ່ານຈະຍັງບໍ່ຕິດເຊື້ອ

3 ການຄົ້ນຄວ້າຈາກຫຼາຍປະເທດພົບວ່າ ແພດທີ່ໃຊ້ເຄື່ອງກວດແບບໄວກວດ ແມ່ນມີປະສິດທິພາບກວ່າ ຖ້າທຽບໃສ່ບຸກຄົນທໍາມະດາ ທີ່ກວດດ້ວຍຕົນເອງ ເນື່ອງຈາກວ່າຄົນທົ່ວໄປ ອາດເກັບຕົວຢ່າງບໍ່ຖືກຈຸດ, ຫຼື ບໍ່ສົນໃຈ ໄລຍະເວລາທີ່ໃຊ້ກຳນົດໃນການອ່ານຜົນ, ຫຼື ດໍາເນີນການກວດບໍ່ຖືກຕ້ອງ ຄືກັບແພດທີ່ໄດ້ຜ່ານການອົບຮົມມາແລ້ວ.
4 ເຫດຜົນທີ່ສໍາຄັນທີ່ສຸດກໍ່ຄື ທ່ານສາມາດແຜ່ເຊື້ອພະຍາດໃຫ້ຄົນອື່ນໄດ້ ໃນເວລາທີ່ທ່ານໃຊ້ເຄື່ອງກວດດ້ວຍຕົນເອງນີ້ໄດ້ ເພາະວ່າທ່ານບໍ່ໄດ້ປະຕິບັດຄືແພດ ໂດຍສະເພາະ ບໍ່ໄດ້ໃສ່ຖົງມື, ບໍ່ໄດ້ໃສ່ຊຸດປ້ອງກັນຄືແພດ, ບໍ່ໄດ້ໃສ່ແມັດ N-95 ແລະ ບຸກຄົນກໍ່ຖີ້ມເຄື່ອງທີ່ໃຊ້ກວດແລ້ວ ລົງຖັງຂີ້ເຫຍື້ອທົ່ວໄປ ໂດຍບໍ່ໄດ້ຂ້າເຊື້ອກ່ອນ.

5 ຕາມທິດສະດີ ເມື່ອກວດດ້ວຍເຄື່ອງກວດໄວ ຊຶ່ງມີຜົນເປັນລົບ ຢ່າໄດ້ເຊື່ອວ່າຕົນບໍ່ຕິດເຊື້ອ ແຕ່ບຸກຄົນນັ້ນຕ້ອງກັກຕົນເອງ 14 ວັນ ແລະ ມີການກວດຊໍ້າຄືນ ຢ່າງໜອ້ຍ 6-7 ຄັ້້ງ ເພື່ອແນ່ໃຈວ່າບໍ່ຕິດເຊື້ອແທ້. ແຕ່ໃນຄວາມເປັນຈິງ ຫຼາຍຄົນບໍ່ປະຕິບັດເຊັ່ນນີ້ ເມື່ອກວດບໍ່ພົບແລ້ວ ກໍ່ປ່ອຍເສີຍບໍ່ກັກຕົວເອງ ໂຊກບໍ່ດີ ອີກບໍ່ພໍເທົ່າໃດວັນ ຜົນກວດເປັນບວກ ແລະ ຜູ້ກ່ຽວມີຜູ້ໃກ້ຊິດຫຼາຍ 100 ຄົນໄປແລ້ວ. ນີ້ຄືສາຍເຫດຂອງການແຜ່ເຊື້ອໃນຊຸມຊົນທີ່ແທ້ຈິງ.