ເຈົ້າແຂວງສະຫວັນນະເຂດ ລົງຊຸກຍູ້ການຜະລິດກະສິກຳ ຢູ່ເມືອງໄຊພູທອງ

286

ໃນວັນທີ 5 ຕຸລາຜ່ານມາ, ທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງສະຫວັນນະເຂດ ພ້ອມດ້ວຍຫົວໜ້າພະແນກກະສິກໍາ ແລະປ່າໄມ້ແຂວງ, ຫົວໜ້າຫ້ອງວ່າການປົກຄອງແຂວງ, ຫົວໜ້າພະແນກສາທາລະນະສຸກແຂວງ ແລະພາກສ່ວນທີ່ກ່ຽວຂ້ອງ ໄດ້ລົງພົບປະຢ້ຽມຢາມຜູ້ປະກອບການທຸລະກິດຟາມລ້ຽງສັດ ພ້ອມທັງລົງຕິດຕາມເບິ່ງການກໍ່ສ້າງລະບົບຊົນລະປະທານ ຢູ່ເມືອງໄຊພູທອງ.

ໃນໂອກາດນີ້, ທ່ານເຈົ້າແຂວງສະຫວັນນະເຂດ ພ້ອມຄະນະກໍ່ໄດ້ລົງຢ້ຽມຢາມບໍລິສັດນາກ້າຟາມ ບ້ານດົງຄໍາຫຼວງ ນະຄອນໄກສອນພົມວິຫານ ເຊິ່ງເປັນບໍລິສັດທີ່ລ້ຽງໄກ່ລາດເພື່ອຈໍາໜ່າຍ ມີເນື້ອທີ່ທັງໝົດ 6,82 ເຮັກຕາ ມີແມ່ພັນ 1 ໝື່ນໂຕ ເພື່ອຜະລິດລູກໄກ່ຈໍາໜ່າຍ, ສາມາດຜະລິດ 7 ແສນກວ່າໂຕ/ປີ. ຈາກນັ້ນກໍ່ໄດ້ລົງຢ້ຽມຢາມຟາມລ້ຽງໄກ່ CRS ພອນປະເສີດ ເຊິ່ງເປັນຟາມໄກ່ທີ່ເລີ່ມກໍ່ຕັ້ງເມື່ອບໍ່ດົນມານີ້ ມີພໍ່ແມ່ພັນ350 ໂຕ, ສາມາດຜະລິດລູກໄກ່ໄດ້1.400 ກວ່າໂຕ/ເດືອນ ແລະຈໍາໜ່າຍລູກໄກ່ອາຍຸ 1 ເດືອນເທົ່ານັ້ນ ໃນລາຄາໂຕລະ 9.000 ກີບ.

ຈາກນັ້ນ, ທ່ານເຈົ້າແຂວງ ຍັງໄດ້ລົງຕິດຕາມເບິ່ງຟາມລ້ຽງໝູສົມພົງ ຢູ່ບ້ານມ່ວງໄຂ່ ເມືອງໄຊພູທອງ ເຊິ່ງເປັນຟາມໝູຂະໜາດໃຫຍ່ມີພໍ່ພັນ 9 ໂຕ ແລະແມ່ພັນ 300 ໂຕ ແລະຈະນໍາເຂົ້າມາເພີ່ມອີກ 100 ໂຕໃນໝໍ່ໆນີ້, ຟາມໝູດັ່ງກ່າວນີ້ແມ່ນຜະລິດລູກເພື່ອຈໍາໜ່າຍໃຫ້ຊາວກະສິກອນສະເລ່ຍປະມານ 12.000 ໂຕ.

ທ່ານ ເຈົ້າແຂວງສະຫວັນນະເຂດ ກໍ່ໄດ້ສະແດງຄວາມຊົມເຊີຍຕໍ່ບັນດາເຈົ້າຂອງຟາມ ທີ່ກ້າຕັດສິນໃນລົງທຶນເຮັດທຸລະກິດເພື່ອຍົກລະດັບຊິວິດການເປັນຢູ່ຂອງຄົນໃນບໍລິເວນໃກ້ຄຽງໃຫ້ມີວຽກເຮັດງານສ້າງລາຍຮັບໃຫ້ສູງຂຶ້ນ ແຕ່ສິ່ງສໍາຄັນໃນການເຮັດທຸລະກິດແມ່ນການຊອກຫາແຫຼ່ງທຶນເປັນຕົ້ນແມ່ນການກູ້ຢືມຈາກທະນາຄານ ແມ່ນຕ້ອງໄດ້ເນັ້ນໜັກພິຈາລະນາຢ່າງຖີ່ຖ້ວນ ພ້ອມທັງແນະນໍາໃຫ້ສອບຖາມລາຍລະອຽດຈາກວິຊາການຂອງທະນາຄານກາງ ເພື່ອເຮັດໃຫ້ຜູ້ປະກອບການທຸລະກິດໄດ້ຮັບຜົນປະໂຫຍດສູງສຸດ.

ໃນວັນດຽວກັນນີ້, ທ່ານເຈົ້າແຂວງ ກໍ່ໄດ້ລົງຕິດຕາມເບິ່ງການກໍ່ສ້າງໂຄງການປັບປຸງ-ຍົກລະດັບຊົນລະປະທານ ແລະທາງຊອຍ ຢູ່ເມືອງໄຊພູທອງ ເຊິ່ງທ່ານ ໂອໄດ ເສນສອນ ຕາງໜ້າໃຫ້ບໍລິສັດຈະເລີນໄຊກໍ່ສ້າງ-ສ້ອມແປງຊົນລະປະທານ, ຂົວທາງ ແລະເຄຫາສະຖານຈໍາກັດ ໄດ້ລາຍງານໃຫ້ຮູ້ວ່າ: ໂຄງການດັ່ງກ່າວນີ້ ປະກອບມີ 2 ຈຸດກໍ່ສ້າງຄື: ບ້ານຄັນທ່າຈານ ແລະດອນຖ້ຳເງິນ ໃນນີ້, ຈຸດບ້ານຄັນທ່າຈານສາມາດສະໜອງນໍ້າໃຫ້ແກ່ເນື້ອທີ່ການຜະລິດໄດ້ 351 ເຮັກຕາ ແລະຈຸດດອນຖໍ້າເງິນ ສາມາດສະໜອງນໍ້າໃຫ້ແກ່ເນື້ອທີ່ການຜະລິດໄດ້ 76,10 ເຮັກຕາ.

ຈາກນັ້ນ, ທ່ານເຈົ້າແຂວງກໍ່ໄດ້ໃຫ້ທິດຊີ້ນໍາຕໍ່ອໍານາດການປົກຄອງຂັ້ນເມືອງກໍ່ຄືຂັ້ນບ້ານວ່າ: ໃນເມື່ອສາມາດສູບນໍ້າໄດ້ຕາມຄວາມຕ້ອງການຂອງປະຊາຊົນແລ້ວ ອໍານາດການປົກຄອງແຕ່ລະຂັ້ນຕ້ອງໄດ້ປຸກລະດົມພໍ່ແມ່ປະຊາຊົນຊາວກະສິກອນໃຫ້ຫັນມາເຮັດການຜະລິດໃຫ້ຫຼາຍຂຶ້ນ ແລະນອກຈາກການປູກເຂົ້າແລ້ວກໍ່ຕ້ອງໃຫ້ປະຊາຊົນຫັນມາປູກຖົ່ວດິນເພີ່ມເນື່ອງຈາກວ່າປະເທດຈີນມີຄວາມຕ້ອງການຖົ່ວດິນສູງ.