ແມ່ນຫຍັງຈະເສົ້າຂະໜາດນີ້ ແມ່ລູກອຸ້ມທ້ອງກັນມາ 8 ເດືອນບໍມີໂອກາດໄດ້ເຫັນໜ້າກັນ ຍ້ອນໂຄວິດແທ້ໆ

896

ສະຖານະການໂຄວິດ 19 ໜັກຂຶ້ນທຸກມື້ ໂດຍສະເພາະຍອດຜູ້ເສຍຊີວິດທີ່ເພີ່ມຂຶ້ນ ແລະ ເປັນເລື່ອງເສົ້າ ມື້ນີ້ວັນທີ 12 ຕຸລາ 2021 ພົບຜູ້ຕິດຈາກໄປຍ້ອນໂຍວິດໃໝ່ 3 ກໍລະນີ ຍອດເສຍຊີວິດສະສົມເປັນ 33 ຄົນ ໂດຍ ທ່ານ ດຣ. ສະໜອງ ທອງຊະນະ ຮອງລັດຖະມົນຕີ, ກະຊວງສາທາລະນະສຸກ ໄດ້ຖະແຫຼງກ່ຽວສະພາບການລະບາດຂອງພະຍາດ COVID-19 ຢູ່ ສປປ ລາວ ວ່າ ມາວັນທີ 11 ຕຸລາ 2021, ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອ COVID-19 ທັງໝົດ 5.240 ຕົວຢ່າງ, ໃນນັ້ນ ກວດພົບຜູ້ຕິດເຊືື້ອໃໝ່ 549 ຄົນ, ຕິດເຊື້ອພາຍໃນ ມີ 540 ຄົນ ແລະ ຕິດເຊື້ອນໍາເຂົ້າ 9 ຄົນ ແລະ ເສຍຊີວິດໃໝ່ 3 ຄົນ ລາຍລະອຽດຕາມນີ້

ຜູ້ທີ1 ເພດຍິງ, ອາຍຸ 30 ປີ, ອາຊີບ ແມ່ເຮືອນ, ບ້ານ ບໍ່ໂອ, ເມືອງຫາດຊາຍຟອງ, ນະຄອນຫຼວງວຽງຈັນ, ບໍ່ທັນໄດ້ຮັບວັກຊີນ, ຖືພາ ໄດ້ 8 ເດືອນ, ມີພະຍາດປະຈຳໂຕ ເປັນເບົາຫວານ, ຄວາມດັນເລືອດສູງ. ຜູ້ກ່ຽວໄດ້ສໍາຜັດໃກ້ຊິດກັບຄົນໃນຄອບຄົວທີ່ຕິດເຊື້ອມາກ່ອນ.
ວັນທີ 8 ຕຸລາ 2021 ມາໂຮງໝໍ ດ້ວຍອາການໄອອອກເລືອດ, ກ່ອນໜ້ານີ້ ແມ່ນມີອາການໄອ ແລະ ມີຂີ້ກະເທີ ຢູ່ບ້ານໄດ້ໜຶ່ງອາທິດແລ້ວ. ໂຮງໝໍສົ່ງຜູ້ກ່ຽວເຂົ້າໄປນອນຕືກແຍກປ່ຽວ, ວັນທີ 9 ຕຸລາ 2021 ໄດ້ເກັບຕົວຢ່າງກວດ ຜົນກວດພົບເຊື້ອໂຄວິດ. ວັນທີ 10 ຕຸລາ 2021 ອາການ ແມ່ບໍ່ດີ ແລະ ຄວາມດັນເລືອດຕໍ່າ ໄດ້ຜ່າຕັດເອົາລູກ (ສະພາບຂອງລູກ ຫລັງຜ່າຕັດ ເດັກບໍ່ດີ້ນ, ສຽງຫົວໃຈເດັກບໍ່ເຕັ້ນແລ້ວ ແລະ ເສຍຊີວິດ). ມາຮອດວັນທີ 11 ຕຸລາ 2021 ຜູ້ກ່ຽວເສຍຊີວິດ

ຜູ້ທີ2 ເພດຊາຍ, ອາຍຸ 50 ປີ, ອາຊີບ: ຊາວນາ, ບ້ານໜອງຂຽດ, ເມືອງ ປາກງື່ມ, ນະຄອນຫລວງວຽງຈັນ, ໄດ້ສັກຢາວັກຊິນ 1 ເຂັມ (Astrazeneca), ມີພະຍາດປະຈຳຕົວ ຄວາມດັນເລືອດສູງ, ເບົາຫວານ, ຄໍ່ອັກເສບຊ້ຳເຮື້ອ, ບາດແຜໃນກະເພາະ ແລະ ເລືອດຈາງ. ເກັບຕົວຢ່າງວັນທີ 26 ກັນຍາ 2021, ຜູ້ກ່ຽວເປັນກໍລະນີຢັ້ງຢືນຕິດເຊື້ອທີ່ໄດ້ນອນປີ່ນປົວຢູ່ໂຮງຫມໍ 103 ແລະ ໄດ້ຍ້າຍມາໂຮງໝໍມິດຕະພາບ ໃນວັນທີ 27 ກັນຍາ 2021 ຍ້ອນມີອາການທາງດ້ານລະບົບຫາຍໃຈຮຸນແຮງ. ມາຮອດເວລາ 10:20 ໂມງຂອງວັນທີ 11 ຕຸລາ 2021 ຜູ້ກ່ຽວໄດ້ເສຍຊີວິດ.
ຜູ້ທີ3 ເພດຊາຍ, ອາຍຸ 77 ປີ, ອາຊີບ ຜູ້ເຖົ້າ, ບ້ານຄອນວັດ, ເມືອງລ້ອງຊານ, ແຂວງໄຊສົມບູນ, ຜູ້ກ່ຽວໄດ້ໄປງານເຮືອນດີຢູ່ບ້ານຖໍ້າດິນ ແລະ ມີລາຍງານຜູ້ຕິດເຊື້ອ. ຜູ້ກ່ຽວ ບໍ່ທັນໄດ້ສັກຢາວັກຊິນກັນພະຍາດໂຄວິດ-19. ພະຍາດປະຈໍາຕົວ ໄອຊໍ້າເຮື້ອ. ວັນທີ 22 ກັນຍາ 2021 ຜູ້ກ່ຽວມີອາການໄຂ້, ໄອ, ປວດຕາມຕົນໂຕ, ເຈັບຄໍ ແລະ ປວດຂໍ້ກະດູກ.

ວັນທີ 27 ກັນຍາ 2021 ໄດ້ເກັບຕົວຢ່າງມາກວດຊອກຫາເຊື້ອພະຍາດໂຄວິດ-19. ວັນທີ 29 ກັນຍາ 2021 ຜົນກວດອອກມາ ແມ່ນພົບເຊື້ອ. ວັນທີ 30 ກັນຍາ 2021 ເຂົ້ານອນປີ່ນປົວຢູ່ສູນໂຮງຮຽນ ມສ ລ້ອງຊານ ຈົນຮອດເວລາ 11:20 ໂມງຂອງວັນທີ 11 ຕຸລາ 2021 ຜູ້ກ່ຽວໄດ້ເສຍຊີວິດ.
ມາຮອດວັນທີ 11 ຕຸລາ ຕົວເລກຜູ້ຕິດເຊື້ອສະສົມ ພະຍາດໂຄວິດ-19 ຢູ່ ສປປ ລາວ 29.398 ຄົນ, ເສຍຊີວິດສະສົມ 33 (ໃໝ່ 3), ປິ່ນປົວຫາຍດີ ແລະ ກັບບ້ານໃນມື້ວານ ມີ 248 ຄົນ, ກໍາລັງປິ່ນປົວ 7.258 ຄົນ.