ພົບໃໝ່ຜູ້ຕິດເຊື້ອໂຄວິດມື້ນີ້ 549 ຄົນ, ຍອດຕິດເຊື້ອສະສົມ ເກືອບຈະ 30ພັນຄົນ ແລ້ວໃນປະເທດລາວ

705

ມື້ນີ້ວັນທີ 12 ຕຸລາ 2021 ຜົນກວດມື້ວານ ພົບຜູ້ຕິດເຊື້ອໃໝ່ 549 ຄົນ, ນໍາເຂົ້າ 9 ຄົນ, ພາຍໃນ 540 ຄົນ ຫຼາຍກວ່າໝູ່ແມ່ນນະຄອນຫຼວງວຽງຈັນ 387 ຄົນ
ທ່ານ ດຣ. ສະໜອງ ທອງຊະນະ ຮອງລັດຖະມົນຕີ, ກະຊວງສາທາລະນະສຸກ ໄດ້ຖະແຫຼງກ່ຽວສະພາບການລະບາດຂອງພະຍາດ COVID-19 ຢູ່ ສປປ ລາວ ວ່າ ມາວັນທີ 11 ຕຸລາ 2021, ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາເຊື້ອ COVID-19 ທັງໝົດ 5.240 ຕົວຢ່າງ, ໃນນັ້ນ ກວດພົບຜູ້ຕິດເຊືື້ອໃໝ່ 549 ຄົນ, ຕິດເຊື້ອພາຍໃນ ມີ 540 ຄົນ ແລະ ຕິດເຊື້ອນໍາເຂົ້າ 9 ຄົນ ມີ 6 ຄົນຈາກ ນະຄອນຫຼວງວຽງ ແລະ ອີກ 3 ຄົນ ຈາກ ແຂວງສະຫວັນນະເຂດ

ຂໍ້ມູນໂດຍຫຍໍ້ກ່ຽວກັບການຕິດເຊືື້ອພາຍໃນ ໃໝ່ ທັງໝົດ 540 ຄົນ ຊຶ່ງມີລາຍລະອຽດຈາກແຂວງທີ່ມີການຕິດເຊື້ອຫຼາຍຫາ ແຂວງທີ່ມີການຕິດເຊື້ອໜ້ອຍ ດັ່ງນີ້:
1 ນະຄອນຫຼວງ 387 ຄົນ ມີ 7 ເມືອງ ແລະ 113 ບ້ານ ເມືອງຈັນທະບູລີ ມີ 24 ຄົນ, 12 ບ້ານ, ເມືອງສີໂຄດຕະບອງ ມີ 33 ຄົນ, 21 ບ້ານ, ເມືອງໄຊເສດຖາ ມີ 132 ຄົນ, 20 ບ້ານ (ສະຖານທີ່ຄຸມຂັງ 99 ຄົນ)
ເມືອງສີສັດຕະນາກມີ 27 ຄົນ ຈາກ 10 ບ້ານ, ເມືອງນາຊາຍທອງ ມີ 42 ຄົນມີ 7 ບ້ານ, ເມືອງໄຊທານີ ມີ 80 ຄົນ ມີ 29 ບ້ານ (ສະຖານທີ່ຈຳກັດບໍລິເວນ 33 ຄົນ)
ເມືອງຫາດຊາຍຟອງ ມີ 40 ຄົນ, 14 ບ້ານ ແລະ ກຳລັງເກັບກຳຂໍ້ມູນຕື່ມອີກ 15 ຄົນ

2 ຫຼວງພະບາງ 52 ຄົນ ນະຄອນຫລວງພະບາງ ມີ 14 ບ້ານ 33 ຄົນ, ເມືອງງອຍ ມີ 1 ບ້ານ 7 ຄົນ
ເມືອງນໍ້າບາກ ມີ 1 ບ້ານ 12 ຄົນ
3 ສະຫວັນນະເຂດ 22 ຄົນ ເມືອງອຸທຸມພອນ ມີ 1 ບ້ານ 14 ຄົນ, ນະຄອນໄກສອນ ມີ 3 ບ້ານ 8 ຄົນ
4 ແຂວງວຽງຈັນ 18 ຄົນ ເມືອງແກ້ວອຸດົມ ມີ 4 ບ້ານ 6 ຄົນ, ເມືອງວັງວຽງ ມີ 2 ບ້ານ 7 ຄົນ, ເມືອງວຽງຄຳ ມີ 2 ບ້ານ 5 ຄົນ

5 ບໍລິຄຳໄຊ 17 ຄົນ ເມືອງປາກກະດິງ ມີ 16 ຄົນ 6 ບ້ານ ແລະ ເມືອງປາກຊັນ 1 ຄົນ
6 ຈໍາປາສັກ 15 ຄົນ ນະຄອນປາກເຊ ມີ 4 ບ້ານ 8 ຄົນ, ເມືອງບາຈຽງຈະເລີນສຸກ ມີ 2 ບ້ານ 7 ຄົນ
7 ໄຊສົມບູນ 10 ຄົນ ເມືອງລ່ອງຊານ 2 ບ້ານ 5 ຄົນ, ເມືອງອະນຸວົງ 2 ບ້ານ 3 ຄົນ, ເມືອງທ່າໂທມ 2 ບ້ານ 2 ຄົນ
8 ບໍ່ແກ້ວ 10 ຄົນ ເມືອງຕົ້ນເຜື້ອງ 7 ຄົນ ແລະ ເຂດພິເສດ 3 ຄົນ (ຫວຽດນາມ 2 ຄົນ ແລະ ພະມ້າ 1 ຄົນ)

9 ຄຳມ່ວນ 7 ຄົນ ທັງໝົດ ມາຈາກເມືອງທ່າແຂກ
10 ສາລະວັນ 2 ຄົນ ຈາກເມືອງສາລະວັນ 1 ຄົນ ແລະ ເມືອງເລົ່າງາມ 1 ຄົນ

ມາຮອດວັນທີ 11 ຕຸລາ ຕົວເລກຜູ້ຕິດເຊື້ອສະສົມ ພະຍາດໂຄວິດ-19 ຢູ່ ສປປ ລາວ 29.398 ຄົນ, ເສຍຊີວິດສະສົມ 33 (ໃໝ່ 3), ປິ່ນປົວຫາຍດີ ແລະ ກັບບ້ານໃນມື້ວານ ມີ 248 ຄົນ, ກໍາລັງປິ່ນປົວ 7.258 ຄົນ.