ແຊວມອນຈືນນ້ຳປາ ກິ່ນຫອມພ້ອມສູດແຈ່ວຊີຟູດ

539

ປາແຊວມອນເປັນວັດຖຸດິບຊະນິດໜຶ່ງທີ່ຄົນສ່ວນຫຼາຍນິຍົມນຳມາຮັບປະທານ ເພາະປາຊະນິດນີ້ມີປະໂຫຍດຢ່າງຫຼວງຫຼາຍ ແລະ ຍັງສາມາດກິນໄດ້ທັງດິບ ຫຼື ນຳມາປຸງສຸກກິນກໍໄດ້ ເຊິ່ງມື້ນີ້ຜູ້ຂຽນຈະນຳເອົາສູດປາແຊວມອນຈືນນ້ຳປາມາແນະນໍາ ເຊິ່ງຈະແຊບ ຫຼື ບໍ່ ສາມາດລອງໄປເຮັດກິນດ້ວຍຕົນເອງໄດ້ເລີຍ.

ສ່ວນປະກອບ

ປາແຊວມອນ

ນ້ຳສະອາດ

ແປ້ງຈືນກອບ

ວິທີປຸງແຕ່ງ

– ທຳອິດເຮົາໄປກຽມໃນສ່ວນຂອງປາກ່ອນ ໂດຍເຮົາຈະໃຊ້ແຊວມອນຕ່ອນໃຫຍ່ມາຊອຍຕາມຂະໜາດທີ່ຕ້ອງການ ແລ້ວລ້າງນ້ຳ 1 ຄັ້ງ ຈາກນັ້ນໃຊ້ເຈ້ຍສັບໃຫ້ແຫ້ງ.

– ຫຼັງຈາກນັ້ນກໍນຳເອົາແປ້ງມາໂຮຍ ໂດຍບໍ່ຕ້ອງຄົນໃຫ້ເຂົ້າກັນ.

– ຕັ້ງໝໍ້ກະທະໃສ່ນ້ຳມັນໄວ້ ພໍນ້ຳມັນຮ້ອນກໍປັບໃຫ້ເປັນໄຟກາງ ແລ້ວເອົາແຊວມອນລົງໄປຈືນຈົນເຫຼືອງ. ຢ່າຈືນດົນເພາະຈະເຮັດໃຫ້ປາແຂງ ຈືນແລ້ວກໍຕັກອອກສັບນ້ຳມັນເລັກໜ້ອຍ.

ສ່ວນປະສົມນ້ຳປາສຳລັບລາດ

ນ້ຳມັນພືດ 2 ບ່ວງແກງ

ນ້ຳຕານປິ໊ບ ຫຼື ນ້ຳຕານຊາຍ ½ ບ່ວງຊາ

ນ້ຳປາ 8 ບ່ວງແກງ

ນ້ຳສະອາດ 4 ບ່ວງແກງ

ວິທີເຮັດນ້ຳປາສຳລັບລາດ

– ຕັ້ງໝໍ້ໃສ່ນ້ຳມັນລົງໄປ ໃສ່ນ້ຳຕານປິ໊ບ, ນ້ຳປາ ແລະ ນ້ຳສະອາດ ຕົ້ມທຸກຢ່າງໃຫ້ເຂົ້າກັນ ແລ້ວເອົາໄປລາດໃສ່ປາທີ່ກຽມໄວ້ເລີຍ.

ສ່ວນປະສົມນ້ຳແຈ່ວຊີຟູ້ດ

ກະທຽມ

ໝາກເຜັດຂີ້ໜູ

ນ້ຳຕານປິ໊ບ

ນ້ຳປາ

ໝາກນາວ

ນ້ຳສະອາດ

ວິທີເຮັດ

– ນຳເອົາວັດຖຸດິບທີ່ກຽມໄວ້ເອົາໄປຕຳໃຫ້ເຂົ້າກັນດີ ແລ້ວຊີມລົດຊາດຕາມຄວາມມັກໄດ້ເລີຍ

ພຽງເທົ່ານີ້ກໍເປັນອັນຮຽບຮ້ອຍພ້ອມເສີບກັບເຂົ້າຈ້າວຮ້ອນໆໄດ້ເລີຍ.