ໂຕ້ ທິບພະທອນ ວິລະວົງສາ ຫນຶ່ງໃນຜູ້ຊະນະໂຄງການປະກວດເວທີ  Face Of Laos 2021

699

ສະແດງຄວາມຍິນດີຢ່າງສຸດໃຈກັບຫນຸ່ມຄົນນີ້ ຫລໍ່ໃສ ເອົາໃຈສາວໆໄປເຕັມໆ ທີ່ໄດ້ຄວ້າຕໍ່າແຫນ່ງ Face Of Laos 2021 ມາຄອງໄດ້ໃຫມ່ໆໝາດໆເລີຍ ເຊິ່ງນ້ອງເອງເປັນຫນຶ່ງໃນ 3ຂອງຜູ້ຊະນະຈາກເວທີດັ່ງກ່າວ ທໍາຄວາມຈັກກັບກັບຫນຸ່ມຄົນນີ້ໃຫ້ເລິກຂຶ້ນກວ່າເກົ່າ ວ່າເປັນໃຜມາຈາກໃສ ນັ້ນກໍ່ຄືຫນຸ່ມ ທິບພະທອນ ວິລະວົງສາ ຫຼືວ່າ ໂຕ້ ປັດຈຸບັນອາຍຸ 23ປີ, ຈົບການສຶກສາຈາກມະຫາວິທະຍາໄລແຫ່ງຊາດ ແລະ ຢູ່ສັງກັດ ທາລາ ອາຄາເດມີ.

ຫນຸ່ມໂຕ້ໄດ້ໃຫ້ສໍາພາດກັບທີມຂ່າວບັນເທີງຂອງພວກເຮົາວ່າ: ຄວາມຮູ້ສຶກທໍາອິດເລີຍທີ່ຮູ້ວ່າຕົນເອງຊະນະ ການປະກວດໃນຄັ້ງນີ້ແມ່ນ ຮູ້ສຶກດີໃຈ ແລະ ຕື່ນເຕັ້ນຫຼາຍທີ່ຕົນເອງໄດ້ຖືກເລືອກ ໃຫ້ເປັນໂຕແທນນາຍແບບລາວ ສູ່ເວທີສາກົນ ແລະ ດີໃຈນໍາໝູ່ອີກທັງ2ຄົນ ທີ່ໄດ້ຖືກເລືອກເຊັ່ນດຽວກັນ ແລະ ກໍຕ້ອງຂໍຂອບໃຈມາຍັງທ່ານຜູ້ໃຫຍ່ທີ່ໃຫ້ໂອກາດ ແລະ ເຫັນໃນຄວາມສາມາດທີ່ເຮົາມີ.

ເມື່ອໄດ້ຕໍາແຫນ່ງມາຄອງແລ້ວ ສິ່ງທີ່ນ້ອງຢາກຈະເຮັດເພື່ອຊ່ວຍເຫລືອສັງຄົມຄື: ນ້ອງຢາກເຮັດໂຄງການຊ່ວຍເຫລືອແບ່ງປັນຜູ້ສູງອາຍຸ ແລະ ເດັກນ້ອຍທີ່ດ້ອຍໂອກາດ ເພື່ອສະໜັບສະໝູນໃຫ້ເຂົາເຈົ້າມີກໍາລັງໃຈ ແລະ ສູ້ຊົນໃນການດໍາລົງຊີວິດ ແລະ ຫວັງວ່າຖ້ານ້ອງມີໂອກາດ ຢາກຈະເຮັດໂຄງການນີ້ຂຶ້ນມາ ເພື່ອຊ່ວຍເຫລືອສັງຄົມໃຫ້ໄດ້ຫລາຍທີ່ສຸດ ແລະ ຍັງມີຄວາມໄຝ່ຝັນສູງສຸດ ໃນວົງການບັນເທີງຄື ຢາກຈະໄປເດີນແບບ fashion week ຢູ່ຕ່າງປະເທດ ຫລາຍໆປະເທດເລີຍ.

ສໍາລັບ ການກຽມຂອງໂຕ້ຖືວ່າ ຂ້ອນຂ້າງທີ່ຈະໄວຫລາຍ ບໍ່ວ່າຈະເປັນຮູບຮ່າງ, ຫນ້າຕາ, ທັກສະໃນການເດີນແບບ ຖ່າຍແບບ ແລະ ການຕອບຄໍາຖາມ talent show ຕ່າງໆ ເຊິ່ງມັນມີເວລາທີ່ຈໍາກັດ ແຕ່ເຮົາກໍຕ້ອງເຮັດການບ້ານຢ່າງຫນັກ ແລະ ກຽມໂຕໃຫ້ພ້ອມ ເພື່ອທີ່ຈະໄປຄ້ວາໄຊຊະນະນັ້ນມາໃຫ້ເປັນຄວາມພາກພູມໃຈຂອງຕົນເອງ ແລະ ຄົນລາວເຮົາໃຫ້ໄດ້.

ສ່ວນຜົນງານຂອງໂຕ້ເອງ ທີ່ຜ່ານມີກໍມີຜົນງານເຊັ່ນ: ການຖ່າຍແບບ, ເດີນແບບ, ສະແດງຊີຣີ, ຖ່າຍໂຄສະນາ ແລະ ອື່ນໆ ສໍາລັບ ຍາມວ່າງໂຕ້ຈະມັກເບິ່ງຢູ່ທູບທີ່ເປັນລາຍການເວົ້າພາສາອັງກິດ ເພື່ອຮຽນຮູ້ທັກສະໃນການເວົ້າ ແລະ ມັກຮ້ອງເພງ ສ່ວນການເບິ່ງແຍງຕົນເອງແມ່ນເປັນສິ່ງສໍາຄັນຫລາຍ ເຮົາຕ້ອງມີໂຕຊ່ວຍໃນການບໍາລຸງຜິວຫນ້າ ນອກນັ້ນ ຍັງຕ້ອງອອກກໍາລັງກາຍໃຫ້ສະຫມໍ່າສະເຫມີ ເພື່ອໃຫ້ສຸຂະພາບດີ, ມີຮູບຮ່າງຫນ້າຕາທີ່ສົດໃສ.

ສຸດທ້າຍນີ້ ໂຕ້ກໍຂໍໃຫ້ທຸກຄົນຊ່ວຍໂຫວດຊ່ວຍເຊຍ ແລະ ເປັນກໍາລັງ ໃຫ້ຕົວແທນຂອງປະເທດລາວເຮົາແນ່ເດີ້ ເພື່ອໃຫ້ໄດ້ເຂົ້າຮອບເລິກໆ ແລະ ໄປເຖິງຄວ່າມຝັນທີ່ຕັ້ງໄວ້ ຂອບໃຈ. ສາມາດຕິດຕາມຜົນງານ ແລະ ການເຄື່ອນໄຫວຕ່າງໆຂອງນ້ອງໄດ້ຜ່ານທາງ ເຟສບຸກສ່ວນຕົວ To Thipphatthone.

ຮູບ: To Thipphatthone