ມາໃໝ່ອີກແລ້ວ! ທົ່ວທຸກພາກຂອງລາວລະວັງ ຝົນຕົກໜັກລົມແຮງ

961

ອຸຕຸເຕືອນເຝົ້າລະວັງຝົນຕົກໜັກ, ລົມພັດແຮງ ໄລຍະວັນທີ 14-15 ຕຸລານີ້ ແລະ ຄາດຄະເນສະພາບອາກາດ ໃນໄລຍະວັນທີ 11 ຫາ 17 ຕຸລາ 2021 ວ່າ: ໃນໄລຍະວັນທີ 11 ຫາ 12 ຕຸລານີ້ ລົມພາຍຸໝຸນເຂດຮ້ອນ ກົມປາສຸ (KOMPASU) ຫົວທີ 18 ປະຈໍາປີ 2021 ທີ່ມີຈຸດທີ່ຕັ້ງຢູ່ເຂດມະຫາສະຫມຸດປາຊີຟິກ ຄາດວ່າຈະເຄື່ອນທີ່ຜ່ານທະເລຈີນໃຕ້ຕອນເທິງ ໃນວັນທີ 12 ຫາ 13 ຕຸລາ.

ພາຍຸຫົວນີ້ຈະເຄື່ອນທີ່ຜ່ານເກາະໄຮໜານ ແລະ ສືບຕໍ່ເຄື່ອນຂຶ້ນຝັ່ງຂອງປະເທດຫວຽດນາມ ໃນໄລຍະວັນທີ 14 ຫາ 15 ຕຸລາ, ຫຼັງຈາກນັ້ນຈະອ່ອນກໍາລັງລົງກາຍເປັນ ລົມພາຍຸດີເປຼຊັນເຄື່ອນທີ່ຜ່ານພາກກາງຂອງປະເທດລາວ, ຊຶ່ງຈະເຮັດໃຫ້ມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບປານກາງ ຫາ ຕົກໜັກ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ແຂວງພາກເໜືອດ້ານຕາເວັນອອກ, ພາກກາງ ແລະ ພາກໃຕ້ ຂອງປະເທດລາວ.

ໃນນີ້, ໄດ້ມີຄໍາເຕືອນເພື່ອເຝົ້າລະວັງ ໂດຍແຈ້ງເຖິງອໍານາດການປົກຄອງທຸກພາກສ່ວນ ແລະ ປະຊາຊົນບັນດາເຜົ່າ ໂດຍສະເພາະຜູ້ທີ່ອາໄສຢູ່ລຽບຕາມຮ່ອມພູ ເປີ້ນພູ ແລະ ແຄມແມ່ນ້ຳຕ່າງໆ ຈົ່ງມີສະຕິລະມັດລະວັງຕໍ່ສະພາບດິນເຈື່ອນ, ນໍ້າຖ້ວມຊຸ, ນ້ຳຖ້ວມຍຶ່ງ ແລະ ລົມພັດແຮງ ທີ່ຈະເກີດຂຶ້ນໄດ້ໃນໄລຍະນີ້ ພ້ອມທັງກະກຽມ ຍົກຍ້າຍວັດຖຸສິ່ງຂອງທີ່ມີຄ່າ ແລະ ສັດລ້ຽງໄປໄວ້ບ່ອນທີ່ສູງ ແລະ ປອດໄພ.