ເລີ່ມປ່ຽນໃຈຢາກໄປໃຊ້ລົດໄຟຟ້າ ລັດມີນະໂຍບາຍຫຼາຍຢ່າງ

866

ດັ່ງທີ່ຮູ້ກັນດີແລ້ວວ່າ ປະເທດເຮົາແມ່ນນຳເຂົ້ານ້ຳມັນ 100% ບໍ່ມີແຫຼ່ງຜະລິດ ແຕ່ພວກເຮົາມີທ່າແຮງໃນການຜະລິດໄຟຟ້າ ແລະມີຍອດສົ່ງອອກແຕ່ລະປີເປັນຈຳນວນຫຼາຍ ຈາກຈຸດນີ້ລັດຖະບານແມ່ນສົ່ງເສີມແນວຄວາມຄິດການນຳໃຊ້ສົດໄຟຟ້າເຂົ້າໃນການຄົມມະນາຄົມໃຫ້ຫຼາຍຂຶ້ນ ພ້ອມອອກນະໂຍບາຍຫຼາຍຢ່າງ ເພື່ອຊຸກຍູ້ແນວທາງການນຳໃຊ້ລົດໄຟຟ້າຢ່າງຈີງ ໂດຍລັດຖະບານຈະເປັນແບບຢ່າງນຳໜ້າໃນການໃຊ້ ( ທົດລອງ).

ການນຳໃຊ້ລົດໄຟຟ້າ ມີຜົນດີບ່ອນໃດ ແນ່ນອນມີຄວາມເປັນມິດກັບສິ່ງແວດລ້ອມ ແລະປະຢັດມັດທະຍັດ ເມັດເງິນນຳໃຊ້ຈ່າຍຄ່າໄຟ ແລະນ້ຳມັນແຕກຕ່າງກັນຫຼາຍຈິ່ງຄວນພິຈາລະນາ ຈິງຢູ່ຕອນນີ້ລົດໄຟຟ້າມີລາຄາສູງແຕ່ຖ້າທຽບໃສ່ຫຼັງຊື້ແລ້ວຕ້ອງຊື້ນ້ຳມັນເຕີມໃນແຕ່ລະວັນ ແມ່ນຄຸ້ມຄ່າຫຼາຍ ແອັດບໍໄດ້ໂຄສະນາຂາຍລົດໄຟຟ້າ ແຕ່ຢາກເອົານະໂຍບາຍຂອງລັດມາຝາກ.

ຕາມດຳລັດວ່າດ້ວຍລົດລັດ ນະໂຍບາຍສຳລັບຜູ້ຊົມໃຊ້ລົດໄຟຟ້າແມ່ນຈະໄດ້ຮັບນະໂຍບາຍຫຼາຍຢ່າງເຊັ່ນ: ເຄື່ອງສາກລົດໄຟຟ້າ ແມ່ນລັດວິສາຫະກິດເປັນຜູ້ຈັດການ ແລະ ຈະບໍ່ມີການເກັບຄ່າໝໍ້ນັບໄຟຢູ່ຕາມທີ່ຢູ່ອາໄສ ລວມເຖິງສຳນັກງານ-ອົງການ ທັງນີ້ກໍ່ເພື່ອຮັບປະກັນຄວາມປອດໄພທາງດ້ານເຕັກນິກຕ່າງໆ.

ພ້ອມດຽວກັນນີ້ຜູ້ນຳໃຊ້ລົດໄຟຟ້າແມ່ນຈະໄດ້ຮັບສ່ວນຫຼຸດເສຍຄ່າທຳນຽມປະຈຳທາງໃນແຕ່ລະປີ ຫຼື ປະຈຳປີແມ່ນຕ່ຳກວ່າລົດທີ່ແລ່ນດ້ວຍນ້ຳມັນເຊື້ອໄຟຢ່າງໜ້ອຍ 30% ອີງຕາມກໍລະນີຄວາມແຮງທຽບເທົ່າກັນ ແລະ ຜູ້ຊົມໃຊ້ລົດໄຟຟ້າຍັງຈະໄດ້ບຸລິມະສິດ ບ່ອນຈອດລົດຕາມຈຸດ ທີ່ຈະມີການກຳນົດໄວ້ ຫຼື ສະຖານທີ່ສາກລົດໄຟຟ້ານີ້ ຕາມສະຖານທີ່ສາທາລະນະທີ່ທາງຝ່າຍຮັບຜິດຊອບໄດ້ກຳນົດຈຸດໄວ້.

ຕາມດຳລັດຂອງລັດຖະບານ ການນຳໃຊ້ລົດໄຟຟ້າ ລັດຈະສົ່ງເສີມຢ່າງຈີງຈັງໃຫ້ຮອດປີ 2025 ອັດຕາສ່ວນລົດໄຟຟ້າທີ່ຊົມໃຊ້ໃນສັງຄົມກວມເອົາຢ່າງໜ້ອຍ 1% ຂອງຈຳນວນພາຫະນະທັງໝົດ ແລະ ຕ້ອງກວມ 30% ໃນປີ 2030 ຕາມແຜນລັດຖະບານໄດ້ກຳນົດໄວ້.