ມຽນມາ ມີຄົນທຸກຍາກ ແລະ ຕ້ອງການຄວາມຊ່ວຍເຫຼືອເພີ່ມຂຶ້ນ

211

ເວັບ​ໄຊ Financial Time ລາຍ​ງານ​ໃນ​ວັນ​ທີ 10 ຕຸ​ລາ 2021 ວ່າ: ອົງ​ການ​ສະ​ຫະ​ປະ​ຊາ​ຊາດ (ສ​ປ​ຊ) ຍັງ​ຕ້ອງ​ການ​ເງິນ​ຊ່ວຍ​ເຫຼືອ ເພື່ອ​ນຳ​ໄປ​ຊ່ວຍ​ເຫຼືອ​ດ້ານ​ມະ​ນຸດ​ສະ​ທຳ​ໃນ​ມຽນ​ມາ, ໃນ​ຂະ​ນະ​ທີ່​ມຽນ​ມາ​ກຳ​ລັງ​ປະ​ເຊີນ​ກັບ​ວິ​ກິດ 3 ດ້ານ ໄດ້​ແກ່ ​ຄວາມ​ຂັດ​ແຍ່ງພາຍ​ໃນ​ປະ​ເທດ, ບັນ​ຫາ​ເສດ​ຖະ​ກິດ ແລະ ການ​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ເຮັດ​ໃຫ້​ປະ​ຊາ​ຊົນ​ທີ່ຕ້ອງ​ການ​ຄວາມ​ຊ່ວຍ​ເຫຼືອ​ສຸກ​ເສີນ​ເພີ່ມ​ຂຶ້ນ 3 ເທົ່າ ຈາກ 1 ລ້ານ​ຄົນ ມາ​ເປັນ 3 ລ້ານ​ຄົນ​ໃນ​ປີ​ນີ້.

ທ່ານ ແອນດ​ຣູ ເຄີກ ວູດ ຜູ້​ປະ​ສານ​ງານ​ດ້ານ​ມະ​ນຸດ​ສະ​ທຳ​ຂອງ​ສະ​ຫະ​ປະ​ຊາ​ຊາດ​ປະ​ຈຳ​ມຽນ​ມາ ກ່າວ​ວ່າ: ມຽນ​ມາ​ກຳ​ລັງ​ປະ​ເຊີນ​ກັບ​ຄວາມ​ຂັດ​ແຍ່ງ​ຢ່າງ​ໜັ​ກ​ໜ່ວງ ແຕ່​ເມື່ອ​ເກີດ​ສະ​ຖາ​ນະ​ການ​ໃນ​ອັ​ຟ​ກາ​ນິ​ສ​ຖານ, ມຽນ​ມາ​ກໍ​ຖືກ​ບົດ​ບັງ​ຄວາມ​ທຸກ​ຮ້ອນ​ທີ່​ຕ້ອງ​ການ​ຄວາມ​ຊ່ວຍ​ເຫຼືອ​ຢ່າງ​ເລັ່ງ​ດ່ວນ. ຂະ​ນະ​ທີ່​ການ​ລະ​ດົມ​ທຶນ​ຂອງ ສ​ປ​ຊ ເພື່ອ​ຊ່ວຍ​ເຫຼືອ​ດ້ານ​ມະ​ນຸດ​ສະ​ທຳ​ສຸກ​ເສີນ​ໃຫ້​ແກ່​ມຽນ​ມາ​ໄດ້​ບໍ່​ຮອດ​ເຄິ່ງ​ໜຶ່ງ​ຂອງ​ຄວາມ​ຕ້ອງ​ການ (ຄວາມ​ຕ້ອງ​ການ 385 ລ້ານ​ໂດ​ລາ​ສະ​ຫະ​ລັດ).

​ລາ​ຍ​ງານ​ລະ​ບຸ​ວ່າ: ຂະ​ນະ​ນີ້ ຊາວ​ມຽນ​ມາ​ປະ​ມານ 215.000 ຄົນ​ບໍ່​ມີ​ທີ່​ຢູ່​ອາ​ໄສນັບ​ຕັ້ງ​ແຕ່​ເກີດ​ເຫດ​ການ​ຢຶດ​ອຳ​ນາດ​ຂອງກອງ​ທັບ​ເມື່ອ​ວັນ​ທີ 1 ກຸມ​ພາ​ເປັນ​ຕົ້ນ​ມາ ແລະ ມີ​ປະ​ຊາ​ຊົນ​ຫຼາຍ​ລ້ານ​ຄົນມີ​ຊີ​ວິດການເປັນ​ຢູ່​ດ້ວຍ​ຄວາມ​ທຸກ​ຍາກ​ລຳ​ບາກ ເນື່ອງ​ຈາກ​ບໍ່​ມີ​ວຽກ​ເຮັດ​ງານ​ທຳ ບວກ​ກັບ​ລາ​ຄາ​ສິນ​ຄ້າ ເຄື່ອງ​ໃຊ້​ສອຍ​ໃນ​ຊີ​ວິດ​ປະ​ຈຳ​ວັນ, ລາ​ຄາ​ອາ​ຫານ ແລະ ເຊື້ອ​ເພີງ​ທີ່​ເພີ່ມ​ສູງ​ຂຶ້ນ ໃນ​ເມືອງ​ໃຫຍ່ຫຼາຍ​ເມືອງ.