3 ບັນຫາໃຫຍ່ຂອງສະຫະລັດ ອາດສະເທືອນເສດຖະກິດໂລກ

561

ລັດ​ຖະ​ບານ​ສະ​ຫະ​ລັດ​ອາ​ເມ​ຣິ​ກາ ນຳ​ໂດຍ​ ປະ​ທາ​ນາ​ທິ​ບໍ​ດີ ໂຈ ໄບ​ເດັນ ຈະ​ຕ້ອງ​ຜ່ານ​ຜ່າ 3 ບັນ​ຫາ​ໃຫຍ່​ໄປ​ໃຫ້​ໄດ້​ພາຍ​ໃນ​ປີ​ນີ້ ​ເຊິ່ງ​ຕ້ອງ​ໄດ້​ອາ​ໄສ​ການ​ຮ່ວມ​ມື ທັງ​ຝ່າຍ​ລັດ​ຖະ​ບານ ແລະ ຝ່າຍ​ຄ້ານ ຫາກ​ບໍ່​ດັ່ງ​ນັ້ນ ອາດ​ສົ່ງ​ຜົນ​ກະ​ທົບ​ຕໍ່​ເສດ​ຖະ​ກິດ​ຂອງ​ສະ​ຫະ​ລັດ ແລະ ເສດ​ຖະ​ກິດໂລກ.

ບັນ​ຫາ​ທີ 1 ກໍ​ຄື ສະ​ພາ​ຄອງ​ເກ​ຣ​ສ ຕ້ອງ​ມີ​ມະ​ຕິ​ເຫັນ​ດີ​ໃຫ້​ຂະ​ຫຍາຍ​ເພ​ດານ​ໜີ້​ຊ້າ​ສຸດ​ບໍ່​ໃຫ້​ເກີນ​ວັນ​ທີ 18 ຕຸ​ລາ​ນີ້ ຫາກ​ບໍ່​ດັ່ງ​ນັ້ນ ອາ​ເມ​ຣິ​ກາ​ອາດ​ຜິດ​ນັດ​ຊຳ​ລະ​ໜີ້​ເປັນ​ຄັ້ງ​ທຳ​ອິດ​ໃນ​ປະ​ຫວັດ​ສາດ ເຊິ່ງ​ຈະ​ສົ່ງ​ຜົນ​ກະ​ທົບ​ຕໍ່​ລະ​ບົບ​ເສດ​ຖະ​ກິດ​ຂອງ​ອາ​ເມ​ຣິ​ກາ ແລະ ເສດ​ຖະ​ກິດ​ໂລກ​ນຳ​ອີກ.

ບັນ​ຫາ​ທີ 2 ແຜນ​ເສດ​ຖະ​ກິດ ຫຼື ແຜນ​ລົງ​ທຶນ​ໃສ່​ໂຄງ​ສ້າງ​ພື້ນ​ຖານ ​ຂອງ​ລັດ​ຖະ​ບານ ເຊິ່ງ​ພັກ​ເດ​ໂມ​ແຄ​ຣັດ​ມີ​ເປົ້າ​ໝາຍ​ຈະ​ຜ່ານ​ຮ່າງ​ກົດ​ໝາຍ​ແຜນ​ເສດ​ຖະ​ກິດ​ຂອງ​ລັດ​ຖະ​ບານ​ມູນ​ຄ່າ 3,5 ພັນ​ຕື້​ໂດ​ລາ​ສະ​ຫະ​ລັດ​ພາຍ​ໃນ​ວັນ​ທີ 31 ຕຸ​ລາ​ນີ້ ເຊິ່ງ​ຮ່າງ​ກົດ​ໝາຍ​ດັ່ງ​ກ່າວ​ນີ້ ບໍ່​ພຽງ​ແຕ່​ເກີດ​ສຽງ​ຄັດ​ຄ້ານ​ຈາກ​ພັກ​ຝ່າຍ​ຄ້ານ​ເທົ່າ​ນ​ນັ້ນ ແຕ່​ສະ​ມາ​ຊິກ​ສະ​ພາ​ບາງ​ຄົນ​ຂອງ​ພັກ​ເດ​ໂມ​ແຄ​ຣັດ​ເອງ​ກໍ​ບໍ່​ເຫັນ​ດີ​ນຳ ຫາກ​ແຜນ​ດັ່ງ​ກ່າວ​ນີ້​ມີ​ວົງ​ເງິນ​ເກີນ 1,5 ພັນ​ຕື້​ໂດ​ລາ​ສະ​ຫະ​ລັດ, ດັ່ງ​ນັ້ນ ລັດ​ຖະ​ບານ​ອາດ​ປັບ​ລົງ ເພື່ອ​ປາ​ນີ​ປະ​ນອມ​ໃຫ້​ແຜນ​ດັ່ງ​ກ່າວ​ຜ່ານ​ສະ​ພາ​ຄອງ​ເກ​ຣ​ສ​ໄປ​ດ້ວຍ​ດີ.

ແຜນ​ເສດ​ຖະ​ກິດ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ ​ໂຈ ໄບ​ເດັນ ມີ​ເປົ້າ​ໝາຍ​ຍົກ​ເຄື່ອງ​ເສດ​ຖະ​ກິດ​ຂອງ​ສະ​ຫະ​ລັດ ທັງ​ການ​ລົງ​ທຶນໃສ່​ໂຄງ​ສ້າງ​ພື້ນ​ຖານ ປະ​ກອບ​ມີ ຂົວ-ທາງ, ສະ​ໜາມ​ບິນ, ໄຟ​ຟ້າ, ເຄືອ​ຂ່າຍບ​​ຣອດ​ແບ​ນ, ພັດ​ທະ​ນາຊັບ​ພະ​ຍາ​ກອນ​ມະ​ນຸດ, ສະ​ຫວັດ​ດີ​ການ​ສັງ​ຄົມ ແລະ ອື່ນໆ​ອີກ ເຊິ່ງ​ເປັນ​ການ​ລົງ​ທຶນ​ຄັ້ງ​ໃຫຍ່​ທີ່​ສຸດ​ໃນ​ຮອບຫຼາຍ​ສິບ​ປີ.

ບັນ​ຫາ​ທີ 3 ງົບ​ປະ​ມານ​ລາຍ​ຈ່າຍ: ໃນ​ເດືອນ​ກັນ​ຍາ​ຜ່ານ​ມາ ສະ​ພາ​ຄອງ​ເກ​ຣ​ສ​ມີ​ມະ​ຕິ​ໃຫ້​ຂະ​ຫຍາຍ​ເວ​ລາ​ການ​ໃຊ້​ຈ່າຍ​ງົບ​ປະ​ມານ​ປະ​ຈຳ​ປີ​ໄປ​ຈົນ​ຮອດ​ວັນ​ທີ 3 ທັນ​ວາ 2021 ເປັນ​ການ​ຊົ່ວ​ຄາວ ເຮັດ​ໃຫ້​ລັດ​ຖະ​ບານ​ຍັງ​ສາ​ມາດ​ນຳ​ໃຊ້​ງົບ​ປະ​ມານ​ໃນ​ການ​ບໍ​ລິ​ຫານ​ປະ​ເທດ, ໜ່ວຍ​ງານ​ທາງ​ລັດ​ຖະ​ການ​ສາ​ມາດ​ເປີດ​ບໍ​ລິ​ການ​ໄດ້​ຕາມ​ປົກະ​ຕິ ເພື່ອຫຼີກ​ລ່ຽງ​ການ​ຊັດ​ດາວ ເໝືອນ​ກັບ​ທີ່​ເຄີຍ​ເກີດ​ຂຶ້ນ​ກັບ​ລັດ​ຖະ​ບານ ໂດ ນັ​ລ​ທ​ຣຳ ທີ່​ແກ່​ຍາວ​ເປັນ​ເວ​ລາ 22 ວັນ.

ແນວ​ໃດ​ກໍ​ຕາມ ນັບ​ແຕ່​ເດືອນ​ທັນ​ວາ​ເປັນ​ຕົ້ນ​ໄປ ຕ້ອງ​ໄດ້​ຮັບ​ການ​ເຫັນ​ດີ​ຈາກ​ສະ​ພາ​ຄອງ​ເກ​ຣ​ສ​ໃນ​ການ​ຜ່ານ​ຮ່າງ​ກົດ​ໝາຍ​ງົບ​ປະ​ມານ​ລາຍ​ຈ່າຍ​ໄລ​ຍະ​ຍາວ ເຊິ່ງ​ຍັງບໍ່​ແນ່ນນອນ​ວ່າ ຈະ​ຜ່ານ​ໄປ​ດ້ວຍ​ດີຫຼື​ບໍ່.

ທັງ 3 ບັນ​ຫາ​ທີ່​ຍົກ​ມາ​ນັ້ນ ລ້ວນ​ແຕ່​ມີ​ຄວາມ​ສຳ​ຄັນ​ຕໍ່​ລັດ​ຖະ​ບານ​ສະ​ຫະ​ລັດ, ໂດຍ​ສະ​ເພາະ​ການ​ຂະ​ຫຍາຍ​ເພ​ດ້ານ​ໜີ້ ເຊິ່ງ​ຖ້າ​ຫາກສະ​ພາ​ຄອງ​ເກ​ຣ​ສ​ບໍ່​ອະ​ນຸ​ມັດ ຈະ​ສົ່ງ​ຜົນ​ກະ​ທົບ​ຕໍ່​ເສດ​ຖະ​ກິດ​ຂອງ​ສະ​ຫະ​ລັດ ແລະ ເສດ​ຖະ​ກິດ​ໂລກ​ຢ່າງ​ແນ່ນອນ.