ວິທະຍາຄານ ກົມມະດຳ ສະຫຼອງວັນຄູແຫ່ງຊາດ ຄົບຮອບ 27 ປີ

1349

ວັນທີ 11ຕຸລາ 2021 ວິທະຍາຄານ ກົມມະດຳ ໄດ້ສະເຫຼີມສະຫຼອງວັນຄູແຫ່ງຊາດ 7 ຕຸລາ ຄົບຮອບ 27 ປີ (1994-2021) ພາຍໃຕ້ການເປັນປະທານຂອງສະຫາຍ ພັນເອກ ບົວໄລ ສີລັກສາ ຫົວໜ້າການທະຫານ ວິທະຍາຄານ ກົມມະດຳ , ມີຄະນະພັກ-ຄະນະອຳນວຍການ, ຄະນະຫ້ອງ-ຄະນະວິຊາຄູ, ພະແນກການ-ກອງພັນ, ພະນັກງານ-ຄູອາຈານ, ນັກຮຽນ-ນັກສຶກສາເຂົ້າຮ່ວມ.


ສະຫາຍ ພັນເອກ ປ.ອ ສັນຕິສຸກ ກາງພູວົງ ຫົວໜ້າຫ້ອງ ວິທະຍາສາດ-ປະຫວັດສາດ ການທະຫານ ວິທະຍາຄານ ກົມມະດຳ ໄດ້ຫວນຄືນມູນເຊື້ອປະຫວັດຄວາມເປັນມາຂອງວັນຄູແຫ່ງຊາດ ຄົບຮອບ 27 ປີ. ສຳລັບ ສປປ ລາວ ,ພັກ ແລະ ລັດຖະບານ ເວລາໃດກໍ ໃຫ້ຄວາມສຳຄັນ ແລະ ເອົາໃຈໃສ່ຕໍ່ວຽກງານການສຶກສາ, ຖືເອົາຄູສອນເປັນກົກໃນການຍົກສຸງຄຸນນະພາບ ຂອງການສຶກສາ ກໍຄືການພັດທະນາຊັບພະຍາກອນມະນຸດ ເພາະຄູມີບົດບາດສຳຄັນ.


ໃນການສ້າງອະນາຄົດໃຫ້ ຄົນແຕ່ລະຮຸ່ນ ແລະ ໃນພາລະກິດສ້າງພັດທະນາ ປະເທດຊາດໃຫ້ຈະເລີນຮຸ່ງເຮືອງ, ເມື່ອເວົ້າເຖິງບົດບາດຂອງຄູແລ້ວ ກໍມີການນຳພັກ-ລັດ, ນັກສຶກສາ ແລະ ນັກສັງຄົມສາດ ຫຼາຍທ່ານໄດ້ຂະໜານນາມຄູວ່າ: ຄູແມ່ນຄົນຂອງພັກ, ຄູແມ່ນວິສະວະກອນແຫ່ງດວງວິນຍານ,ຄູແມ່ນແມ່ພີມຂອງຊາດ, ຄູແມ່ນພໍ່ແມ່ຜູ້ທີ່ສອງ ຂອງເດັກ,ຄູແມ່ນຜູ້ທີ່ມີຄວາມຮູ້ ແລະ ປະສົບການ ທີ່ສາມາດຖ່າຍທອດໃຫ້ແກ່ຜູ້ອື່ນ, ຄູຄືຜູ້ນຳພາການ ປ່ຽນແປງໃໝ່ ແລະອື່ນໆ.


ໂອກາດດຽວກັນນີ້ຍັງໄດ້ອ່ານສານອວຍພອນຈາກອົງການຈັດຕັ້ງມະຫາຊົນ, ພະນັກງານ-ນັກຮົບ, ນັກຮຽນ-ນັກສຶກສາ ນຳອີກ, ພ້ອມທັງຈັດຕັ້ງມອບລາງວັນໃຫ້ແກ່ຄູສອນດີ-ສອນເກັ່ງຈຳນວນ 11 ສະຫາຍ ແລະ ຍັງໄດ້ມອບກະຕ່າຂອງຂວັນເພື່ອອວຍພອນຄູ ຕື່ມອີກ.


ຕອນທ້າຍສະຫາຍ ຫົວໜ້າການທະຫານ ວິທະຍາຄານ ກົມມະດຳ ໄດ້ກ່າວ ຄຳອວຍພອນໄຊອັນປະເສີດມາຍັງຄູ-ອາຈານທຸກພາກສ່ວນທົ່ວ ວິທະຍາຄານເນື່ອງໃນໂອກາດວັນຄູແຫ່ງຊາດ 7 ຕຸລາ ຄົບຮອບ 27 ປີ ຈົ່ງມີສຸຂະພາບແຂງແຮງ, ມີຄວາມຜາສຸກໃນຊີວິດ, ມີຄວາມສຸກກາຍສະບາຍໃຈພ້ອມກັນເຮັດສຳເລັດທຸກໜ້າທີ່ອັນມີກຽດສະຫງ່າຂອງຕົນທີ່ພັກ-ລັດຂັ້ນເທິງມອບໝາຍໃຫ້ຢ່າງມີປະສິດທິຜົນສູງ.

ຂ່າວ-ພາບ: ລຸນທອງ ສີບຸນເຮືອງ.