ຮູ້ໄວ້! ການປະກອບລົດປະຈໍາຕໍາແຫນ່ງພະນັກງານການນໍາລະດັບສູງ ແລະ ນ້ຳມັນ

2107

ດັ່ງທີ່ຮູ້ ສຳລັບລົດຂອງລັດ ແມ່ນຊັບສິນຂອງລັດ ທີ່ໄດ້ມາຈາກການຈັດຊື້ດ້ວຍ ງົບປະມານແຫ່ງລັດ ແລະ ຈະຖືກປະກອບໃຫ້ເປົ້າໝາຍສະເພາະ ເພື່ອຮັບໃຊ້ເຂົ້າໃນວຽກງານບໍລິຫານລັດ, ວິຊາສະເພາະ ແລະ ວິຊາສະເພາະຈຳເພາະ, ລົດປະຈຳຕຳແໜ່ງ ແລະ ລັດວິສາຫະກິດ ຕາມພາລະບົດບາດທີ່ຖືກມອບໝາຍ ທີ່ໄດ້ລະໃນມາດຕາ 2 ຂອງດຳລັດວ່າດ້ວຍລົດຂອງລັດ

ຕໍາແຫນ່ງການນໍາລະດັບສູງ: ແມ່ນຕໍາແຫນ່ງບໍລິຫານປະເພດ I ຫາ IV ຢູ່ບັນດາອົງການຈັດຕັ້ງພັກ-ລັດ, ອົງການແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນ ຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນ ໃນຂອບເຂດທົ່ວປະທດ.
ເຊິ່ງວ່າມາດຕາ 12 ວ່າດ້ວຍປະເພດຂອງການນໍາລະດັບສູງ ໃນດຳລັດເລກທີ 599/ລບ ລົງວັນທີ 29 ກັນຍາ 2021 ວ່າດ້ວຍ ລົດຂອງລັດ ໄດ້ລະບຸໄວ້ ການນໍາລະດັບສູງ ທີ່ຈະໄດ້ຮັບການປະກອບ ແລະ ຄຸ້ມຄອງ ລົດປະຈໍາຕໍາແຫນ່ງ ປະກອບມີ IV ປະເພດ ດັ່ງນີ້:

1. ການນໍາລະດັບສູງ ປະພດທີ I ປະກອບມີ: ເລຂາທິການໃຫຍ່ຄວບຕໍາແຫນ່ງປະທານປະເທດ, ເລຂາທິການໃຫຍ່, ປະທານປະເທດ, ນາຍົກລັດຖະມົນຕີ, ຜູ້ປະຈໍາການຄະນະເລຂາທິການສູນກາງພັກ
ປະທານສະພາແຫ່ງຊາດ ແລະ ກໍາມະການກົມການເມືອງສູນກາງພັກ
2. ການນໍາລະດັບສູງ ປະພດທີ II ປະກອບມີ: ຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ, ຮອງນາຍົກລັດຖະມົນຕີ ແລະ ຮອງປະທານສະພາແຫ່ງຊາດ

3. ການນໍາລະດັບສູງ ປະເພດທີ III ປະກອບມີ: ກໍາມະການສູນກາງພັກ, ຫົວຫນ້າຄະນະຂອງພັກ, ປະທານສູນກາງແນວລາວສ້າງຊາດ, ລັດຖະມົນຕີ ແລະ ຫົວຫນ້າອົງການລັດທຽບເທົ່າກະຊວງ, ລັດຖະມົນຕີ ຫົວຫນ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ປະທານ ຫຼື ເລຂາອົງການຈັດ ຕັ້ງມະຫາຊົນຂັ້ນສູນກາງ ຫຼື ທຽບເທົ່າ, ປະທານສານປະຊາຊົນສູງສຸດ, ຫົວຫນ້າອົງການໄອຍະການປະຊາຊົນສູງສຸດ, ປະທານອົງການກວດກາແຫ່ງລັດ, ປະທານອົງການກວດສອບແຫ່ງລັດ, ຜູ້ວ່າການທະນາຄານແຫ່ງ ສປປ ລາວ, ປະທານກໍາມາທິການສະພາແຫ່ງຊາດ, ເລຂາທິການ ສະພາແຫ່ງຊາດ, ຫົວຫນ້າຫ້ອງວ່າການສໍານັກງານປະທານປະເທດ, ເລຂາຄະນະພັກນະຄອນ ຫຼວງ, ເລຂາຄະນະພັກແຂວງ, ເຈົ້າຄອງນະຄອນຫຼວງວຽງຈັນ, ເຈົ້າແຂວງ ແລະ ຕໍາແຫນ່ງອື່ນໆທຽບເທົ່າຕໍາແຫນ່ງບໍລິຫານດັ່ງກ່າວ ທີ່ກໍານົດໄວ້ໃນກົດຫມາຍ ແລະ ລະບຽບການ.

4. ການນໍາລະດັບສູງປະພດທີ V ປະກອບມີ: ກໍາມະການສໍາຮອງສູນກາງພັກ, ຮອງຫົວຫນ້າຄະນະ
ຂອງພັກ, ຮອງປະທານສູນກາງແນວລາວສ້າງຊາດ, ຮອງລັດຖະມົນຕີ ແລະ ຮອງຫົວຫນ້າອົງການ ລັດທຽບເທົ່າກະຊວງ, ຮອງລັດຖະມົນຕີ ຮອງຫົວຫນ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ຮອງປະທານ ຫຼື ຮອງເລຂາ ອົງການຈັດຕັ້ງມະຫາຊົນຂັ້ນສູນກາງ ຫຼື ທຽບເທົ່າ, ຮອງປະທານ ສານປະຊາຊົນສູງສຸດ, ຮອງຫົວຫນ້າອົງການໄອຍະການປະຊາຊົນສູງສຸດ, ຮອງປະທານອົງການ ກວດກາແຫ່ງລັດ, ຮອງປະທານອົງການກວດສອບແຫ່ງລັດ, ຮອງຜູ້ວ່າການທະນາຄານແຫ່ງ ສປປລາວ, ຮອງປະທານກໍາມາທິການສະພາແຫ່ງຊາດ, ຮອງເລຂາທິການສະພາແຫ່ງຊາດ, ຮອງຫົວຫນ້າ ຫ້ອງວ່າການສໍານັກງານປະທານປະເທດ, ປະທານສະພາປະຊາຊົນຂັ້ນແຂວງ, ຮອງເລຂາຄະນະພັກ ນະຄອນຫຼວງ, ຮອງເລຂາຄະນະພັກແຂວງ, ຮອງເຈົ້າຄອງນະຄອນຫຼວງວຽງຈັນ, ຮອງເຈົ້າແຂວງ, ແລະ ຕໍາແຫນ່ງອື່ນ ທຽບເທົ່າຕໍາແຫນ່ງບໍລິຫານດັ່ງກ່າວ ທີ່ໄດ້ກໍານົດໃນກົດຫມາຍ ແລະ ລະບຽບການ.
ເຊິ່ງວ່າ ມາດຕາ 13 ໄດ້ລະບຸໃນສ່ວນຂອງການປະກອບລົດປະຈໍາຕໍາແຫນ່ງ ແລະ ນໍ້າມັນ
ສຳລັບປະກອບລົດປະຈໍາຕໍາແຫນ່ງ ແລະ ນໍ້າມັນ ໃຫ້ປະຕິບັດຕາມລະບອບຕໍາແຫນ່ງດັ່ງນີ້:

1. ປະເພດ I ໃຫ້ປະກອບລົດຈໍາຕໍາແຫນ່ງ ຈໍານວນ ສອງຄັນ ຄື: ລົດປະຈໍາຕໍາແຫນ່ງ ປະເພດລົດເກັງ ຫນຶ່ງຄັນ, ລົດສໍາຮອງ ປະເພດລົດຈິບຫນຶ່ງຄັນ ແລະ ນ້ໍາມັນ 200 ລິດ ຕໍ່ຫນຶ່ງເດືອນ.
2. ປະເພດ II ໃຫ້ປະກອບລົດປະຈໍາຕໍາແຫນ່ງ ດັ່ງນີ້: ລົດປະຈໍາຕໍາແຫນ່ງ ປະເພດລົດເກັງຫນຶ່ງຄັນ, ລົດສໍາຮອງ ປະເພດລົດຈິບ ຫນຶ່ງຄັນ ແລະ ນ້ໍາມັນ 180 ລິປດ ຕໍ່ຫນຶ່ງເດືອນ.
3. ປະເພດ III ໃຫ້ປະກອບລົດປະຈໍາຕໍາແຫນ່ງ ຈໍານວນຫນຶ່ງຄັນຄື: ລົດປະຈໍາຕໍາແຫນ່ງ ປະເພດລົດເກັງຫນຶ່ງ ຄັນ, ນໍ້າມັນ 150 ລິດ ຕໍ່ຫນຶ່ງເດືອນ.
4. ປະເພດ IV ໃຫ້ປະກອບລົດປະຈໍາຕໍາແຫນ່ງ ຈໍານວນຫນຶ່ງຄັນຄື: ລົດປະຈໍາຕໍາແຫນ່ງ ປະເພດລົດເກັງຫນຶ່ງຄັນ, ນ້ໍາມັນ 120 ລິດ ຕໍ່ຫນຶ່ງເດືອນ. ສໍາລັບພາຫານະທີ່ນໍາໃຊ້ການເຄື່ອນໄຫວວຽກງານທາງການທີ່ຈໍາເປັນຂອງການນໍາຂັ້ນສູງ ປະເພດ III ແລະ IV ແມ່ນໃຫ້ນໍາໃຊ້ລົດບໍລິຫານລວມ.

ຄວາມແຮງຂອງລົດປະຈໍາຕໍາແຫນ່ງແຕ່ລະປະເພດ ໃຫ້ກໍານົດສະເພາະໃນແຕ່ລະໄລຍະຕາມຄວາມເຫມາະສົມ ພ້ອມກັນນັ້ນ, ລັດຖະບານຈະຄົ້ນຄວ້າຫັນໄປສູ່ການນໍາໃຊ້ລົດທີ່ນໍາໃຊ້ພະລັງງານສະອາດ (ພະລັງງານ ໄຟຟ້າ, ແສງອາທິດ ແລະ ອື່ນໆ) ເພື່ອປ່ຽນແທນລົດທີ່ນໍາໃຊ້ພະລັງງານນ້ໍາມັນເຊື້ອໄຟ ຕາມແຕ່ລະກໍລະນີ ແລະ ເງື່ອນໄຂຕົວຈິງ. ຈາກນັ້ນ, ກໍຈະມີການດັດປັບການເບີກຈ່າຍນໍ້າມັນເຊື້ອໄຟ ຕາມຄວາມເຫມາະສົມ.
ນອກຈາກນີ້, ມາດຕາ 14 ການປະກອບລົດປະຈໍາຕໍາແຫນ່ງໃຫ້ການນໍາລະດັບສູງ ທີ່ມີການຍົກຍ້າຍ ຫຼື ໄດ້ຮັບຕໍາແຫນ່ງໃຫມ່ ແມ່ນໃຫ້ຖືເອົາຕໍາແຫນ່ງໃຫມ່ນັ້ນ ເປັນບ່ອນອີງໃນການປະກອບລົດປະຈໍາຕໍາແຫນ່ງ ໃນກໍລະນີ ການນໍາລະດັບສູງ ໄດ້ຮັບການສັບຊ້ອນ, ຫມູນວຽນ ຫຼື ຍົກຍ້າຍ ໄປຮັບຕໍາແຫນ່ງໃຫມ່ທີ່ເທົ່າກັບຕໍາແຫນ່ງເກົ່າກໍໃຫ້ສືບຕໍ່ນໍາໃຊ້ລົດຈໍາຕໍາແຫນ່ງ ຕາມທີ່ໄດ້ປະກອບໃຫ້ແລ້ວ ແລະ ໃນກໍລະນີລະດັບສູງ ໄດ້ຮັບຕຳແໜ່ງໃໝ່ ທີ່ສູງກວ່າ ຫຼື ຕ່ຳກວ່າເກົ່າ ແມ່ນໃຫ້ຖອນລົດປະຈຳຕຳແໜ່ງທີ່ໄດ້ປະກອບໃຫ້ຜ່ານມາ ແລ້ວໃຫ້ປະກອບລົດປະຈຳຕຳແໜ່ງໃໝ່ປ່ຽນແທນ ຕາມທີ່ໄດ້ລະບຸໄວ້ໃນມາດຕາ 13 ຂອງດໍາລັດສະບັບນີ້.