ຟິວຣີ ນ໊ອກ ໄວລ໌ເດີ ຍົກທີ 11 ຢໍ້າແຄ້ນ ພ້ອມປ້ອງກັນແຊັມມວຍຮຸ່ນໃຫຍ່ຂອງສະພາມວຍໂລກ

672
Tyson Fury, of England, knocks down Deontay Wilder in a heavyweight championship boxing match Saturday, Oct. 9, 2021, in Las Vegas. (AP Photo/Chase Stevens)

ໄທສັນ ຟິວຣີ ນັກມວຍຊາວອັງກິດ ອາໄສໝັດເດັດໃນຍົກທີ 11 ໃສ່ໜ້າຂອງ ດິອອນເຕ ໄວລ໌ເດີ ຜູ້ທ່າຊີງຊາວອາເມຣິກາ ຈົນນ໊ອກ ໃນການແຂ່ງຂັນມວຍສາກົນຮຸ່ນເຮຟວີເວດຂອງ ສະພາມວຍໂລກ ( WBA ) ເມື່ອທ້າຍອາທິດ ທີ່ຜ່ານມາ ທີ່ເວທີມວຍ ທີ-ໂມບາຍ ອາຣີນາ ລາສ ເວກັສ ສະຫະລັດອາເມຣິກາ ເຊິ່ງຖືເປັນການຢໍ້າແຄ້ນ ແລະ ປ້ອງກັນແຊັມໄວ້ໄດ້ອີກຄັ້ງ.

ທັງສອງເຄີຍພົບກັນມາແລ້ວ 2 ຄັ້ງ ເຊິ່ງຄັ້ງທໍາອິດແມ່ນສະເໝີກັນ ແລະ ໄຟທ໌ທີ 2 ຟິວຣີ ເອົາຊະນະນ໊ອກໃນຍົກທີ 7 ເມື່ອຕົ້ນປີ 2020 ແລະ ເມື່ອທ້າຍອາທິດ ທີ່ຜ່ານມາ ເປັນການພົບກັນໃນໄຟທ໌ທີ 3 ປາກົດວ່າ: ການແຂ່ງຂັນສຸດມັນໄປເລີຍ ໂດຍສະເພາະຍົກທີ 4 ໄວລ໌ເດີ ປ່ອຍໝັດເດັດເຂົ້າໜ້າຂອງ ຟິວຣີ ຢ່າງຕໍ່ເນື່ອງ ຈົນກໍາມະການຕ້ອງນັບເຖິງ 8 ເຖິງ 2 ຄັ້ງຕິດຕໍ່ກັນ, ແຕ່ຍັງລຸກຂຶ້ນຊົກຕໍ່ໄດ້.

ໄຮໄລທ໌ສໍາຄັນຢູ່ທີ່ຍົກທີ 11 ຟິວຣີ ເດີນໜ້າເຂົ້າໃສ່ ໄວລ໌ເດີ ຈົນຕິດມູມ ກ່ອນປ່ອຍໝັດເດັດໝັດຂາເຂົ້າປາຍຄາງ ແລະ ປ່ອຍໝັດຂວາເຂົ້າທີ່ໃບໜ້າຂອງຜູ້ທ້າຊີງຈົນນອນລົງກັບພື້ນ ແລະ ໄວລທ໌ເດີ ບໍ່ສາມາດລຸກຂຶ້ນມາຊົກຕໍ່ໄດ້ ກ່ອນກໍາມະການສັ່ງຢຸດຕິການແຂ່ງຂັນທັນທີ.
ເຮັດໃຫ້ ຟິວຣີ ນັກມວຍຊາວອັງກິດ ຢໍ້າແຄ້ນໃສ່ ໄວລ໌ເດີ ຜູ້ທ້າຊີງຊາວອາເມຣິກາ ດ້ວຍການຊະນະນ໊ອກຍົກທີ 11 ພ້ອມປ້ອງກັນສາຍແອວແຊັມຮຸ່ນ ເຮຟວີເວດຂອງ ສະພາມວຍໂລກ ໄວ້ໄດ້ອີກຄັ້ງ.
ຮູບຈາກ: AP