ຂໍເຕືອນບັນດາທ່ານທີ່ບໍ່ມັກໃສ່ຜ້າປິດປາກ-ດັງ ແຕ່ມັກໃສ່ໜ້າກາກແຜ່ນຢາງໃສ ນັ້ນບໍ່ແມ່ນວິທີປ້ອງກັນທີ່ຖືກຕ້ອງ ແລະ ບໍ່ປອດໄພ

1411

ທ່ານ ດຣ. ລັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ໄດ້ຢໍ້າວ່າ ການໃສ່ຜ້າປິດປາກດັງ ກໍ່ແມ່ນມາດຕະການສໍາຄັນທີ່ສຸດ ເພາະວ່າ ພະຍາດນີ້ກະຈາຍຜ່ານນໍ້າເມືອກຮ່າງກາຍ ແລະ ຜ່ານລະອອງຟອຍນໍ້າລາຍ ໃນເວລາສົນທະນາ ຫຼື ໄອຈາມ.

ອົງການ ຊີດີຊີ ຂອງສະຫະລັດອາເມລິກາ ໄດ້ສຶກສາຄົ້ນຄວ້າ ພົບວ່າ ຖ້າທຸກຄົນໃສ້ຜ້າປິດ-ປາກດັງ ແລະ ໃສ່ຖືກຕ້ອງ ແມ່ນສາມາດປ້ອງກັນການຕິດເຊື້ອໄດ້, ຫຼາຍໆທ່ານກໍ່ຕັ້ງຄໍາຖາມວ່າ ຍ້ອນຫຍັງ ເມື່ອປະຕິບັດການປ້ອງກັນແບບດີທີ່ສຸດແລ້ວ ຍັງຕິດເຊື້ອຢູ່? ຂໍແນະນໍາໃຫ້ທ່ານຕ້ອງກວດສອບຕົນເອງ ວ່າທ່ານໄດ້ໃສ່ຜ້າປິດປາກ-ດັງແບບຖືກຕ້ອງບໍ.

ການໃສ່ຜ້າປິດປາກດັງນັ້ນບໍ່ສາມາດປ້ອງກັນບໍ່ໃຫ້ຕິດໂຄວິດໄດ້100% ແລະ ມີຫຼາຍປະເພດຂອງຜ້າປິດປາກ, ປະເພດທີ່ດີທີ່ສຸດແມ່ນN95 ຊຶ່ງຈະສວມໃສ່ເມື່ອໃສ່ຊຸດຕົວໝີ (PPE), ຊຶ່ງຈະປິດແຈບ ແລະບ່ມີບ່ອນຮົ່ວດ້ານຂ້າງ ແລະ ຫາຍໃຈຍາກ! ສ່ວນຜ້າປິດປາກທຳມະດານັ້ນທີ່ນິຍົມໃຊ້ທົ່ວໄປແມ່ນປ້ອງກັນໄດ້ພຽງ10-30%, ຂື້ນຢູ່ວ່າໃສ່ຖືກບໍ່, ມັກປົດອອກບໍ່?

ດັ່ງນັ້ນເພີ່ນຈຶ່ງແນະນຳນອກຈາກໃສ່ຜ້າປິດປາກແລ້ວ ການຮັກສາໄລຍະຫ່າງແມ່ນສຳຄັນ ເພາະຈະເພີ້ມການປ້ອງກັນຂື້ນອີກຕື່ມ ແລະ ຖ້າເພີ້ມການລ້າງມືເຂົ້າກ່ຫຍີ່ງປ້ອງກັນໄດ້ດີຂື້ນ ແລະ ສຳຄັນທີ່ສຸດແມ່ນຢາມກິນເຂົ້າທຸກຄົນກໍຕ້ອງໄດ້ປົດຜ້າປິດປາກ ດັ່ງນັ້ນ ບໍ່ຄວນຈະກິນເຂົ້າຮ່ວມກັນ ບໍ່ວ່າຈະເປັນຄົນໃນຄອບຄົວ ຫຼື ສຳນັກງານອົງການຕ່າງໆ


ເພື່ອຮັບປະກັນຄຸນນະພາບການປ້ອງກັນ ສໍາລັບຜູ້ທີ່ຕ້ອງໃຊ້ຜ້າປິດປາກດັງຫຼາຍຊົ່ວໂມງໃນມື້ໜຶ່ງ ຂໍແນະນໍາໃຫ້ທ່ານໄດ້ປ່ຽນໃຊ້ອັນໃໝ່ ໃນທຸກໆ 6-8 ຊົ່ວໂມງ ເພາະຜ້າປິດປາກດ້ານໃນອາດຈະປຽກຊຸ່ມແລ້ວກາຍເປັນແຫຼ່ງສະສົມພະຍາດໄດ້. ເມື່ອປົດຜ້າປິດປາກນີ້ຖີ້ມແລ້ວ ກໍ່ຕ້ອງລ້າງມືໃຫ້ສະອາດອີກຄັ້ງຈຶ່ງຈະຫຼຸດຄວາມສ່ຽງ.

ຂໍເຕືອນບັນດາທ່ານທີ່ບໍ່ມັກໃສ່ຜ້າປິດປາກ-ດັງ ແຕ່ມັກໃສ່ໜ້າກາກແຜ່ນຢາງໃສກວມທັງໝົດໃບໜ້າ ແທນນັ້ນບໍ່ແມ່ນວິທີປ້ອງກັນທີ່ຖືກຕ້ອງ ແລະ ບໍ່ປອດໄພ ເພາະມັນມີຊ່ອງຫວ່າງຫຼາຍ ບໍ່ຕິດແນບກັບປາກ-ດັງຂອງທ່ານ ແລະ ນັ້ນກາຍເປັນຈຸດສ່ຽງໃນການຮັບເຊື້ອພະຍາດຜ່ານເຂົ້າສູ່ປາກ-ດັງທ່ານໄດ້.