ຄະນະສະເພາະກິດ ພວມຫາລືກັບອົງການອະນາໄມໂລກ ກຽມທີມແພດ ເພື່ອລໍຖ້າຮັບສາຍໃຫ້ຄຳປຶກສາ ສຳລັບຜູ້ທີ່ມີເງື່ອນໄຂປິ່ນປົວຢູ່ເຮືອນ

739

ທ່ານ ດຣ. ລັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ໄດ້ກ່າວວ່າ

ຕໍ່ສະພາບການລະບາດໃນປັດຈຸບັນ ທາງຄະນະສະເພາະກິດ, ກະຊວງສາທາລະນະສຸກ ກໍ່ຄື ພະແນກສາທາລະນະສຸກໃນແຕ່ລະແຂວງໄດ້ປະຊຸມ, ປຶກສາຫາລືກັບອົງການອະນາໄມໂລກ ເພື່ອຮ່າງບັນດາຂໍ້ແນະນຳດ້ານວິຊາການສຳລັບຜູ້ທີ່ມີເງື່ອນໄຂປິ່ນປົວຢູ່ບ້ານ ລວມທັງກະກຽມທີມແພດພະຍາບານ ເພື່ອຈະລໍຖ້າຮັບສາຍໃຫ້ຄຳປຶກສາຕໍ່ຄົນເຈັບທີ່ປິ່ນປົວຢູ່ເຮືອນ.

ແລະ ມີການຄົ້ນຄວ້າໝູນໃຊ້ໂຮງແຮມໃຫ້ກາຍເປັນໂຮງໝໍພາກສະໜາມເຊິ່ງມີເງື່ອນໄຂທີ່ເໝາະສົມ ແລະ ປອດໄພກວ່າ ການປິ່ນປົວຢູ່ທີ່ເຮືອນ ດ້ວຍສາເຫດທີ່ວ່າມີຫ້ອງພ້ອມຫ້ອງນ້ຳ ແຍກແຕ່ລະຄົນ ແລະ ທີມແພດມາດໄປດູແລໄດ້ເປັນຈຸດຢ່າງສະດວກ,
ນະຄອນຫຼວງວຽງຈັນໄດ້ມີການເປີດນໍາໄຊ້ໂຮງແຮມມາເປັນໂຮງໝໍພາກສະໜາມ ຈຳນວນ 1 ແຫ່ງ ແລະ ມີຄົນເຈັບເຂົ້ານອນ ຕິດຕາມປິ່ນປົວຈໍານວນ 22 ຄົນ.

ສໍາລັບການປະຕິບັດຕົນເອງ ກ່ອນທີ່ທາງທີມງານແພດໝໍຈະໄປຮັບ ແມ່ນໃຫ້ປະຕິບັດຕົນດັ່ງນີ້ ແຍກຕົວເອງທັນທີ, ແຍກເຄື່ອງໄຊ້ສ່ວນຕົວ, ຕິດຕາມອາການ, ຕິດຕາມອຸ່ນນະພູມ, ໃສ່ຜ້າປິດ ປາກ-ດັງ ຕະຫຼອດເວລາ, ຖ້າມີອາການຜິດປົກະຕິ ແມ່ນ ໂທປືກສາ ແພດໝໍທັນທີ