ບ້ານເຂດແດງໃໝ່ນະຄອນຫຼວງ 7 ບ້ານ ຈາກ 4 ເມືອງ

580

ທ່ານ ດຣ. ລັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ລາຍງານກ່ຽວກັບສະພາບການລະບາດຂອງພະຍາດ COVID-19 ຢູ່ ສປປ ລາວປະຈໍາວັນທີ 11 ຕຸລາ 2021

ສະພາບການລະບາດຂອງພະຍາດ COVID-19 ຢູ່ ສປປ ລາວ ວັນທີ 10 ຕຸລາ 2021, ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອ COVID-19 ທັງໝົດ 3.600 ຕົວຢ່າງ, ໃນນັ້ນ ກວດພົບຜູ້ຕິດເຊືື້ອໃໝ່ 309 ຄົນ (ຕິດເຊື້ອພາຍໃນ ມີ 303 ຄົນ ແລະ ຕິດເຊື້ອນໍາເຂົ້າ 6 ຄົນ ຈາກນະຄອນຫຼວງວຽງຈັນ 3 ຄົນ ແລະ ສະຫວັນນະເຂດ 3 ຄົນ)
ແລະ ໄດ້ລາຍງານບ້ານແດງໃໝ່ມ ວັນທີ 10 ຕຸລາມີ 10 ບ້ານ ຈາກ 6 ເມືອງ 3 ແຂວງ ດັງນີ້

ນະຄອນຫຼວງວຽງຈັນ 7 ບ້ານ ຈາກ 4 ເມືອງ ຄື ເມືອງ ສີສັດຕະນາກ ມີ ບ້ານທາດຂາວ ແລະ ສີເມືອງ; ເມືອງ ໄຊເສດຖາ ບ້ານ ໄນຄໍາ; ເມືອງໄຊຖານີ ບ້ານນາແຖ ແລະ ບ້ານດົງສ້າງຫິນ, ເມືອງ ຫາດຊາຍຟອງ ບ້ານ ສົມຫວັງໃຕ້ ແລະ ບ້ານທ່າແຂກ
ຫຼວງພະບາງ ນະຄອນຫຼວງພະບາງ ມີ ບ້ານ ນາວຽງຄໍາ ແລະ ບ້ານສິງ

ບໍລິຄໍາໄຊ ເມືອງປາກຊັນ ບ້ານ ອານຸສອນໄຊ
ມາຮອດວັນທີ 10 ຕຸລາ 2021 ຍອດຜູ້ຕິດເຊື້ອສະສົມມີ 28.850 ຄົນ, ເສຍຊີວິດສະສົມ 30 ຄົນ (ໃໝ່ 4 ກໍລະນີ) ແລະ ປິ່ນປົວຫາຍດີ 261 ຄົນ