ລາຍລະອຽດ 4 ກໍລະນີໃໝ່ ເສຍຊີວິດຈາກໂຄວິດ 19

1387

ມາຮອດວັນທີ 10 ຕຸລາ 2021 ຍອດຜູ້ຕິດເຊື້ອສະສົມມີ 28.850 ຄົນ, ເສຍຊີວິດສະສົມ 30 ຄົນ (ໃໝ່ 4 ກໍລະນີ) ແລະ ປິ່ນປົວຫາຍດີ 261 ຄົນ
ສຳລັບ ຄົນເຈັບເສຍຊີວີດ 4 ຄົນໃໝ່ ໃນວັນທີ 10 ຕຸລາ 2021 ມີລາຍລະອຽດ ດັ່ງນີ້

ຜູ້ທີ1 ເພດຊາຍ, ອາຍຸ 57 ປີ, ອາຊີບ ພະນັກງານບໍານານ, ບ້ານຜາເທົາ, ເມືອງວັງວຽງ, ແຂວງວຽງຈັນ, ເຂົ້າໂຮງໝໍ ວັນທີ 21 ກັນຍາ ດ້ວຍອາການ ຫັນໃຈຝຶດ ແລະ ນອນບໍ່ພຽງພໍ, ຜູ້ກ່ຽວພະຍາດປະຈຳຕົວ ໄຂ່ຫຼັງຊຸດໂຊມ, ຄວາມດັນເລືອດສູງ ແລະ ເບົາຫວານ, ໄດ້ກວດຫາເຊື້ອ ໂຄວິດ ສອງຄັ້ງ ພົບໃນຄັ້ງທີ່ສອງ, ຜູ້ກ່ຽວຍັງບໍ່ທັນໄດ້ສັກວັກຊີນ, ຕັ້ງແຕ່ 21 ກັນຍາ – 10 ຕຸລາ 2021 ຜູ້ກ່ຽວ ນອນປີ່ນປົວ ຢູ່ໂຮງໝໍມິດຕະພາບ ໄດ້ປະມານ 20 ມື້, ມາຮອດເວລາ 10:00 ໂມງເຊົ້າຂອງວັນທີ 10 ຕຸລາ 2021 ຜູ້ກ່ຽວໄດ້ເສຍຊີວິດ ຢູ່ໂຮງໜໍດັ່ງກ່າວ.

ຜູ້ທີ2 ເພດເພດຊາຍ, ອາຍຸ 83 ປີ, ອາຊີບ ພໍ່ເຮືອນ, ບ້ານໄຊຍະພູມ, ນະຄອນໄກສອນ, ແຂວງສະຫວັນນະເຂດ, ພະຍາດປະຈໍາຕົວ ເສັ້ນເລືອດສະໝອງຕີບ ໄດ້ປະມານ 1 ເດືອນ ແລະ ມີອາການອ່ອນແຮງແຂນຂາເບື້ອງຂວາ, ຍັງບໍ່ທັນໄດ້ຮັບການສັກຢາວັກຊີນປ້ອງກັນພະຍາດໂຄວິດ-19, ເຂົ້າໂຮງໝໍ 17 ກັນຍາ ແລະ ກວດພັບເຊື້ອໃນ ວັນທີ່ 19 ກັນຍາ, ຈາກນັ້ນສົ່ງເຂົ້ານອນຕິດຕາມທີ່ຟຮງໝໍພາກສະໜາມ ຈົນຮອດ 23 ກັນຍາ ຜູ້ກ່ຽວມີອາການໄອ ເມື່ອຍເລັກໜ້ອຍ ມີໄຂ້ ຈື່ງໄດ້ຮັບຜູ້ກ່ຽວເຂົ້າມານອນປີ່ນປົວຢູ່ໂຮງໝໍຫຼັກ 9, ມາຮອດເວລາ 09:00 ໂມງເຊົ້າຂອງວັນທີ 10 ຕຸລາ 2021 ຜູ້ກ່ຽວໄດ້ເສຍຊີວິດ ຢູ່ໂຮງໜໍດັ່ງກ່າວ.

ຜູ້ທີ3 ເພດຊາຍ ອານຸ 42 ປີ, ອາຊີບ ກຳມະກອນ, ບ້ານ ນາສາລາ ເມືອງ ໄຊທານີ ນະຄອນຫຼວງວຽງຈັນ, ປະຈຸບັນເປັນຜູ້ຖືກຂັງ, ວັນທີ 8/10: ຜູ້ກ່ຽວມີອາການໄຂ້, ເຈັບຄໍ, ຕໍ່ມາ ໃນວັນທີ10 ຕຸລາ ມີອາການໄຂ້, ຫາຍໃຈຝືດ, ແໜ້ນໜ້າເອິກ ແລ້ວມີອາການຊ໋ອກ 1 ເທື່ອ ເວລາ 12 ໂມງ 15 ນາທີ. ທ່ານໝໍໄດ້ໃຫ້ການຊ່ວຍເຫຼືອ ຫຼັງຈາກນ້ັນມີອາການຮາກເປັນເລືອດ 2 ຄັ້ງ ແລະ ມີອາການຊ໋ອກອີກເທື່ອໜຶ່ງເວລາ 14:00 ໂມງ, ຫຼັງຈາກນັ້ນ ເສຍຊີວິດ ໄດ້ເກັບຕົວຢ່າງ ແລະ ເຮັດ RDT ຜົນກວດອອກມາພົບເຊື້ອ

ຜູ້ທີ4 ເພດຍິງ ອາຍຸ 79 ປີ, ບ້ານ ໂພນເຄັງ, ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ, ເປັນຜູ້ສຳຜັດກັບລູກໄພ້ທີ່ຕິດເຊື້ອໂຄວິດກ່ອນໜ້ານີ້, ບໍ່ທັນໄດ້ຮັບວັກຊີນເພາະວ່າມີພະຍາດປະຈຳໂຕ, ເປັນເບົາຫວານ ໄດ້ 7-8 ປີ, ໄຂ່ຫລັງຊຸດໂຊມແຕ່ບໍ່ທັນໄດ້ຟອກ, ວັນທີ 1/10/2021 ເຂົ້າມາກວດຢູ່ໂຮງໝໍ 103 ທີມງານໄດ້ເກັບຕົວຢ່າງກວດໂຄວິດດ້ວຍ CPR ແມ່ນໃຫ້ຜົນລົບ, ວັນທີ 8/10/2021 ຜູ້ກ່ຽວເຂົ້າໄປນອນຢູ່ຕືກປີ່ນປົວເບົາຫວານ ແລະ ຜູ້ກ່ຽວມີອາການໄຂ້, ວັນທີ 10/10/21 ໄດ້ເກັບຕົວຢ່າງກວດດ້ວຍ RDT ຜົນກວດພົບເຊື້ອໂຄວິດ ແລະ ເສຍຊິວິດໃນມື້ດຽວກັນ.