ເຄື່ອງຫນ້າເຫມືອນຟ້າປະທານ ມະນີດາ ແໜ້ນຮວງມາລາ ໝາຍເລກ016

806

ເຄື່ອງຫນ້າເຫມືອນຟ້າປະທານເລີຍສາວງາມຄົນນີ້ ບໍ່ວ່າຈະແຕ່ງຫນ້າອອກມາລຸກໃດ ຫວານ, ຄົມ ຫລືງາມແບບທຳມະຊາດແມ່ນໄດ້ຫມົດ ຈາກຕຳນານນາງຮອງ ຈະພາຄວ້າມຸງກຸດແຫ່ງຈັກກະວານໃນເວທີ Miss Universe Laos 2021 ນີ້ໄປຄອງໄດ້ຫລືບໍ່! ແຟນໆເຊຍຫນັກ ເພາະຫນ້າຕາແມ່ນໂດດເດັ່ນແຮງໄປປະຊັນກັບເວທີຈັກກະວານໄດ້ຢ່າງດຸເດືອດ ກັບສາວຄົນນີ້ ມະນີດາ ແໜ້ນຮວງມາລາ ໝາຍເລກ016 ປັດຈຸບັນອາຍຸ 26ປີ ມາຈາກແຂວງສະຫວັນນະເຂດ ,ຈົບການສຶກສາລະດັບປະລິນຍາຕີ ຈາກມະຫາວິທະຍາໄລສະຫວັນນະເຂດ.

ຜ່ານມາເຄີຍປະກວດນາງສາວອາພອນເຜົ່າ 2015 ສາມາດຄວ້າລາງວັນຮອງດັບ 1ໄດ້, ປະກວດປະຕິທິນ 2017 ຂອງບໍລິສັດຊີມັງລາວຕິດ 1ໃນ6 ຂອງການຖ່າຍປະຕິທິນ, ຫຼ້າສຸດແມ່ນເຂົ້າປະກວດເວທີ Miss Lao 2018 ສາມາດຄວ້າລາງວັນຮອງອັນດັບ3ມາໄດ້ ຖືໄດ້ວ່າຜ່ານມາຫລາຍເວທີ ແລະ ປະສົບການແຫນ້ນເລີຍຄົນນີ້.

ຄວາມໄຝ່ຝັນ ແລະ ແຮງພັກດັນທີ່ເຮັດໃຫ້ນ້ອງຄິດຢາກກ້າວສູ່ເວທີອັນສູງສຸດທີ່ແມ່ຍິງຫລາຍໆຄົນໃຝ່ຝັນນີ້ແມ່ນເວທີ MUL 2021 ສາມາດປ່ຽນຊີວິດຂອງແມ່ຍິງໄປຕະຫລອດການ ແລະ ຖ້າໄດ້ຮັບໂອກາດນ້ອງຢາກເຂົ້າຮ່ວມງານໃນວົງການບັນເທິງ.

ຄະຕິປະຈຳໃຈ “ບຸກຄົນທີ່ບໍ່ເຄີຍເຮັດຜິດພາດ ຈະບໍ່ມີວັນໄດ້ຮຽນຮູ້ສິ່ງໃໝ່” ສໍາລັບ ເຫດຜົນສຳຄັນທີ່ນ້ອງເລືອກເຂົ້າປະກວດເວທີນີ້ແມ່ນ ນ້ອງຢາກເປັນແມ່ຍິງລາວຄົນທຳອິດ ທີ່ສ້າງປະຫວັດສາດຫນ້າໃໝ່ໃຫ້ຄົນລາວທັງຊາດ ແບບສະຫງ່າງາມຢ່າງໝັ້ນໃຈ ເປັ່ງປະກາຍສູ່ຈັກກະວານ ເພື່ອສ້າງຄວາມພາກພູມໃຈໃຫ້ຄົນລາວທັງຊາດ ແລະ ຊາວແຂວງສະຫວັນນະເຂດ ຖ້າຜ່ານເຂົ້າຮອບເລິກໆ ນ້ອງຈະໂຊສັກກະຍະພາບຂອງຕົວເອງໃຫ້ເຕັມທີ່ ເພື່ອໃຫ້ທຸກຄົນໄດ້ຮູ້ວ່າ ນ້ອງພ້ອມທີ່ສຸດທີ່ຈະໄປເສີດສາຍເທິງເວທີລະດັບສາກົນ.

ຈຸດເດັ່ນຂອງມະນິດາ ຄື: ແວວຕາ, ສີຜິວ ຄວາມໝັ້ນໃຈ ແລະ ຄວາມເປັນເອກະລັກຂອງຕົວເອງ ທີ່ຈະເອົາຊະນະໃຈກຳມະການໄດ້ແນ່ນອນ ແລະ ກ່ອນເຂົ້າປະກວດນີ້ ນ້ອງເອງໄດ້ຮຽນຮູ້ການພັດທະນາຕົນເອງ ໃນດ້ານຮູບຮ່າງ ແລະ ໜ້າຕາ ຜິວພັນ ແລະ ຍັງໄດ້ຮຽນຮູ້ປະສົບການຈາກລຸ້ນອ້າຍ, ລຸ້ນເອື້ອຍ ແລະ ຮຽນຮູ້ທາງສື່ອອນລາຍໃນການປະກວດໃນເວທີຕ່າງໆ ເພື່ອມາພັດທະນາປັບປຸງຕົນເອງເພື່ອເຂົ້າສູ່ການປະກວດໃຫ້ດີທີ່ສຸດ

ຖ້າໄດ້ຕຳແຫນ່ງນ້ອງຢາກປະກອບສ່ວນເຂົ້າຊ່ວຍເຫລືອສັງຄົມໃນຫລາຍໆດ້ານຄື ທີ່ຮູ້ກັນຢູ່ໃນປະຈຸບັນນີ້ກໍຄື ອັນທີ1 ພະຍາດລະບາດ COVID-19 ຢູ່ພາຍໃນປະເທດນ້ອງຢາກເປັນກະບອກສຽງລະດົມໃຫ້ທຸກຄົນຫັນມາປ້ອງກັນຕົນເອງ ແລະ ຄົນໃກ້ຊິດຢ່າງຈິງຈັງ ເພື່ອຫລຸດຜ່ອນການແຜ່ເຊື້ອ, ອັນທີ2 ແມ່ນການປົກປ້ອງສິດທິຂອງແມ່ຍິງ ແລະ ເດັກນ້ອຍທີ່ຢູ່ເຂດຊົນນະບົດທີ່ຫ່າງໄກສອກຫຼີກ

ຜ່ານມາເຄີຍມີຜົນງານ ຖ່າຍແບບ, ເດີນແບບ, ຖ່າຍໂຄສະນາ ພາຍໃນແຂວງ ແລະ ຂໍຝາກຜົນງານປັດຈຸບັນແດ່ເດີ້ ມາຮອດນີ້ ນ້ອງຂໍສະແດງຄວາມຂອບໃຈມາຍັງເພສ ຂ່າວເສດຖະກິດການຄ້າແລະ ແຟນນາງງາມທີ່ຄອຍເຊຍ ແລະ ໃຫ້ກຳລັງໃຈນ້ອງມາຕະຫຼອດ ແລະ ຝາກຕິດຕາມຜົນງານສາວສະຫວັນນະເຂດແດ່ເນີທາງFacebook ສ່ວນຕົວ Manida Nenhouangmala ສາວສະຫວັນດິນແດນໄດໂນເສົາ

ຮູບພາບ ແລະ ແຕ່ງໜ້າ: Tutou Nouaneviengkham