ຈຸດສັກວັກຊີນສູນການຄ້າລາວໄອເຕັກ ກັບມາເປີດໃຫ້ບໍລິການແລ້ວເດີ້

350

ຫຼາຍຄົນຄົງຈະຮູ້ກັນແລ້ວກ່ຽວກັບຈຸດສັກວັກຊີນໂຄວິດ 19 ໂດຍສະເພາະນະຄອນຫຼວງວຽງຈັນ ທີ່ມີ 4 ຈຸດຄື
ສໍາລັບຈຸດບໍລິການວັກຊີນ ຢູ່ນະຄອນຫຼວງວຽງຈັນມີຄື


1 ໂຮງໝໍສູນກາງ
2 ໂຮງໝໍເມືອງ 9 ຕົວເມືອງ
3 ວັດຈີນ ບ້ານ ດົງປາແລບ ເມືອງຈັນທະບູລີ (ເປີດ ວັນຈັນ ຫາ ວັນສຸກ)
4 ຈຸດສັກວັກຊີນສູນການຄ້າລາວໄອເຕັກທີ່ເປີດເປັນໄລຍະ


ແລະ ປັດຈຸບັນຈຸດສັກວັກຊີນສູນການຄ້າລາວໄປເຕັກ ກັບມາເປີດໃຫ້ບໍລິການແລ້ວເດີ້ ຕັ້ງແຕ່ວັນທີ 11-15 ຕຸລາ 2021 ຈະໃຫ້ບໍລິການສັກ ຊີໂນຟາມ ເຂັມ 1 ແລະ ເຂັມ 2 ແລະ ແອັດຕາສິເນກ້າເຂັມ 2


ໝາຍເຫດ ໃຜທີ່ຕ້ອງການໄປສັກກໍໄປສັກໄດ້ ລວມທັງນ້ອງໆທີ່ຈົບ ມ7 ຫຼື ມີອາຍຸ 17 ປີ ຂຶ້ນໄປກໍສາມາດໄປສັກໄດ້ຈາກ: ສູນຂ່າວສານການແພດສຸຂະສຶກສາ Centre of Information and Education for Health