ລາຍລະອຽດຜູ້ຕິດເຊື້ອພາຍໃນນະຄອນຫຼວງ 400 ຄົນ, ເມືອງສີສັດຕະນາກ 147 ຄົນ

425

ທ່ານ ດຣ ພອນປະເສີດ ໄຊຍະມຸງຄຸນ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ຫົວໜ້າກົມຄອບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ຖະແຫຼງຂ່າວປະຈໍາວັນທີ 10 ຕຸລາ 2021ວ່າ ມາຮອດວັນທີ 9 ຕຸລາ 2021 ກວດວິເຄາະເຊື້ອທັງໝົດ 5.660 ຄົນ, ພົບຜູ້ຕິດເຊື້ອໂຄວິດ 508 ຄົນ, ນໍາເຂົ້າ 1 ຄົນ ຈາກນະຄອນຫຼວງວຽງຈັນ 1 ຄົນ, ຕິດເຊື້ອພາຍໃນ 507 ຄົນ

ຈາກນະຄອນຫຼວງວຽງຈັນ 400 ຄົນ, ບໍລິຄໍາໄຊ 28 ຄົນ, ຫຼວງພະບາງ 23 ຄົນ, ບໍ່ແກ້ວ 13 ຄົນ, ສະຫວັນນະເຂດ 10 ຄົນ, ແຂວງວຽງຈັນ 11 ຄົນ, ຈໍາປາສັກ 4 ຄົນ ແລະ ໄຊສົມບູນ 5 ຄົນສໍາລັບລາຍລະອຽດການຕິດເຊື້ອໃນນະຄອນຫຼວງວຽງຈັນ 400 ຄົນ ຈາກເມືອງຈັນທະບູລີ 9 ບ້ານ 28 ຄົນ,


ເມືອງສີໂຄດຕະບອງ 16 ບ້ານ 58 ກໍລະນີ,


ເມືອງໄຊເສດຖາ 19 ບ້ານ 58 ກໍລະນີ,


ເມືອງສີສັດຕະນາກມີ 10 ບ້ານ 147 ຄົນ,


ເມືອງນາຊາຍທອງ 5 ບ້ານ 28 ກໍລະນີ,


ເມືອງໄຊທານີ 16 ບ້ານ 69 ກໍລະນີ


ແລະ ເມືອງຫາດຊາຍຟອງ 10 ບ້ານ 15 ກໍລະນີ

ຈາກ:ສູນຂ່າວສານການແພດສຸຂະສຶກສາ Centre of Information and Education for Health