ພາຍຸ​ ໄລອອນລັອກ ຈະເຄື່ອນຕົວເຂົ້າມາລາວມື້ອື່ນນີ້

995

ມາໃກ້ເຮົາຂຶ້ນນັບມື້ພາຍຸເຂດຮ້ອນໄລອອນລັອກ ຕາມແຈ້ງໍໃນເວລາ 9 ໂມງ 00 ນາທີ ຂອງວັນທີ 09 ຕຸລາ 2021 ພາຍຸເຂດຮ້ອນ ໄລອອນລອກ (LIONROCK) ມີຈຸດສູນກາງຢູ່ເສັ້ນຂະໜານທີ 19.5 ອົງສາເໜືອ ແລະ ເສັ້ນແວງທີ 109,8 ອົງສາຕາເວັນອອກ ກໍາລັງເຄື່ອນທີ່ມາທາງທິດຕາເວັນຕົກສ່ຽງເໜືອຢ່າງຊ້າໆ.

ຄາດຄະເນວ່າພາຍຸຫົວນີ້ຈະເຄື່ອນຂຶ້ນຝັ່ງທາງພາກເໜືອປະເທດຫວຽດນາມ ໃນໄລຍະວັນທີ 09 ຫາ 10 ຕຸລາ 2021. ຫຼັງຈາກນັ້ນ ຈະອ່ອນກຳລັງເປັນພາຍຸດີເປຼຊັ້ນ ແລະ ເຄື່ອນທີ່ຜ່ານພາກເໜືອ, ເມືອງ ຊໍາໃຕ້, ເມືອງ ວຽງໄຊ ແຂວງຫົວພັນ ແລະ ພາກກາງ, ເມືອງ ປາກຊັນ ແຂວງບໍລິຄໍາໄຊ, ເມືອງເຊໂປນ ແລະ ເມືອງພີນ ແຂວງສະຫວັນນະເຂດ ຂອງ ສປປ ລາວ ໃນຕອນເຊົ້າຂອງວັນທີ 11 ຕຸລາ 2021 ນີ້.


ຊຶ່ງຈະເຮັດໃຫ້ມີຝົນຕົກໃນລະດັບປານກາງ ຫາ ໜັກ ພ້ອມມີລົມພັດແຮງ ຢູ່ບາງທ້ອງຖິ່ນເຊັ່ນ: ແຂວງ ຫົວພັນ, ຊຽງຂວາງ, ອຸດົມໄຊ, ຫຼວງພະບາງ, ໄຊຍະບູລີ,​ນະຄອນຫຼວງວຽງຈັນ, ໄຊສົມບູນ, ວຽງຈັນ, ບໍລິຄໍາໄຊ, ຄຳມ່ວນ ແລະ​ ສະຫວັນນະເຂດ ຈະເຮັດໃຫ້ເກີດມີຕົ້ນໄມ້ຫັກລົ້ມ, ຫຼັງຄາເຮືອນເປ່ເພ, ນໍ້າຖ້ວມອັ່ງ ແລະ ນ້ໍາຖ້ວມຍິ່ງໃນໄລຍະວັນທີ​ 10 ຫາ 11 ຕຸລາ 2021 ນີ້.


ແຈ້ງເຕືອນເຖີງອໍານາດການປົກຄອງທຸກພາກສ່ວນ ແລະ ປະຊາຊົນບັນດາເຜົ່າທີ່ອາໄສຢູ່ບັນດາແຂວງດັ່ງກ່າວ ໂດຍສະເພາະຜູ້ທີ່ອາໄສຢູລຽບຕາມຮ່ອມພູ ເປີ້ນພູ ແລະ ແຄມແມ່ນ້ຳຕ່າງໆ ຈົ່ງມີສະຕິລະມັດລະວັງຕໍ່ສະພາບດິນເຈື່ອນ, ນໍ້າຖ້ວມຊ, ນ້ຳຖ້ວມຢົງ ແລະ ລົມພັດແຮງ ທີ່ຈະເກີດຂື້ນໄດ້ໃນໄລຍະນີ້ ພ້ອມທັງກະກຽມຍົກຍ້າຍວັດຖຸສິ່ງຂອງທີ່ມີຄ່າ ແລະ ສັດລ້ຽງໄປໄວ້ບ່ອນທີ່ສູງ ແລະ ປອດໄພ.