ລາຍລະອຽດຜູ້ເສຍຊີວິດໃໝ່ ກໍລະນີທີ 25-26 ຢູ່ນະຄອນຫຼວງວຽງຈັນທັງໝົດ

634

ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ຖະແຫຼງຂ່າວປະຈໍາວັນທີ 9 ຕຸລາ 2021 ວ່າ ມາຮອດວັນທີ 8 ຕຸລາ 2021, ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອ COVID-19 ທັງໝົດ 5.081 ຕົວຢ່າງ, ໃນນັ້ນ ກວດພົບຜູ້ຕິດເຊືື້ອໃໝ່ 425 ຄົນ, ນໍາເຂົ້າ 6 ຄົນ ຊຸມຊົນ 419 ຄົນ ເສຍຊີວິດໃໝ່ 2 ກໍລະນີ

ສຳລັບ ຄົນເຈັບເສຍຊີວີດໃໝ່ 2 ຄົນ, ລາຍລະອຽດ ດັ່ງນີ້
ຜູ້ທີ1 ເຜູ້ຊາຍ, ອາຍຸ 80 ປີ, ອາຊີ ຜູ້ເຖົ້າ, ບ້ານໂພນສະຫວັນ, ເມືອງນາຊາຍທອງ, ນະຄອນຫຼວງວຽງຈັນ, ມີພະຍາດປະຈຳໂຕ ຄື ຄວາມດັນເລືອດສູງ ແລະ ເປັນອຳມະພາດ. ຜ່ານມາບໍ່ໄດ້ຮັບການສັກວັກຊີນກັນພະຍາດໂຄວິດ-19 (ລູກຊາຍ ແລະ ລູກໄພ້ ຕິດເຊື້ອ).
ວັນທີ 1 ຕຸລາ 2021 ຜູ້ກ່ຽວມີອາການໄອ ແລະ ຫາຍໃຈຝຶດ, ວັນທີ 6 ຕຸລາ 2021 ຜູ້ກ່ຽວ ພ້ອມດ້ວຍພັນລະຍາ ຈຶ່ງໄດ້ໄປເກັບຕົວຢ່າງກວດ ແລະ ຜົນກວດພົບເຊື້ອໃນວັນທີ 8 ຕຸລາ 2021 ໃນມື້ດຽວກັນ ທີມງານໄດ້ໂທແຈ້ງຜົນກວດ ແລະ ປະສານພົວພັນລົດ ແຕ່ຄົນເຈັບໄດ້ເສຍຊີວິດລົງຢູ່ບ້ານ ໃນເວລາ 16:00 ໂມງ.

ຜູ້ທີ 2 ຜູ້ຊາຍ, ອາຍຸ 58 ປີ, ອາຊີບ ຂາຍດິນບ໋ອກເຮັດເສົາ, ບ້ານທ່າແຂກ, ເມືອງຫາດຊາຍຟອງ, ນະຄອນຫຼວງວຽງຈັນ, ມີພະຍາດປະຈຳໂຕ ໄຂ່ຫຼັງຊຸດໂຊມ. ຜ່ານມາບໍ່ໄດ້ຮັບການສັກວັກຊີນກັນພະຍາດໂຄວິດ-19.
ວັນທີ 8 ຕຸລາ 2021 ຜູ້ກ່ຽວໄດ້ໄປຟອກໄຂ່ຫຼັງໃນຕອນທ່ຽງ, ພາຍຫຼັງຟອກແລ້ວ ໃນເວລາ 16:00 ໂມງ ມີອາການເມື່ອຍ ແລະ ງ້ວງຊືມ

ເວລາ 18:00 ໂມງ ມາກວດຢູ່ໂຮງໝໍມີດຕະພາບ (ຄົນເຈັບບໍ່ໄດ້ສະຕິ), ເວລາ 19:00 ໂມງ ເກັບຕົວຢ່າງກວດຫາເຊື້ອ ແລະ ຜົນກວດພົບເຊື້ອໂຄວິດ-19, ເວລາ 20:00 ໂມງ ຜູ້ກ່ຽວເສຍຊີວິດ