ເຈົ້າເມືອງໄຊຍະບູລີລົງຊຸກຍູ້ວຽກງານຮອບດ້ານຢູ່ບ້ານໂພນແກ້ວເມືອງໄຊຍະບູລີ

533

ວັນທີ 7 ຕຸລາ 2021 ນີ້ທ່ານ ບຸນແທນ ທີແກ້ວ  ເຈົ້າເມືອງໄຊຍະບູລີພ້ອມດ້ວຍຄະນະໄດ້ລົງຊຸກຍູ້ວຽກງານຮອບດ້ານຢູ່ບ້ານ ໂພນແກ້ວ ເມືອງໄຊຍະບູລີ, ໂດຍມີອົງການປົກຄອງບ້ານພ້ອມດ້ວຍຂະແໜງການຂອງບ້ານເຂົ້າຮ່ວມ.


ໃນໂອກາດດຽວກັນນີ້ທ່ານ ວືຊົງ ເລຂາໜ່ວຍພັກ ນາຍບ້ານ ໂພນແກ້ວ ໄດ້ຂື້ນລາຍງານຫຍໍ້ວຽກງານຮອບດ້ານຂອງບ້ານບາງຕອນທ່ານໃຫ້ຮູ້ວ່າ: ທົ່ວບ້ານມີ 59 ຄອບຄົວ, ມີພົນລະເມືອງທັງໝົດ 410 ຄົນ, ຍີງ 200 ກວ່າຄົນ,ອາຊີບສ່ວນໃຫຍ່ຂອງປະຊາຊົນແມ່ນປູກຝັງລ້ຽງສັດ ແລະ ການບໍລິການຄ້າຂາຍ.

ຈາກນັ້ນທ່ານ ບຸນແທນ ທີແກ້ວ ເຈົ້າເມືອງໄຊຍະບູລີ ກໍໄດ້ໃຫ້ກຽດໂອ້ລົມເຊິ່ງທ່ານໄດ້ເນັ້ນໜັກໃຫ້ອົງການປົກຄອງບ້ານເອົາໃຈໃສ່ສືກສາອົບຮົມການເມືອງແນວຄິດໃຫ້ພໍ່ແມ່ປະຊາຊົນ, ເອົາໃຈໃສ່ຕ້ານ ແລະ ແກ້ໄຂປະກົດການຫຍໍ້ທໍ້ທີ່ເກີດຂື້ນໃນສັງຄົມເປັນຕົ້ນແມ່ນບັນຫາຢາເສບຕິດ, ຂີ້ລັກງັດແງະ, ເອົາໃຈໃສ່ປັບປຸງອົງການຈັດຕັ້ງມະຫາຊົນບ້ານໃຫ້ມີຄວາມໜັກແໜ້ນເຂັ້ມແຂງ, ເອົາໃຈໃສ່ປະຕິບັດບັນດາມາດຖານທີ່ຍັງຄ້າງເພື່ອສ້າງບ້ານເປັນບ້ານສາທາລະນະສຸກແບບຢ່າງ, ເອົາໃສ່ພັດທະນາເສດຖະກິດຂອງບ້ານກໍ່ຄືຂອງຄອບຄົວໃຫ້ມີຄວາມຮັງມີເຂັ້ມແຂງພັດທະນາກ້າວຂື້ນໄປເລື້ອຍໆ.

ໃນໂອກາດດຽວກັນນີ້ທ່ານ ເຈົ້າເມືອງ ໄຊຍະບູລີກໍ່ໄດ້ມອບຊີມັງ 1 ໂຕນເພື່ອນຳໃຊ້ເຂົ້າໃນການພັດທະນາບ້ານ ພ້ອມທັງລົງກວດກາເບີ່ງບ່ອນຕັດແຜນຜັງຂອງບ້ານຕື່ມອີກ.


ຂ່າວ-ພາບ: ສົມພົງ ສີສະຫວັດ