ລັດມີນະໂຍບາຍດ້ານພາສີ, ຜ່ອນຜັນອາກອນສໍາລັບຜູ້ຜະລິດ ແລະ ປະກອບລົດໄຟຟ້າຢູ່ລາວ

1449

ລັດຖະບານໄດ້ມີມະຕິ ເລກທີ 08/ລບ, ລົງວັນທີ 4 ຕຸລາ 2021 ວ່າດ້ວຍການຮັບຮອງ ແລະ ປະກາດໃຊ້ນະໂຍບາຍ ການນຳໃຊ້ລົດໄຟຟ້າຢູ່ໃນ ສປປ ລາວ.

ຈຸດປະສົງເພື່ອຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ໂດຍສະເພາະມາດຕະການປະຢັດມັດທະຍັດ ແນໃສ່ຫຼຸດຜ່ອນການນໍາເຂົ້ານ້ຳມັນເຊື້ອໄຟຈາກຕ່າງປະເທດ ກໍຄືຫຼຸດຜ່ອນການໄຫຼອອກຂອງເງິນຕາຕ່າງປະເທດ, ຫຼຸດຜ່ອນຄ່າໃຊ້ຈ່າຍ ຂອງຜູ້ຊົມໃຊ້ຍານພາຫະນະ ຫຼຸດຜ່ອນມົນລະພິດຈາກການນຳໃຊ້ລົດ ທີ່ແລ່ນດ້ວຍນ້ຳມັນເຊື້ອໄຟ ແລະ ເປັນການສົ່ງເສີມການນຳໃຊ້ພະລັງງານໄຟຟ້າທີ່ ສປປ ລາວ ມີທ່າແຮງໃນການຜະລິດ.


ໃນນີ້ນະໂຍບາຍສໍາລັບຜູ້ຜະລິດ ແລະ ປະກອບລົດໄຟຟ້າ ຄື: ລັດສົ່ງເສີມບຸກຄົນ, ນິຕິບຸກຄົນ ພາຍໃນ ແລະ ຕ່າງປະເທດ ທີ່ສົນໃຈລົງທຶນເຂົ້າໃນການສ້າງໂຮງງານຜະລິດສີ້ນສ່ວນອຸປະກອນ, ອາໄຫຼ່ ແລະ ປະກອບລົດໄຟຟ້າ ເພື່ອສະໜອງພາຍໃນ ແລະ ສົ່ງອອກ ໂດຍການໃຫ້ນະໂຍບາຍເໝາະສົມ ດ້ານພາສີ, ອາກອນການນຳເຂົ້າ ສໍາລັບການນຳເຂົ້າອຸປະກອນ ແລະ ສິ້ນສ່ວນອາໄຫຼ່ເພື່ອປະກອບເປັນລົດໄຟຟ້າ.

ຜ່ອນຜັນອາກອນກຳໄລ ແລະ ຄ່າເຊົ່າສໍາປະທານທີ່ດິນຂອງລັດ ໃຫ້ແກ່ຜູ້ປະກອບການໂດຍສອດຄ່ອງກັບກົດໝາຍ ວ່າດ້ວຍການສົ່ງເສີມການລົງທຶນ, ກົດໝາຍວ່າດ້ວຍພາສີ, ກົດໝາຍວ່າດ້ວຍການຄຸ້ມຄອງສ່ວຍສາອາກອນ, ກົດໝາຍ ແລະ ລະບຽບການອື່ນໆທີ່ກ່ຽວຂ້ອງ ຂອງ ສປປ ລາວ.