ລັດຖະບານ ປະກາດນະໂຍບາຍ ການນຳໃຊ້ລົດໄຟຟ້າຢູ່ ສປປ ລາວ ຕັ້ງເປົ້າຮອດປີ 2030 ອັດຕາສ່ວນຊົມໃຊ້ ໃຫ້ກວມເອົາ 30% ຂຶ້ນໄປ

1642

ລັດຖະບານ  ໄດ້ມີມະຕິ ເລກທີ 08/ລບ, ລົງວັນທີ 4 ຕຸລາ 2021 ວ່າດ້ວຍການຮັບຮອງ ແລະ ປະກາດໃຊ້ນະໂຍບາຍ ການນຳໃຊ້ລົດໄຟຟ້າຢູ່ໃນ ສປປ ລາວ ແນໃສ່ຫຼຸດຜ່ອນການນໍາເຂົ້ານ້ຳມັນເຊື້ອໄຟຈາກຕ່າງປະເທດ ກໍຄືຫຼຸດຜ່ອນການໄຫຼອອກຂອງເງິນຕາຕ່າງປະເທດ, ຫຼຸດຜ່ອນຄ່າໃຊ້ຈ່າຍ ຂອງຜູ້ຊົມໃຊ້ຍານພາຫະນະ ຫຼຸດຜ່ອນມົນລະພິດຈາກການນຳໃຊ້ລົດ ທີ່ແລ່ນດ້ວຍນ້ຳມັນເຊື້ອໄຟ ແລະ ເປັນການສົ່ງເສີມການນຳໃຊ້ພະລັງງານໄຟຟ້າ ທີ່ ສປປ ລາວ ມີທ່າແຮງໃນການຜະລິດ ເຊິ່ງຈະສູ້ຊົນຮອດປີ 2025 ໃຫ້ອັດຕາສ່ວນລົດໄຟຟ້າທີ່ຊົມໃຊ້ໃນສັງຄົມ ກວມເອົາຢ່າງໜ້ອຍ 1% ຂອງຈຳນວນພາຫະນະທັງໝົດ ແລະ ຮອດປີ 2030 ໃຫ້ກວມເອົາ 30% ຂຶ້ນໄປ.


ໃນນີ້ໄດ້ກຳນົດນະໂຍບາຍຕໍ່ຜູ້ນຳເຂົ້າ ແລະ ຈຳໜ່າຍລົດໄຟຟ້າຄື:
1. ເຫັນດີໃຫ້ປະຕິບັດນະໂຍບາຍທີ່ກຳນົດໄວ້ຕາມກົດໝາຍ ວ່າດ້ວຍການສົ່ງເສີມການລົງທຶນ, ກົດໝາຍວ່າດ້ວຍພາສີ, ກົດໝາຍວ່າດ້ວຍການຄຸ້ມຄອງສ່ວຍສາອາກອນ, ກົດໝາຍ ແລະ ລະບຽບການອື່ນໆທີ່ກ່ຽວຂ້ອງ ເພື່ອສົ່ງເສີມທຸລະກິດນຳເຂົ້າ ແລະ ຈຳໜ່າຍລົດໄຟຟ້າ.
2. ລັດຈະບໍ່ຈຳກັດດ້ານໂກຕ້າ ໃນການນຳເຂົ້າລົດໄຟຟ້າ ເພື່ອສົ່ງເສີມໃຫ້ມີການແຂ່ງຂັນລາຄາຕາມກົນໄກຕະຫຼາດ.


3. ລົດໄຟຟ້າທີ່ນຳເຂົ້າ ແລະ ຈຳໜ່າຍຢູ່ ສປປ ລາວ ຕ້ອງຮັບປະກັນດ້ານຄຸນນະພາບ, ຄວາມປອດໄພດ້ານເຕັກນິກ ຕາມມາດຕະຖານສາກົນ, ມີສູນບໍລິການຫຼັງການຂາຍ, ສ້ອມແປງ ແລະ ປ່ຽນຖ່າຍອຸປະກອນຕ່າງໆ ລວມທັງມີລະບົບກໍາຈັດ-ຈັດການໝໍ້ໄຟ ທີ່ເສື່ອມຄຸນນະພາບ ແລະ ສິ່ງເສດເຫຼືອຈາກກິດຈະການລົດໄຟຟ້າ ເພື່ອຫຼຸດຜ່ອນຜົນກະທົບຕໍ່ສິ່ງແວດລ້ອມ-ສັງຄົມຢ່າງເປັນລະບົບ.


4. ເຫັນດີກຳນົດປ້າຍ ຫຼື ເຄື່ອງໝາຍ ເປັນສັນຍາລັກສະເພາະສຳລັບລົດໄຟຟ້າ ເພື່ອໃຫ້ເຈົ້າໜ້າທີ່ແລະ ບຸກຄົນທົ່ວໄປສາມາດຈໍາແນກໄດ້ງ່າຍ.