ສົງສານເຈົ້າຂອງງົວ ! ຟ້າຜ່າຕົ້ນໂພ ງົວຕາຍເປັນຝຸງ

0
1443

ດັ່ງທີ່ຮູ້ດີ ສຳລັບປະກົດການທີ່ເຮົາມັກເອີ້ນວ່າ ຟ້່າຜ່າ ສຳລັບຊ່ວງລະດູຝົນແມ່ນຄວນລະມັດລະວັງ ໂດຍສະເພາະໃນຂະນະທີ່ກຳລັງມີຟ້າຮ້ອງ, ຟ້າເຫຼື້ອມ. ຫ່ວງວ່າຈະເປັນຄືເຫດການນີ້ເວລາປະມານ 23-24 ໂມງຂອງຄືນວັນທີ 30 ເດືອນກັນຍາ ຜ່ານມາ ໄດ້ເກີດເຫດຝົນຕົກຫນັກແລະຟ້າເຫລື້ອມ.ຈາກນັ້ນ ໄດ້ເກີດຟ້າຜ່າໃສ່ຕົ້ນໂພທີ່ຢູ່ແຄມນ້ຳແບງ ເປັນເຫດເຮັດໃຫ້ງົວຂອງປະຊາຊົນທີ່ມັດຢູ່ກ້ອງຕົ້ນໂພຕາຍຈຳນວນ 9 ໂຕ.

ທ້າວ ຈຸມ ປັນຍາສັກ ປະຊາຊົນຢູ່ບ້ານ ຍໍ້ ເມືອງແບງ ແຂວງອຸດົມໄຊ ເຈົ້າຂອງງົວ ລາຍງານໃຫ້ຮູ້ວ່າ. ງົວທີ່ຕາຍທັງຫມົດແມ່ນເປັນງົວຂອງຕົນເອງທີ່ລ້ຽງມາຫລາຍປີແລ້ວ ລວມມີທັງຫມົດ 15 ໂຕ.ການລ້ຽງແມ່ນໄດ້ປູກຫຍ້າເປັນສວນ ພ້ອມທັງໄດ້ເຮັດຄອກເປັນຢ່າງດີ ແຕ່ມາໄລຍະລະດູແລ້ງເຫັນວ່າ ຫຍ້າທີ່ປູກບໍ່ພຽງພໍກັບຄວາມຕ້ອງການໃຫ້ງົວກິນ ຈິ່ງໄດ້ນຳເອົາງົວມາລ້ຽງຢູ່ແຄມນ້ຳແບງ ພ້ອມທັງອາໄສຕົ້ນໂພໃຫຍ່ເປັນບ່ອນແຫລ່ງ ແລະ ເພື່ອເປັນຮົ່ມໃຫ້ແກ່ງົວ.

ມາຮອດ ຕອນແລງຂອງວັນທີ 30 ຕົນເອງໄດ້ນໍາງົວມາມັດໄວ້ກ້ອງຕົ້ນໂພຕາມປົກກະຕິຄືຜ່ານມາ ພໍຮອດເວລາເວລາປະມານ 23-24 ໂມງຂອງຄືນວັນທີ 30 ກັນຍາຜ່ານມາ ໄດ້ເກີດເຫດຝົນຕົກຫນັກແລະຟ້າເຫລື້ອມແຮງ ເຊິ່ງອາດເປັນເຫດເກີດຟ້າຜ່າໃສ່ຕົ້ນໂພບ່ອນທີ່ຕົນເອງມັດງົວໄວ້ ເຮັດໃຫ້ກະແສຟ້າຜ່າລົງໃສ່ງົວຕາຍຈຳນວນ 9 ໂຕ ໃນນັ້ນມີງົວເພດແມ່ຈຳນວນ 6 ໂຕ ແລະ ເພດຜູ້ 3 ໂຕ ແຕ່ວ່າຍັງດີເຫລືອ ຈຳນວນ 6 ໂຕ.

ເຊົ້າມື້ຕໍ່ມາ ເວລາ ປະມານ 6 ໂມງຕົນເອງກໍໄດ້ກະກຽມເພື່ອຈະນຳງົວໄປປ່ອຍກິນຫຍ້າຕາມປົກກະຕິຄືທຸກມື້ ພໍໄປເຖິງ ກໍເຫັນງົວຕາຍເປັນກອງຢູ່ກ້ອງຕົ້ນໂພ.ຈິ່ງເກີດປະລາດໃຈວ່າ ງົວຕາຍຍ້ອນຫຍັງ.ຈາກນັ້ນ, ໄດ້ແຈ້ງໃຫ້ສັດຕະວະແພດຂອງເມືອງແບງເພື່ອມາກວດກາຊາກຂອງງົວເພື່ອຊອກຫາສາເຫດຂອງການຕາຍ ພ້ອມທັງໄດ້ແຈ້ງທາງອົງການປົກຄອງເມືອງເຂົ້າມາເບິ່ງນຳ.
ຜ່ານການກວດກາ,ສັນນະສູດເບິ່ງເຫດການຕົວຈິງ ປາກົດວ່າ ເຫັນຮອຍຟ້າຜ່າຕົ້ນໂພຈາກປາຍລົງຫາພື້ນດິນເຮັດໃຫ້ກິ່ງ,ງ່າຕົ້ນໂພຈຳນວນຫນຶ່ງແຕກຫັກ ແລະ ເຫັນເປັນຮອຍຄ້າຍຄືໄຟໄຫມ້ເປັນຈຸດຕາມຕົນໂຕຂອງງົວ ເຊິ່ງຄາດວ່າຖຶກກະແສໄຟຈາກຟ້າຜ່າ.
ຕໍ່ກັບເຫດການທີ່ເກີດຂຶ້ນ ເຮັດໃຫ້ທ້າວ ຈຸມ ປັນຍາສັກ ສຸນເສຍງົວ, ທືນຮອນໃນການລ້ຽງດູ ລວມມູນຄ່າເສຍຫາຍເກືອບ 50 ລ້ານກີບ. ປະຈຸບັນພາກສ່ວນກ່ຽວຂ້ອງຂອງເມືອງໂດຍສະເພາະແມ່ນຫ້ອງການກະສິກຳແລະປ່າໄມ້ເມືອງໄດ້ແນະນຳຊ່ອງທາງໃນການຊ່ວຍເຫລືອແກ່ເຈົ້າຂອງງົວ.
ຂ່່າວຈາກ: ສະຖານີວິທະຍຸ ໂທລະພາບແຂວງ ອຸດົມໄຊ

LEAVE A REPLY

Please enter your comment!
Please enter your name here