ເຈົ້າແຂວງບໍລິຄຳໄຊ ເຄື່ອນໄຫວວຽກງານ ປ້ອງກັນພະຍາດໂຄວິດ-19 ຢູ່ເມືອງປາກກະດິງ

521

ວັນທີ 7 ຕຸລາ 2021 ນີ້, ທ່ານ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄຳໄຊ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຽກງານພົບປະໂອ້ລົມ ອຳນາດການປົກຄອງບ້ານ ຫ້ວຍໄຮ ແລະ ບ້ານທົ່ງນາມີ ເມືອງປາກກະດິງ, ມີທ່ານ ສົມພອນ ຈັນທະນາສຸກ ເຈົ້າເມືອງປາກກະດິງ ແລະ ຄະນະສະເພາະກິດຂັ້ນເມືອງ ເຂົ້າຮ່ວມ.

ໂອກາດນີ້ທ່ານເຈົ້າແຂວງ ກໍໄດ້ເນັ້ນໃຫ້ຄະນະສະເພາະກິດແຕ່ລະຂັ້ນ ເປັນເຈົ້າການສົມທົບກັບອຳນາດການປົກຄອງຂັ້ນບ້ານ ຢ່າງເປັນປົກກະຕິຕໍ່ເນື່ອງ, ຍົກສູງເປັນເຈົ້າການປະຕິບັດ, ຜັນຂະຫຍາຍບັນດາຄຳສັ່ງຢ່າງເຂັ້ມງວດ, ປຸກລະດົມປະຊາຊົນທີ່ນອນຢູ່ໃນກຸ່ມເປົ້າໝາຍເຂົ້າຮັບວັກຊິນໃຫ້ຄົບຖ້ວນ, ຕິດຕາມກວດກາຢ່າງລະອຽດຄົນເຂົ້າ-ອອກບ້ານ ທີ່ໄດ້ກຳນົດເປັນບ້ານແດງ.


ໂອກາດນີ້, ນາຍບ້ານ 2 ບ້ານດັ່ງກ່າວ ກໍໄດ້ລາຍງານສະພາບໂດຍລວມໃນການປະຕິໜ້າທີ່ວຽກງານຂອງຄະນະສະເພາະກິດຂັ້ນບ້ານ ໃນການປຸກລະດົມປະຊາຊົນເຂົ້າຮ່ວມຂະບວນການ ປ້ອງກັນ, ຄວບຄຸມ ແກ້ໄຂ ແລະ ສະກັດກັ້ນການລະບາດຂອງພະຍາດໂຄວິດ-19 ໂດຍຍົກໃຫ້ເຫັນຂໍ້ສະດວກ, ຂໍ້ຫຍຸ້ງຍາກ ໂດຍອີງໃສ່ພູມລໍາເນົາຂອງແຕ່ລະທ້ອງຖິ່ນ ແລະ ວິຖີຊີວິດຂອງປະຊາຊົນ, ຄະນະພັກຂັ້ນບ້ານ ໄດ້ໂຄສະນາປະຊາສໍາພັນ, ປະກາດຜ່ານລະບົບໂທລະໂຄ່ງຂັ້ນບ້ານ ໃຫ້ພໍ່ແມ່ປະຊາຊົນ ໄດ້ຮັບຮູ້ ແລະ ເຂົ້າໃຈຕໍ່ຜົນຮ້າຍຂອງການລະບາດຂອງພະຍາດໂຄວິດ-19, ພ້ອມທັງສົມທົບກັບຄະນະສະເພາະກິດຂັ້ນເມືອງ, ຂັ້ນແຂວງ ນຳເອົາຜູ້ສຳຜັດກັບຜູ້ຕິດເຊື້ອເຂົ້າສູນກັກກັນຂອງເມືອງ ເພື່ອຕິດຕາມອາການ ພ້ອມເກັບຕົວຢ່າງ ແລະ ບັນຫາອື່ນໆ.
ຈາກນັ້ນ, ທ່ານເຈົ້າແຂວງ ກໍໄດ້ນຳເອົາເຄື່ອງອຸປະໂພກ-ບໍລິໂພກຈຳນວນໜຶ່ງເປັນຕົ້ນ ແມ່ນເຂົ້າສານໜຽວ, ໜີ່ສຳເລັດຮູບ, ຜ້າອັດປາກ-ດັງ ແລະ ເຈວລ້າງມື ມອບໃຫ້ຄະນະສະເພາະກິດຂັ້ນບ້ານ ຕື່ມອີກ.


ໃນຕອນບ່າຍວັນດຽວກັນ, ທ່ານເຈົ້າແຂວງບໍລິຄໍາໄຊ ພ້ອມດ້ວຍຫົວໜ້າຄະນະສະ ເພາະ ກິດຂັ້ນແຂວງ ໄດ້ລົງກວດກາສະຖານທີ່ສູນກັກກັນ ຢູ່ເດີ່ນເປຕັງ ແລະ ສູນປີ່ນປົວຜູ້ເຊື້ອສະໂມສອນດອກປີກໄກ່ຂອງແຂວງ, ເຊິ່ງສະຖານທີ່ດັ່ງກ່າວ ຮອດປັດຈຸບັນ ແມ່ນສຳເລັດເກືອບຮ້ອຍສ່ວນຮ້ອຍ, ສຳລັບສູນສຳລັັບປິ່ນປົວສະໂມສອນດອກປີກໄກ່ມີ 100 ຕຽງ ແລະ ສູນກັັກກັນ ເດີ່ນກິລາເປຕັງ ມີ 80 ຕຽງ.

ຂ່າວ-ພາບ:ສາຍສະໝອນ