ເປັນຫຍັງ ສັກວັກຊີນແລ້ວ ຍັງສາມາດຕິດເຊື້ອ ແລະ ແຜ່ເຊື້ອໄດ້ ?

1010

ເປັນຫຍັງ ສັກວັກຊີນແລ້ວ ຍັງຕິດເຊື້ອ ແລະ ແຜ່ເຊື້ອໄດ້ ຫຼາຍຄົນສົນໃຈເລື່ອງນີ້ ເປັນທີ່ຖືກກ່າວເຖິງ, ຖາມກັນໃນບັນດາສື່ຕ່າງໆ ເຊິ່ງທ່ານ ທິບພະກອນ ຈັນທະວົງສາ, ຫົວໜ້າກອງເລຂາຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ ໂຄວິດ-19 ໄດ້ມາຊີ້ແຈງກ່ຽວກັບຂໍ້ຂ້ອງໃຈໃນວັນທີ 8 ຕຸລາ 2021 ວ່າ

ດັ່ງທີ່ພວກເຮົາຮູ້ແລ້ວ ຕົວເລກການຕິດເຊື້ອໃນປະເທດເຮົາຍັງສູງຢູ່, ຊຶ່ງຫຼາຍກວ່າໝູ່ ກໍ່ແມ່ນການຕິດເຊື້ອຢູ່ໃນໂຮງງານ ແລະ ສະຖານທີ່ແອອັດ, ຊຶ່ງສະແດງໃຫ້ເຫັນວ່າການປະຕິບັດມາດຕະການຕ້ານ ແລະ ສະກັດກັ້ນ ພະຍາດໂຄວິດ-19 ຂອງພວກເຮົາ ຍັງບໍ່ທັນເຂັ້ມງວດເທົ່າທີ່ຄວນ, ມີການໄປປະຕິບັດໜ້າທີ່ວຽກງານ, ໄປມາຫາສູ່ ກໍຄືຮ່ວມງານສົ່ງສະການ, ງານບຳເພັນກຸສົນ ພວກເຮົາຍັງບໍ່ທັນລະມັດລະວັງ ແລະ ເຂັ້ມງວດເທົ່າທີ່ຄວນ. ອີກດ້ານໜຶ່ງ ເຊື້ອພະຍາດທີ່ກຳລັງລະບາດ ກໍແມ່ນສາຍພັນທີ່ແຜ່ໄດ້ໄວ, ເມື່ອການປົກປ້ອງຕົນເອງ ບໍ່ເຄັ່ງຄັດ ຈຶ່ງສາມາດຕິດເຊື້ອ ແລະ ແຜ່ເຊື້ອໃຫ້ຜູ້ອື່ນໄດ້ງ່າຍ ແລະ ໃນວົງກວ້າງ.

ຄືດັ່ງບັນດາທ່ານ ໄດ້ຮັບຮູ້ ໃນສະພາບການລະບາດຂອງພະຍາດ COVID-19 ນີ້ ພວກເຮົາ ຕ້ອງໄດ້ປັບຕົວເຂົ້າກັບແບບແຜນດຳລົງຊີວິດປົກກະຕິແບບໃໝ່ ຫຼື ທີ່ເອີ້ນວ່າ New Normal ຈຶ່ງຈະສາມາດ ດຳລົງຊີວິດຢູ່ໄດ້ ຢ່າງປອດໄພ.
ທ່ານ ນາຍົກລັດຖະມົນຕີ ໃນການພົບປະກັບສື່ມວນຊົນ ໄດ້ເນັ້ນວ່າ ພວກເຮົາ ຈະດຳລົງຊີວິດ ແບບທີ່ເຄີຍປະຕິບັດຄືເກົ່າຜ່ານມາ ກ່ອນທີ່ບໍ່ທັນມີ COVID-19 ແມ່ນເປັນໄປບໍ່ໄດ້ແລ້ວ ແຕ່ກ່ອນເຄີຍຮັກແພງກັນ ມີການໄປມາຫາສູ່ກັນ, ກໍບໍ່ສາມາດເຮັດໄດ້ແບບເກົ່າ, ການສັງສັນຊຸມແຊວ ໃນໄລຍະການແຜ່ລະບາດຂອງພະຍາດນີ້ ກໍ່ແມ່ນເປັນໄປບໍ່ໄດ້.

ສະນັ້ນ ທ່ານ ນາຍົກລັດຖະມົນຕີ ໄດ້ຮຽກຮ້ອງໃຫ້ທຸກຄົນ ເອົາໃຈໃສ່ປະຕິບັດຕາມມາດຕະການ ທີ່ລັດຖະບານ ແລະ ຄະນະສະເພາະກິດວາງອອກ ໂດຍສະເພາະມາດຕະການປ້ອງກັນການຕິດເຊື້ອ ແລະ ແຜ່ເຊື້ອ ທີ່ເປັນພື້ນຖານ ເຊັ່ນ ໃສ່ຜ້າອັດປາກ-ດັງ, ຮັກສາໄລຍະຫ່າງ, ໝັ່ນລ້າງມື ເປັນປະຈຳ ດ້ວຍສະບູ ຫຼື ເຈວລ້າງມື. ພ້ອມກັນນີ້ ກໍ່ປະຕິບັດມາດຕະການທາງດ້ານບໍລິຫານ ຢ່າງເຂັ້ມງວດ ເປັນຕົ້ນ ປະຕິບັດມາດຕະການ ສຳລັບບ້ານແດງ ເພື່ອຈຳກັດບໍ່ໃຫ້ມີການເຄື່ອນຍ້າຍ ແລະ ນຳເຊື້ອອອກໄປແຜ່ຢູ່ເຂດອື່ນ.

ໃນການປ້ອງກັນ ແລະ ແກ້ໄຂ ການລະບາດ ຂອງພະຍາດໂຄວິດ-19, ຄະນະສະເພາະກິດສູນກາງ ໄດ້ປະສານສົມທົບກັບນະຄອນຫຼວງວຽງຈັນ ແລະ ບັນດາແຂວງ ໃນທົ່ວປະເທດ ໃນສະພາບການແຜ່ລະບາດທີ່ເພີ່ມຂຶ້ນນີ້ ພວກເຮົາເຫັນວ່າ ຕ້ອງໄດ້ເພີ່ມທະວີຄວາມເຂັ້ມງວດ ໃນການປະຕິບັດມາດຕະການຕ່າງໆ ທີ່ວາງອອກ, ຈຶ່ງຂໍຮຽກຮ້ອງ ອົງການປົກຄອງບ້ານເຂດແດງ ໂດຍສະເພາະການນຳຂອງໜ່ວຍທີ່ເບິ່ງແຍງ ປະມານ 10 ຄອບຄົວ ໃນແຕ່ລະບ້ານ ຕ້ອງໄດ້ເພີ່ມທະວີຄວາມເປັນເຈົ້າການ ຕິດຕາມ ແລະ ແນະນຳປະຊາຊົນ ໃນການປະຕິບັດມາດຕະການທາງດ້ານການແພດ ແລະ ບໍລິຫານ ຢ່າງເຂັ້ມງວດ ໂດຍບໍ່ເອື່ອຍອີງຂັ້ນເທິງ ແລະ ໜ່ວຍງານ ປກຊ-ປກສ ມາກວດກາ ຫຼື ແນະນຳ ອີກ.

ເຮັດແນວນັ້ນໄດ້ ຈະຊ່ວຍຈຳກັດ ແລະ ຫຼຸດຜ່ອນການຕິດເຊື້ອ ແລະ ແຜ່ເຊື້ອ ໃນແຕ່ລະບ້ານ ຢ່າງມີປະສິດທິພາບ. ຂໍ້ຮຽກຮ້ອງນີ້ ຂໍສົ່ງໄປຍັງທຸກໆແຂວງໃນທົ່ວປະເທດ.
ທ້າຍສຸດນີ້ ຂໍໃຫ້ບັນດາທ່ານ ຈົ່ງເປັນເຈົ້າການໃນການໄປຮັບວັກຊີນປ້ອງກັນ ເພື່ອສ້າງພູມຄຸ້ມກັນ ໃຫ້ຕົນເອງ, ທັງຊ່ວຍປ້ອງກັນທຸກຄົນໃນຄອບຄົວຂອງທ່ານ ແລະ ໃນສັງຄົມ.